ວຽກງານຖະແຫຼງຂ່າວ-ສື່ມວນຊົນ ສປປ ລາວ ກຳລັງມີການພັດທະນາເຕີບໃຫຍ່ຂະຫຍາຍຕົວ ເຕັກໂນໂລຊີ ໄດ້ມີບົດບາດເຂົ້າມາພັດທະນາເສດຖະກິດ-ສັງຄົມ ປະຊາຊົນຢູ່ຕົວເມືອງ ແລະ ຊົນນະບົດ ສາມາດເຂົ້າເຖິງຂໍ້ມູນຂ່າວສານທຸກປະເພດ ການສົ່ງ-ຮັບດ້ານການສື່ສານ ການແບ່ງປັນຂໍ້ມູນຂ່າວສານດ້ວຍອຸປະກອນທີ່ທັນສະໄໝ ຜ່ານເຄືອຂ່າຍອິນເຕີເນັດ.
ວັນທີ 19 ກັນຍາ 2017 ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດສຳມະນາໃນຫົວຂໍ້ ສື່ມວນຊົນລາວໃນຍຸກດີຈີຕອນ ຂຶ້ນທີ່ໂຮງແຮມລ້ານຊ້າງ ໂດຍເປັນປະທານຂອງທ່ານ ສະຫວັນຄອນ ຣາດມຸນຕີ, ຮອງລັດຖະມົນຕີກະຊວງ ຖະແຫລງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ ມີບັນດາຫົວໜ້າ ຮອງຫົວໜ້າກົມສື່ມວນຊົນທຸກຂະແໜງການ ແລະ ພະນັກງານວິຊາການອ້ອມຂ້າງກະຊວງ ຕະຫຼອດຮອດພະແນກ ຖວທ ທົ່ວປະເທດເຂົ້າຮ່ວມ.
ເພື່ອສະເໜີປຶກສາຫາລືແລກປ່ຽນຄວາມຮູ້ ແລະ ບົດຮຽນດ້ານການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ສະເພາະແມ່ນເຕັກໂນໂລຊີການກະຈາຍສຽງ ແລະ ພາບໃນລະບົບດີຈີຕອນ ເຊິ່ງ ສປປ ລາວ ໄດ້ນຳໃຊ້ເຕັກໂນໂລຊີ ກະຈາຍພາບ ກະຈາຍສຽງ ແລະ ເຜີຍແຜ່ຜະລິດຕະພັນທົ່ວປະເທດ ນັບແຕ່ປີ 2008 ເປັນຕົ້ນມາ ໂດຍການຮ່ວມມືລະຫວ່າງໂທລະພາບແຫ່ງຊາດລາວ ກັບໂທລະພາບຢູນນານ ສປ ຈີນ ສ້າງຕັ້ງບໍລິສັດ ແລະ ນຳໃຊ້ລະບົບ DTMB ປັດຈຸບັນ ນຳໃຊ້ລະບົບດັ່ງກ່າວຢູ່ແຂວງຫຼວງພະບາງ ນະຄອນຫຼວງ ສະຫວັນນະເຂດ ແລະ ຈຳປາສັກ ພ້ອມນັ້ນ ການນຳໃຊ້ເຕັກໂນໂລຊີດີຈີຕອນ ໃນວຽກງານຖະແຫຼງຂ່າວສື່ມວນຊົນ ຈະສ້າງໂອກາດໃຫ້ປະເທດລາວພັດທະນາວຽກງານທຽບເທົ່າກັບປະເທດອື່ນ ສາມາດເຊື່ອມໂຍງກັບສາກົນ ຍົກປະສິດທິພາບໃຫ້ວຽກງານສື່ມວນຊົນກາຍເປັນອຸດສະຫະກຳ ແລະ ອື່ນໆ ເຊິ່ງບັນດາເນື້ອໃນທີ່ສຳມະນາປະກອບມີ ພື້ນຖານລະບົບເຕັກໂນໂລຊີຂອງສື່ມວນຊົນ ແລະ ວິໄສທັດການພັດທະນາໃນອະນາຄົດ ເຕັກໂນໂລຊີດີຈີຕອນ-ການຫັນປ່ຽນຈາກລະບົບ ອານນາລອກສູ່ດີຈີຕອນ ລະບົບໂທລະພາບດີຈີຕອນແບບ DTMB ລາວແຊັດ ກັບການນຳໃຊ້ເຕັກໂນໂລຊີດີຈີຕອນ ໂທລະພາບກັບການຕະຫຼາດ ການຄຸ້ມຄອງນຳໃຊ້ອິນເຕີເນັດໃນ ສປປ ລາວ ແລະ ອື່ນໆ.
Editor: ຫນັງສືພິມວຽງຈັນໃຫມ່