ສູນເລືອດແຫ່ງຊາດ ອົງການກາແດງລາວ ໄດ້ຮ່ວມກັບ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມສຳມະນາ ພາຍ ໃຕ້ຫົວຂໍ້ “ວຽກງານເລືອດຮ່ວມ ກັບນະຄອນຫຼວງວຽງຈັນ ໃຫ້ ເຂົ້າສູ່ລວງເລິກ” ຂຶ້ນ ເມື່ອວັນ ທີ 19 ກັນຍາ ທີ່ຜ່ານມານີ້ ທີ່ສຳນັກງານ ນະຄອນຫຼວງວຽງຈັນ ໂດຍການ ເປັນປະທານຮ່ວມຂອງທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ ຜູ້ຊີ້ນຳ ວຽກງານວັດທະນະທຳ-ສັງຄົມ, ທ່ານ ທອງພະຈັນ ສອນນະສິນ ຮອງປະທານອົງການກາ ແດງລາວ ແລະ ນັກສຳມະນາກອນເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ບັນດາຜູ້ເຂົ້າຮ່ວມໄດ້ພ້ອມກັນປຶກສາຫາລື ແລະ ຖອດຖອນບົດຮຽນ ຮ່ວມກັນ ໂດຍສະເພາະການ ວາງແຜນ ເພື່ອປະຕິບັດກິດຈະກຳບໍລິຈາກເລືອດຢູ່ບັນດາ ເມືອງ ແລະ ພະແນກການຕ່າງໆ ໃນຕໍ່ໜ້າຕາມວິໄສທັດ, ຍຸດ ທະສາດ ແລະ ແຜນຈັດຕັ້ງປະ ຕິບັດວຽກງານເລືອດໃນແຕ່ລະໄລຍະ ແນໃສ່ເຮັດໃຫ້ການຈັດ ຕັ້ງແຕ່ລະຂັ້ນມີຄວາມເຂົ້າໃຈ ກ່ຽວກັບວຽກງານເລືອດຫຼາຍຂຶ້ນ, ຄົ້ນຄວ້າບັນຫາຕ່າງໆ ໂດຍສະເພາະແມ່ນການວາງ ແຜນໂຕເລກຄາດໝາຍ (2017-2020) ຂອງນະຄອນຫຼວງວຽງຈັນ, ສ້າງຂໍ້ຕົກລົງ, ກຳນົດວັນ, ເວລາ ແລະ ການຈັດຮັບບໍລິຈາກເລືອດ ຕາມທິດຊີ້ນຳຂອງສູນກາງແນວລາວສ້າງຊາດ ພາຍໃຕ້ຫົວຂໍ້ “ບໍລິຈາກເລືອດແມ່ນຮັກຊາດ ແລະ ພັດທະນາ”, ວິທີການຈັດຕັ້ງປະຕິບັດຕົວຈິງ ເພື່ອໃຫ້ມີຜົນສຳເລັດຕາມແຜນການຄາດໝາຍທີ່ວາງໄວ້ໃນຕໍ່ໜ້າ.
ໃນວາລະກອງປະຊຸມ ບັນດາຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການສະເໜີສະພາບລວມ ໃນການຈັດຕັ້ງປະຕິບັດປຸກລະດົມບໍລິຈາກເລືອດໃນໄລຍະ ທີ່ຜ່ານມາ ແລະ ແຜນວິໄສທັດ ຮອດປີ 2030, ຍຸດທະສາດ 10 ປີ (2016-2025) ແລະ ແຜນຈັດຕັ້ງປະຕິບັດວຽກງານເລືອດ 5 ປີຄັ້ງທີ 2 (2015-2020).
Editor: ດາວໄຊ ສີວິໄລ