ໃນວັນທີ 20 ກັນຍາ 2017 ຜ່ານມາ, ຢູ່ທີ່ ວັດບ້ານຫ້ວຍສະເຫງົ້າ, ເມືອງວັງວຽງ, ແຂວງວຽງຈັນ, ໄດ້ມີກອງປະຊຸມປຶກສາຫາລື ທົບທວນຄືນນຳຊຸມຊົນ ແລະສະເຫຼີມສະຫຼອງ ວັນສຸຂະພາບຈິດໂລກ. ໂດຍການເຂົ້າຮ່ວມຂອງ ທ່ານ ດຣ, ເພັດສະ ໜອນ ບູລົມມະວົງ ກຳມະການພັກເມືອງ ຫົວໜ້າຫ້ອງການສາທາລະນະສຸກເມືອງວັງວຽງ, ມີທ່ານ ຮອງສາດາຈານ, ດຣ. ນາງ ຈັນທາຣາວາດີ ຈຸລາມະນີ ຈິດຕະແພດ ແລະ ຜູ້ຈັດການອົງການ ເບຊິກນີດສ ຂອງໂຄງການ, ການສະໜອງ ກາລະໂອກາດ ດ້ານວິຖີຊີວິດ ໃຫ້ແກ່ຄົນເຈັບພະຍາດຈິດ ຫຼື ຊັກເອປີເລັປຊີ , ມີບັນດາທ່ານຫົວຫນ້າແລະ ວິຊາການຫ້ອງການທີ່ກ້ຽວຂ້ອງ ພ້ອມດ້ວຍຄອບຄົວ ແລະ ຜູ້ທີ່ມີບັນຫາສຸຂະພາບຈິດເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົ່ງ ຂອງກອງປະຊຸມ ເປັນການປຶກສາຫາລື ທົບທວນຄືນນໍາຊຸມຊົນ ແລະສະເຫຼີມສະຫຼອງ ວັນສຸຂະພາບຈິດໂລກ. ກ່ອນອື່ນໝົດຄົນເຈັບພະຍາດຈິດ ຫຼື ຊັກເອປີເລັປຊີ ໄດ້ຮັບການບໍລິການປິ່ນປົວສຸຂະພາບຈິດ ແລະ ມີອາການດີຂຶ້ນ ຈົນສາມາດດຳລົງຊີວິດ ແລະ ເຂົ້າກັບຊຸມຊົນໄດ້ຄືກັບຄົນອື່ນໆທົ່ວໄປ, ອີກສິ່ງໜຶ່ງເຫັນວ່າ ຊຸມຊົນມີການຍອມຮັບ ແລະ ບໍ່ຈຳແນກຄົນເຈັບຂອງພວກເຮົາອີກ ເນື້ອງຈາກວ່າເຂົາເຈົ້າສາມາດປະກອບສ່ວນເວົ້າຈາສື່ສານນຳຊຸມຊົນໄດ້ຕາມປົກກະຕິດີຂຶ້ນ, ສິ່ງສຳຄັນຄືຜູ້ດູແລຄົນເຈັບຫຼືຄອບຄົວມີອາການກັງວົນໃຈຕໍ່ກັບຄົນເຈັບພະຍາດຈິດຫຼຸດຜ່ອນລົງ ເນື້ອງຈາກສາມາດເຮັດວຽກຊ່ວຍຄອບຄົວແລະເຮັດວຽກສ້າງລາຍຮັບໄດ້ອີກດ້ວຍ. ເປັນຕົ້ນແມ່ນໄດ້ຜ່ານການຝຶກອົບຮົບທັກສະກະສິກຳ ໃນການປູກຝັງ ແລະ ການນຳໃຊ້ ຈຸລີນຊີ ທີ່ເປັນປະໂຫຍດ ເຂົ້າໃນ ການເພີ່ມພູນຜະລິດຜົນ ຂອງ ຄອບຄົວຄົນເຈັບ ທີ່ເນັ້ນໃສ່ການນຳໃຊ້ ຝຸ່ນຊີວະພາບ ອີເອັມ ເຂົ້າໃນສວນຄົວ ແລະ ລ້ຽງສັດ.
ຫຼັງຈາກນັ້ນ, ທ່ານ ຮອງສາດາຈານ, ດຣ. ນາງ ຈັນທາຣາວາດີ ຈຸລາມະນີ ກໍ່ໄດ້ໃຫ້ກຽດ ປະປະກະຖາ ວັນສຸຂະພາບຈິດໂລກ ພ້ອມທັງ ຮ່ວມຊົມການວາງສະແດງສິນຄ້າກະສິກຳ ປະເພດປູກຝັງແລະລ້ຽງສັດ ຂອງຜູ້ທີ່ມີບັນຫາສຸຂະພາບຈິດ ມີຄື: ຜັກບົ້ງ, ໝາກຫຸ່ງ, ໝາກນາວ, ໝາກຖົ່ວ, ໝາກກ້ວຍ,ໄຂ່ໄກ່-ໄຂ່ເປັດລາດ ແລະອື່ນໆ.
ຍັງໃຫ້ສຳພາດ:
ທ່ານ ຮອງ ສາດາຈານ ດຣ ຈັນທາຣາວາດີ ຈຸລາມະນີ ຈິດຕະແພດ ແລະ ທັງເປັນຜູ້ຈັດການອົງການ ເບຊິກນີດສ ຂອງໂຄງການ * ການສະໜອງ ກາລະໂອກາດ ດ້ານວິຖີຊີວິດ ໃຫ້ແກ່ຄົນເຈັບພະຍາດຈິດ ຫຼື ຊັກເອປີເລັປຊີ.
Editor: ກຳປານາດ ລັດຖະເຮົ້າ