ເມື່ອບໍ່ດົນມານີ້, ຢູ່ຫ້ອງປະຊຸມສາທາເມືອງ ໄດ້ຈັດກອງປະຊຸມສະຫລຸບການບໍລິການ 5 ຕົວເມືອງ ກ່ຽວກັບວຽກງານສາທາລະນະສຸກ ໃນໄລຍະ 8 ເດືອນຜ່ານມາ ແລະ ວາງແຜນສູ້ຊົນ 4ເດືອນທ້າຍປີ 2017, ກອງປະຊຸມໂດຍການເປັນປະທານຂອງ ທ່ານ ຄໍາຫລ້າ ພົມມີໄຊ ຮອງເຈົ້າເມືອງເຊໂປນ, ທ່ານ ຕຽງຄໍາ ປ້ອງວົງສາ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ເຂົ້າຮ່ວມມີບັນດາຫົວໜ້າ, ຄະນະຫ້ອງການສາທາ,ໂຮງໝໍ, ສຸກສາລາ 5 ເມືອງອອ້ມຂ້າງ ມີ: ເມືອງຟີນ, ເມືອງເຊໂປນ, ເມືອງນອງ, ເມືອງວິລະ ແລະ ເມືອງພະລານໄຊ ເຂົ້າຮ່ວມ 50 ກວ່າຄົນ, ທ່ານ ດຣ ແສງຈັນ ກຸ່ມກ້ຽງມະນີແສງ ໄດ້ໃຫ້ກຽດຂື້ນຜ່ານບົດສະຫລຸບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກເມືອງເຊໂປນ ໃນໄລຍະ 8 ເດືອນ ແລະ ວາງແຜນສູ້ຊົນ 4 ເດືອນທ້າຍປີ 2017ຊື່ງໄລຍະຜ່ານມາຄະນະຫ້ອງການສາທາລະນະສຸກເມືອງ ໄດ້ເອົາໃຈໃສ່ຊີ້ນໍາໆພາພະນັກງານວີຊາການແພດໝໍຕິດຕາມກວດກາການເຝົ້າລະວັງການລະບາດຂອງພະຍາດຢ່າງປົກກະຕິໂດຍສະເພາະພະຍາດໄຂ້ຍຸງໃນຊ່ວງລະດູຝົນຕ້ານ ແລະ ສະກັດກັ້ນການແຜ່ຂະຫຍາຍຂອງຍຸງລາຍ, ລົງໂຄສະນາເຜີຍແຜ່ສຸຂະສຶກສາໃຫ້ພໍ່ແມ່ປະຊາຊົນຮັບຮູ້ຢ່າງທົ່ວເຖີງ, ລົງເກັບກໍາຂໍ້ມູນປະເມີນຄືນບ້ານແບບຢ່າງສາທາລະນະສຸກ ຈໍານວນ 10 ບ້ານ, ການປິ່ນປົວຢູ່ໂຮງໝໍສຸກສາລາເຫັນວ່າມີການອັດຕາເພີ່ມຂື້ນຍ້ອນມີກອງທຶນປະກັນສຸຂະພາບແຫ່ງຊາດ ສົມທົບໂດຍສະເພາະການບໍລິການກວດເຂດນອກສຸກສາລາເສຍ 5 ພັນກີບຕໍ່ຄົນເຈັບໜຶ່ງຄົນ, ໂຮງໝໍ 10 ພັນກີບທຸກກໍລະນີຖ້ານອນ 30 ພັນກີບ, ວຽກງານ 3 ສ້າງແມ່ນໄດ້ປະຕິບັດຕາມ 5 ຍຸດທະສາດສ້າງຄວາມເຂັ້ມແຂງຮອບດ້ານເຊັ່ນ: ສ້າງຄວາມເຂັ້ມແຂງອົງກອນ, ການປະຕິຮູບບໍລິການສາທາລະນະສຸກ, ປັບປຸງການຈັດຊື້-ພາລາ ທິການລວມສູນ, ຄຸ້ມຄອງການເງີນ-ການລົງທຶນ, ການຕິດຕາມ, ກວດກາຂໍ້ມູນສະຖິຕິ ແລະ ວຽກງານອື່ນໆ, ໃນກອງປະຊຸມຕາງໜ້າແຕ່ລະເມືອງກໍໄດ້ຂື້ນຜ່ານບົດສະຫລຸບ ແລະ ແຜນ 4 ເດືອນທ້າຍປີ 2017, ຈາກນັ້ນບັນດາແຂກເຂົ້າຮ່ວມກໍ່ໄດ້ພັດປ່ຽນກັນຂື້ນປະກອບຄໍາຄິດຄໍາເຫັນເຈາະຈີ້ມບັນຫາຕ່າງໆທີ່ຄົງຄ້າງຢ່າງກົງໄປກົງມາເພື່ອມາປັບປຸງແກ້ໄຂໃຫ້ດີຂື້ນເປັນກ້າວໆ.
ສຸດທ້າຍ ທ່ານ ຄໍາຫລ້າ ພົມມີໄຊ ຮອງເຈົ້າເມືອງເຊໂປນ ກໍໄດ້ໃຫ້ກຽດຂື້ນໂອ້ລົມ ແລະ ໃຫ້ທິດເຍື່ອງທາງຊື່ງທ່ານໄດ້ຮຽກຮ້ອງມາຍັງສາທາລະນະສຸກ ທັງ 5 ຕົວເມືອງ ພ້ອມດ້ວຍພະນັກງານສຸກສາລາແຕ່ລະແຫ່ງ ຈົ່ງພ້ອມກັນເອົາໃຈໃສ່ກໍາໄດ້ສິດໜ້າທີ່ພາລະບົດບາດຂອງຕົນ, ຍົກສູງຄວາມເປັນເຈົ້າການຕໍ່ໜ້າທີ່ວຽກງານວີຊາສະເພາະ, ເອົາໃຈໃສ່ເລື່ອງຂອດການບໍລິການປະຊາຊົນ ໃຫ້ດີຂື້ນ.
Editor: ກຳປານາດ ລັດຖະເຮົ້າ