ບ້ານຫລັກ 19 ເມືອງບາຈຽງຈະເລີນສຸກ ເປັນບ້ານໃຫ່ຍພັດທະນາ ທີ່ໂຮມກັນເຂົ້າ ສາມບ້ານ ທີ່ຕັ້ງລຽບຕາມສາຍທາງ ເລກທີ 16 ໄປເມືອງບາຈຽງ ແລະ ເມືອງປາກຊ່ອງ ຄື: ບ້ານຫລັກ 18, ບ້ານຫລັກ 19 ແລະ ບ້ານຫລັກ 20 ໂດຍມີຄອບຄົວທັງໝົດ 246 ຄອບຄົວ, ປະຊາກອນທັງໝົດ 1,168ຄົນ, ຍິງ 523 ຄົນ, ອາຊີບສ່ວນໃຫ່ຍແມ່ນຖືເອົາການຕີພ້າເປັນອາຊີບຫລັກ ແລະ ກຳມະກອນອີກຈຳນວນໜຶ່ງ, ໃນໄລຍະຜ່ານມາ ກິດຈະກຳການຕີພ້າ ແມ່ນໄດ້ສຶບທອດກັນມາແຕ່ດົນນານ ທີ່ເປັນອາຊີບຂອງປະຊາຊົນ ໃນສາມບ້ານທີ່ຜະລິດ ແລະ ຈຳໜ່າຍມາແຕ່ປີ 1990 ເປັນຕົ້ນມາ ເບື້ອງຕົ້ນ ການຕີພ້າ ແມ່ນເຮັດແບບປະຖົມປະຖານ ຍັງບໍ່ທັນໄດ້ນຳເອົາເຄື່ອງຜະລິດທີ່ທັນສະໄໝເຂົ້າມານຳໃຊ້ ມາຮອດປີ 2010 ທັງສາມບ້ານໄດ້ສຶບຕໍ່ຜະລິດ ແລະ ຊອກຫາຕະຫລາດຈຳໜ່າຍພາຍໃນແຂວງ ແລະ ແຂວງ ອ້ອມຂ້າງໃກ້ຄຽງ, ບວກກັບການປັບປຸງເຕັກນິກການຕີ, ຮູບແບບລັກສະນະຂອງພ້າ ແຕ່ລະຊະນິດ ຫລາຍຂະໜາດ ເພື່ອນຳມາວາງຈຳໜ່າຍກັບທີ່ ແລະ ມີການຈັດຕັ້ງເປັນ ການຜະລິດຂຶ້ນ ເຊິ່ງມາຮອດປະຈຸບັນ ມີເຖີງ 80 ເຕົາຜະລິດ, ເຕົາລະ 3 ຄົນ ໃນແຕ່ລະເຕົາ ທີ່ຜະລິດແມ່ນຈະເນັ້ນດ້ານຄຸນນະພາບ, ຮູບຊົງຂອງພ້າແຕ່ລະຂະໜາດ ໂດຍນຳໃຊ້ເຫລັກແໜບລົດເກົ່າ ທີ່ເຊົາໃຊ້ແລ້ວ ມາຕີເປັນພ້າ ໃຫ້ກາຍເປັນຜະລິດຕະພັນໃຊ້ສອຍ ທີ່ເພີ່ມມູນຄ້າ ສ້າງລາຍຮັບເຂົ້າສູ່ຄອບຄົວ, ປັບປຸງຊີວິດການເປັນຢູ່ນັບມື້ນັບດີຂື້ນເລື້ອຍໆ.
ທ່ານ ບຸນຄໍ້າ ແກ້ວຄຳດີ ຫົວໜ້າໜ່ວຍຜະລິດ ຕີພ້າ ກຸ່ມໜຶ່ງ ໄດ້ເວົ້າວ່າ: ເມືອກ່ອນການຕີພ້າ ແມ່ນສາມາດຕີໄດ້ປະມານ 10 ດວງ/ມື້, ພາຍຫລັງໄດ້ນຳໃຊ້ສູບລົມ ດ້ວຍໄຟຟ້າເຂົ້າມາປະກອບໃສ່ ເຫັນວ່າ ການຜະລິດ ກໍຄືການຕີ ໄດ້ເພີ່ມປະລິມານຫລາຍຂື້ນ ຈາກ 10 ດວງ ມາເປັນ 16 ດວງຕໍ່ວັນ, ສ່ວນວ່າ ລາຄາຂາຍ ຈາກເມື່ອກ່ອນ ດວງລະ 8,000 ກີບ, ກໍ່ເພີມຂຶ້ນມາເປັນ ດວງລະ 35.000 ເຖີງ 50.000 ກີບ, ບາງຄັ້ງກໍ່ຜະລິດຕາມລູກຄ້າສັ່ງ ທີ່ມາສັ່ງຈອງເປັນຈຳນວນຫລາຍ ແລະ ຜະລິດຕາມແບບລູກຄ້າຕ້ອງການ. ນັບແຕ່ມີການຜະລິດເປັນກຸ່ມເຫັນວ່າ ການຕອບຮັບຂອງລູກຄ້າແມ່ນເພີມຂຶ້ນ ໂດຍສະເພາະແມ່ນເຂດເມືອງປາກຊ່ອງ ແລະ ເມືອງເລົ່າງາມ, ສ່ວນໜຶ່ງກໍ່ແມ່ນ ລູກຄ້າຈາກ ນະຄອນຫລວງວຽງຈັນ ດ້ວຍເອກະລັກ ທີ່ວ່າ ( ພ້າເປ້ສົ່ງຊ່າງ-ພ້າຫວ່ານເສຍເງີນ ) ຈິ່ງເຮັດໃຫ້ລູກຄ້າຈຳນວນຫລາຍໄດ້ ຫັນມາຊື້ພ້າທີ່ຕີດ້ວຍຊ່າງລາວເອງ ເພື່ອນໍາໄປໃຊ້ໃນຄົວເຮືອນ, ວຽກງານກະສິກຳ ແລະ ອື່ນໆ ເພາະຄຸນະພາບ ແລະ ລາຄາທີ່ເໜາະສົມ ໃຊ້ທົນທານຮັບປະກັນຄຸນນະພາບ ແລະ ໄດ້ຮັບການກວດກາຂຶ້ນທະບຽນ ແລະ ຢັ້ງຢືນເປັນສີນຄ້າໂອດອບ ປະຈຳບ້ານ ກໍ່ຄືເມືອງບາຈຽງຈະເລີນສຸກ ມາເປັນເວລາ 5 ປີ.
ທີມຂ່າວ ແຂວງຈຳປາສັກ
Editor: ກຳປານາດ ລັດຖະເຮົ້າ