ໃນປີ 2018 ທີ່ຈະມາເຖິງນີ້ ລັດຖະບານຈະລົງທຶນພັດທະນາ 2.587 ໂຄງການມູນຄ່າ 47 ພັນຕື້ກວ່າກີບ ເພື່ອຮັບປະກັນໃຫ້ແກ່ການພັດທະນາທາງດ້ານເສດຖະກິດໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍສະເພາະການສຸມທຶນໃສ່ພັດທະນາພື້ນຖານໂຄງລ່າງ, ໂຄງການການພັດທະນາຊົນນະບົດເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່ານັບມື້ນັບດີຂຶ້ນ.
ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກ່າວໃນກອງປະຊຸມລັດຖະບານເປີດກວ້າງຄັ້ງທີ 1 ເມື່ອບໍ່ດົນມານີ້ວ່າ: ໃນແຜນພັດທະນາເສດຖະກິດ-ສັງຄົມປະຈຳປີ 2018 ທີ່ຈະມາເຖິງນີ້ລັດຖະບານຈະລົງທຶນເຂົ້າໃສ່ບັນດາຂະແໜງການ ແລະ ທ້ອງຖິ່ນ ທັງໝົດ 2.587 ໂຄງການລວມມູນຄ່າ 47 ພັນຕື້ກວ່າກີບ ໃນນັ້ນມີໂຄງການສະເໜີໃໝ່ 1.168 ໂຄງການ, ໂຄງການສືບຕໍ່ 892 ໂຄງການ, ໂຄງການສົມທົບທຶນ 36 ໂຄງການ ແລະໂຄງການຊຳລະໜີ້ 491 ໂຄງການ, ຊຶ່ງໂຄງການລົງ ທຶນດັ່ງກ່າວແມ່ນຈັດແບ່ງຕາມ 5 ປະເພດຄື: ໂຄງການປະເພດ1 ທີ່ມີມູນຄ່າ 400 ຕື້ກີບຂຶ້ນໄປມີ 18 ໂຄງການ, ໂຄງການປະເພດ 2 ທີ່ມີມູນຄ່າແຕ່ 200-400 ຕື້ກີບ ມີ 22 ໂຄງການ, ປະເພດ 3 ທີ່ມີມູນ ຄ່າ 100-200 ຕື້ກີບມີ 138 ໂຄງການ, ປະເພດ 4 ທີ່ມີມູນຄ່າ 20-100 ຕື້ກີບມີ 314 ໂຄງການ ແລະໂຄງການປະເພດ 5 ທີ່ມີມູນຄ່າ 20 ຕື້ກີບລົງມາມີ 2.095 ໂຄງການ, ຂະນະດຽວກັນ ໃນປີ 2018 ລັດຖະບານກໍມີຄວາມຕ້ອງການທຶນສູງເຖິງ 3.506 ຕື້ກີບ ເພື່ອມາພັດທະນາເສດຖະກິດ-ສັງຄົມໃຫ້ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.
ທ່ານ ສຸພັນ ແກ້ວມີໄຊ ກ່າວຕື່ມອີກວ່າ: ສຳລັບໂຄງການສະເໜີໃໝ່ໃນປີ 2018 ທີ່ຈະມາເຖິງນີ້ ມາຮອດປະຈຸບັນຍັງມີບາງຂະແໜງການ ແລະ ທ້ອງຖິ່ນຍັງບໍ່ທັນສົ່ງຄວາມຕ້ອງການຂອງຕົນໃຫ້ກະຊວງໄດ້ໝົດເທື່ອ, ແຕ່ຜ່ານການສັງລວມຕົວຈິງເຫັນວ່າມີຄວາມຕ້ອງການສູງຫຼາຍ ສະນັ້ນເພື່ອບໍ່ເປັນການສ້າງໜີ້ໃຫ້ເພີ່ມຂຶ້ນກະຊວງແຜນການ ແລະການລົງທຶນສະເໜີໃຫ້ພິຈາລະນາໂຄງການທີ່ເຫັນວ່າມີຄວາມຈຳເປັນເທົ່ານັ້ນ ແລະ ບໍ່ໃຫ້ສະເລ່ຍຢາຍທຶນ, ສ່ວນໂຄງການກໍ່ສ້າງສຳນັກງານຫ້ອງການ, ໂຄງການກໍ່ສ້າງພື້ນຖານໂຄງລ່າງ, ຖະໜົນຫົນທາງ, ຂົວ, ຊົນລະປະທານ ແລະ ໂຄງການສາຍສົ່ງທີ່ມີມູນຄ່າສູງໃນໄລຍະຜ່ານມາ ນັ້ນຄວນສຸມທຶນໃສ່ໂຄງການສືບຕໍ່ໃຫ້ສຳເລັດ, ນອກນີ້ ໂຄງການສົ່ງເສີມວິຊາການກໍຕ້ອງຈຳແນກບໍ່ໃຫ້ຂຶ້ນແຜນຊ້ຳຊ້ອນ.
Editor: ເສດຖະກິດ-ສັງຄົມ