ເມື່ອບໍ່ດົນມານີ້ ບໍລິສັດເບຍລາວ ໄດ້ຈັດງານຖະແຫລງຂ່າວ ເປີດໂຕຮູບເງົາ ສັ້ນສື່ໂຄສະນາໃຫມ່ ຜະລິດຕະພັນເບຍລາວ ຂື້ນທີ່ນະຄອນຫລວງວຽງຈັນ, ເຊີງພາຍໃນງານເຂົ້າຮ່ວມ ມີບັນດາຄະນະຜູ້ບໍລິຫານລະດັບສູງ ຊອງບໍລິສັດ ເບຍລາວ, ພ້ອມນີ້ຍັງມີບັນດາແຂກ ທີ່ກ່ຽວຂ້ອງ-ຸືດເຊີນ ແລະ ສື່ມວນຊົນເຂົ້າຮ່ວມ ຢ່າງພ້ອມພຽງ.
ໃນພິທີ ທ່ານ ສູນທອນ ພົມມະຈັກ ປະທານບໍລິສັດ ເບຍລາວ ຈຳກັດ ໄດ້ກ່າວວ່າ: ຕະລອດ44 ປີ ທີ່ ເບຍລາວ ມີສ່ວນຮ່ວມແລະຄຽງຄູ່ກັບສັງຄົມລາວມາຕະຫລອດ ແລະ ໄດ້ມີການເຕີບໃຫຍ່ຂື້ນຢ່າງໝັ້ນຄົງ ຄຽງຄູ່ກັບການເຕີບໃຫຍ່ຂະຫຍາຍໂຕຂອງປະເທດຊາດໃນແຕ່ລະໄລຍະ. ບໍລິສັດ ເບຍລາວໄດ້ກາຍເປັນຜູ້ນຳອັນດັບໜື່ງດ້ານນະວັດຕະກຳການຜະລິດເຄື່ອງດື່ມ ກໍ່ຄືສີນຄ້າຂອງລາວ ໃນ ສປປ ລາວ. ບໍລິສັດເບຍລາວ ຍາມໃດກໍ່ເອົາໃຈໃສ່ຖືເອົາການຊຸກຍູ້ຊ່ວຍເຫຼືອສັງຄົມລາວໄປຄຽງຄູ່ກັບການດຳເນີນທຸລະກິດ. ແຕ່ລະປີບໍລິສັດເບຍລາວໄດ້ແຈກຢາຍງົບປະມານຈຳນວນຫຼວງຫຼາຍເຂົ້າໃນການຊຸກຍູ້ກິດຈະກຳຕ່າງໆຂອງສັງຄົມ ເປັນຕົ້ນແມ່ນ ວຽກງານ ສືກສາ, ສາທາລະນະສຸກ, ສະພາບແວດລ້ອມ, ການປົກປັກຮັກສາຮີດຄອງປະເພນີອັນດີງາມຂອງຊາດ ແລະວຽກອື່ນໆ ທີ່ເປັນຜົນປະໂຫຍດແກ່ສາທາລະນະ ບໍລິສັດເບຍລາວ ເປັນ ບໍລິສັດຮ່ວມທືນ ລະຫວ່າງລັດຖະບານລາວ ແລະກຸ່ມບໍລິສັດຄາຣສະເບີກ ຈາກປະເທດເດັນມາກ ເຊິ່ງເປັນການຮ່ວມມືທີ່ປະສົບຜົນສຳເລັດ ແລະລົງໂຕ ແລະພວກເຮົາໄດ້ພິສູດແລ້ວວ່າ ຜົນສຳເລັດ ແລະການເຕີບໂຕສາມາດບັນລຸໄດ້ຈາກການປະສົມປະສານຄວາມຮູ້ພາຍໃນ ກັບປະສົບການສາກົນ.
ທ່ານ ປະທານ ບໍລິສັດ ເບຍລາວ ຍັງກ່າວຕື່ມວ່າ: ເພື່ອສືບຕໍ່ໃນການເປັນຜູ້ນຳໃນຕະຫຼາດ ແລະເປັນຜະລິດຕະພັນພາຍໃນທີ່ເຂັ້ມແຂງໄດ້ມາດຕະຖານສາກົນ ບໍລິສັດເບຍລາວຈຳກັດ ຍາມໃດກໍ່ສືບຕໍ່ສ້າງ ແລະພັດທະນາຜະລິດຕະພັນ ຂອງຕົນໂດຍສະເພາະແມ່ນເບຍລາວ ທີ່ເປັນເບຍລະດັບຊາດຂອງລາວ ໃຫ້ເຂັ້ມແຂງສາມາດປົກປ້ອງຕະຫຼາດຈາກການແຂ່ງຂັນທີ່ນັບມື້ນັບຮຸນແຮງຂື້ນໄດ້ ກາຍເປັນສິນຄ້າໜື່ງດຽວຂອງລາວທີ່ສາມາດສົ່ງອອກໄປຫຼາຍປະເທດ ແລະສາມາດປົກປ້ອງຕະຫຼາດພາຍໃນໄດ້ຢ່າງແຂງແກ່ນ. ການພັດທະນາປັບປູງຜະລິດຕະພັນເບຍລາວລວມມີ ການປັບປຸງຮອບດ້ານ ແລະພິເສດ ແມ່ນການ ສືບຕໍ່ສ້າງໜັງໂຄສະນາໃໝ່ທີ່ຍັງຄົງມີເນື້ອໃນຕິດພັນກັບການຮັກສາ ແລະ ສົ່ງເສີມຮີດຄອງປະເພນີ, ວິຖີການດຳລົງຊີວິດຂອງຄົນລາວ ແລະ ເປັນສີ່ງທີ່ຄົນລາວພາກພູມໃຈ.
ສຳລັບສື່ໂຄສະນາ ເບຍລາວຊຸດໃໝ່ນີ້ ຈື່ງຍັງເໜັ້ນໃສ່ “ພູມໃຈໃນຄວາມເປັນລາວ” (Proud to be Lao). ພູມໃຈທີ່ໄດ້ເກີດເປັນຄົນລາວ, ຢູ່ຜືນແຜ່ນດິນລາວ, ມີມູນເຊື້ອປະຫວັດສາດອັນຍາວນານ ມີພູມມິປະເທດທີ່ສວຍສົດງົດງາມ ອຸດົມຮັ່ງມີໄປດ້ວຍທຳມະຊາດທີ່ສວຍງາມ ມີຊັບພະຍາກອນທີ່ອຸດົມສົມບູນ, ມີບັນພະບູລຸດທີ່ກ້າແກ່ນ, ປູສະນີຍະສະຖານໄວ້ໃຫ້ເຮົາເປັນມໍລະດົກຢ່າງຫລວງຫລາຍ. ເປັນຊາດທີ່ມີວັດທະນະທຳຮີດຄອງປະເພນີອັນດີງາມ ແລະ ເປັນເອກະລັກ, ຄົນລາວເປັນຄົນອ່ອນນ້ອມຖ່ອມໂຕ ຍີ້ມແຍ່ມແຈ່ມໃສ ມີຄວາມຈິງໃຈ ຈິງຈັງ, ເອື້ອເຟື້ອເພື່ອແຜ່. ເຖິງວ່າປະເທດເຮົາຈະມີການພັດທະນາ ແລະ ຄົນລາວມີການພົວພັນກັບຕ່າງປະເທດຫລາຍຂື້້ນ ມີການເດີນທາງໄປສຶກສາຮໍ່າຮຽນ ຫຼື ເຮັດວຽກເພື່ອພັດທະນາຄວາມຮູ້ຄວາມສາມາດຢູ່ຕ່າງປະເທດ ແຕ່ຄວາມເປັນລາວເຮົາກໍ່ຍັງຄົງຢູ່ ເຖິງແມ່ນວ່າຄົນລາວເຮົາຈະໄປປະເທດໃດ ຫລື ຈະຢູ່ໃນສະພາບແວດລ້ອມສັງຄົມທີ່ມີການປ່ຽນແປງໄປຫລາຍກໍ່ຕາມ ແຕ່ກໍ່ຍັງຄົງຄວາມເປັນລາວ ແລະ ຍັງສືບຕໍ່ຮັກສາປະເພນີອັນດີງາມຂອງລາວເຮົາເອົາໄວ້.
Editor: ກຳປານາດ ລັດຖະເຮົ້າ