ບໍລິສັດ ຮ່ວມພັດທະນາກະສິກຳ ຂາອອກ-ຂາເຂົ້າ ມະຫາຊົນ ຫຼື ຢູດີເອຟາມ ຜູ້ຜະລິດລູກໝູເປັນສິນຄ້າລາຍໃຫຍ່ ຊຶ່ງບໍລິສັດໄດ້ຢືນຢັນຄວາມປອດໄພຂອງສິນຄ້າ ດ້ວຍລະບົບທີ່ໄດ້ມາດຕະຖານສາກົນ ແລະ ພ້ອມຈະຂະຫຍາຍທຸລະກິດ ເປັນຕົ້ນ ແມ່ນຂະຫຍາຍພໍ່ພັນ ແລະ ແມ່ພັນໝູ ເພີ່ມຂື້ນ.
ທ່ານນາງ ຈັນນວນ ສີປະເສີດ, ປະທານຮ່ວມ ຢູດີເອຟາມ ໄດ້ເປີດເຜີຍໃຫ້ຮູ້ວ່າ: ຢູດີເອຟາມ ໄດ້ຮັບການສ້າງຕັ້ງຂຶ້ນເມື່ອປະມານ 5-6 ປີກ່ອນ ໂດຍຜະລິດລູກໝູຂາຍເປັນສິນຄ້າ ຕໍ່ຈາກນັ້ນ ກໍໄດ້ພັດທະນາຜະລິດຕະພັນໃຫ້ດີຂຶ້ນມາເລື້ອຍໆ ກາຍເປັນທີ່ຕ້ອງການຂອງຕະຫຼາດຫຼາຍເພີ່ມຂຶ້ນນັບມື້ ເປັນຕົ້ນຢູ່ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ ແລະ ບັນດາແຂວງພາກກາງ ແລະ ພາກໃຕ້ ຍ້ອນການບໍລິຫານຈັດການຟາມ ເປັນລະບົບການປ້ອງກັນເຂັ້ມແຂງ ໄດ້ມາດຕະຖານສາກົນ ຊຶ່ງມີວິຊາການລ້ຽງຈາກ ພາຍໃນ ແລະ ຕ່າງປະເທດ ຮັບປະກັນໄດ້ຄວາມປອດໄພຈາກເຊື້ອພະຍາດຂອງ ລູກໝູ 100%.
ປະຈຸບັນທາງຟາມ ໄດ້ມີພໍ່-ແມ່ພັນໝູ ທັງໝົດ 4.800 ກວ່າໂຕ ຜະລິດລູກໝູ ຂາຍ 3 ສາຍພັນ ຄື: ລາດໄວ, ແລນເຣດ ແລະ ດູລ໋ອກ ໄດ້ 8 ພັນກວ່າໂຕຕໍ່ເດືອນ ຊຶ່ງບໍ່ພຽງພໍກັບຄວາມຕ້ອງການຂອງຕະຫຼາດທີ່ມີສູງເຖິງ 18-20 ພັນ ໂຕຕໍ່ເດືອນ ຂະນະທີ່ບໍລິສັດມີແຜນທີ່ຈະເພີ່ມຍອດການຜະລິດຂຶ້ນສູ່ຕົວເລກສັ່ງຊື້.
ໂດຍຟາມມີພະນັກງານທັງໝົດ 180 ຄົນເບິ່ງແຍງຄອກໝູ ຈໍານວນທັງໝົດ 57 ຫຼັງ ໃນນີ້ ເປັນຄອກໝູປິດ 19 ຫຼັງ, ຄອກໝູເປີດ 29 ຫຼັງ ແລະ ຄອກໝູອື່ນໆອີກ ຈຳນວນ 9 ຫຼັງ ຊຶ່ງທີ່ຕັ້ງຟາມແມ່ນຢູ່ບ້ານໃໝ່, ເມືອງໂພນໂຮງ, ແຂວງວຽງຈັນ.
Editor: ຕະວັນ ແສງສະຫວັນ