ໂດຍປະຕິບັດຕາມກົດລະບຽບ ຂອງກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ທະນຸເຄາະຂອງສະຫະພັນນັກຮົບເກົ່າ ວ່າດ້ວຍ ປະຕິບັດນະໂຍບາຍຕໍ່ຄອບຄົວສະມາຊິກທີ່ເສຍຊີວິດ. ດັ່ງນັ້ນວັນທີ 18 ກັນຍາ 2017 ທີ່ຜ່ານມາ,ຫ້ອງການສະພັນນັກຮົບເກົ່າເມືອງເຊໂປນ ໄດ້ເອົາເງິນຈຳນວນ 20 ລ້ານກີບ ໄປມອບສົ່ງເຄາະຊ່ວຍເຫຼືອໃຫ້ແກ່ຄອບຄົວຂອງ ທ່ານນາງ ສົມພອນ ອອ່ນແກ້ວ ເຊິ່ງຜູ້ກ່ຽວໄດ້ສະໝັກໃຈເຂົ້າຮ່ວມເຄື່ອນໄຫວເປັນສະມາຊິກກອງທຶນ ກຊທ ໃນວັນທີ 5 ພະຈີກ 2012 ແລະໄດ້ໝົດສິດໃນການເປັນສະມາຊິກໃນວັນທີ 17 ກັນຍາ 2017 ດ້ວຍການເສຍຊີວິດທີ່ບ້ານສອນມີໄຊ ເມືອງເຊໂປນ, ແຂວງສະຫັນນະເຂດ ກ່າວມອບເງິນຄັ້ງນີ້ໂດຍແມ່ນ ທ່ານ ສີຕານ ນາກບຸນເພັງ ຮອງປະທານສະຫະພັນນັກຮົບເກົ່າ ແລະ ຜູ້ຮັບ ແມ່ນຕາງໜ້າຄອບຄົວທ່ານນາງ. ສົມຈິດ ອອ່ນແກ້ວ ຜູ້ເປັນລູກສາວ ຊ້ອງໜ້າການຈັດຕັ້ງທຸກຂັ້ນຂອງເມືອງ, ບ້ານພ້ອມດ້ວຍຍາດຕິພີ່ນ້ອງເຂົ້າຮ່ວມເປັນສັກຂີພິຍານນຳດ້ວຍ ທັງນີ້ກໍ່ເພື່ອເປັນການຊ່ວຍເຫຼືອບັນເທົາທຸກໃຫ້ແກ່ຄອບຄົວດັ່ງກ່າວ, ປະຈຸບັນທົ່ວເມືອງມີສະມາຊີກກອງທຶນທັງໝົດ1,650 ຄົນ.
ຂ່າວຈາກ ເມືອງເຊໂປນ
Editor: ກຳປານາດ ລັດຖະເຮົ້າ