ເນື່ອງໃນງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 14 ທີ່ນະຄອນຫນານຫນິງ, ແຂວງກວາງຊີ, ສາທາລະນະລັດ ປະຊາຊົນຈີນ ຢູ່ທີ່ຫ້ອງວາງສະແດງສິນຄ້າຂອງ ສປປ ລາວ ທ່ານ ສົມຫວັງ ນິນທະວົງ ຫົວຫນ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນຫົວຫນ້າກອງເລຂາ ງານວາງສະແດງສິນຄ້າ ຈີນ-ເອັກໂປ ແຫ່ງຊາດລາວ, ໄດ້ໃຫ້ສໍາພາດແກ່ສື່ມວນຊົນລາວວ່າ: ງານວາງສະແດງສິນຄ້າດັ່ງກ່າວ ແມ່ນເປັນມະຫາວິທະຍາໄລຫນຶ່ງ ສຳລັບຜູ້ປະກອບການ ຈາກ ສປປ ລາວ, ທັງເປັນບ່ອນແລກປ່ຽນຂໍ້ມຸນຂ່າວສານ ລະຫວ່າງຄົນລາວດ້ວຍກັນ ແລະ ລູກຄ້າ ຕົນຈີນ ແລະ ບັນດາປະເທດອາຊຽນ, ນອກຈາກນັ້ນ ຍັງເປັນບ່ອນທີ່ໃຫ້ລູກຄ້າໄດ້ມີຄຳຕໍານິຕິຊົມ ກ່ຽວກັບສິນຄ້າ ເພື່ອນຳໄປປັບປຸງແກ້ໄຂ ເປັນຕົ້ນ ດ້ານຄຸນນະພາບການຫຸ້ມຫໍ່, ການຊຳລະສະສາງ ແລະ ການຂົນສົ່ງ ເຊິ່ງປະກອບມີເວທີເມືອງແຫ່ງສະເຫນ່ ໃນການເປັນຕົວແທນ ຂອງປະເທດ ຕາງຫນ້າ ໃຫ້ກັບ 18 ແຂວງ, ໃນການສະເຫນີທ່າແຮງດ້ານເສດຖະກິດ ກໍ່ຄືທ່າແຮງ ທາງດ້ານການທ່ອງທ່ຽວ ພາຍໃນແຂວງ, ພ້ອມກັນນັ້ນຍັງໄດ້ເຕົ້າໂຮມເອງຫົວຫນ່ວຍທຸລະກິດ ໂດຍມີຕົວແທນ 60 ຫົວຫນ່ວຍທຸລະກິດ ແລະ ນຳໃຂ້ເນື່ອທີ່ 122 ຫ້ອງ, ສິນຄ້າສ່ວນໃຫຍ່ ປະກອບມີ : ຜະລິດຕະພັນໄມ້ປຸງແຕ່ງ, ເຟີນີເຈີ , ຜະລິດຕະພັນກະສິກໍາປຸງແຕ່ງ, ຜະລິດຕະພັນຢາພື້ນເມືອງ, ຫັດຖະກຳຝ້າໄຫມ, ເຄື່ອງອັນຍະມະນີ ແລະ ພາຍໃນງານ ສິນຄ້າທີ່ໄດ້ຮັບຄວາມສົນໃຈຫລາຍກວ່າຫມູ່ ແມ່ນປະເພດເຟີນີເຈີ ແກະສະຫລັກໄມ້ ແລະ ສິນຄ້າກະສິກຳ ປະເພດເຂົ້າສານ ເຊີ່ງໃນປີນີ້ ລັດຖະບານ ສປ ຈີນ ມີໂຄຕ້າ ສົ່ງອອກ-ສົ່ງເຂົ້າ ໄປຍັງຕະຫລາດ ຈິນ 2 ຫນື່ນໂຕນ ຖດຍມອບໃຫ້ພາກສ່ວນທີ່ກ່ຽວຂ້ອງເປັນຜູ້ດຳເນີນການ.
ທ່ານ ຫົວຫນ້າກົມສົ່ງເສີມການຄ້າ ກ່າວຕື່ມວ່າ: ງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 14 ນີ້ ສໍາລັບ ສປປ ລາວ ແມ່ນໄດ້ເລືອກເອົາລັກສະນະຜະລິດຕະພັນສິນຄ້າ ທີ່ເປັນທ່າແຮງເຂົ້າສູ່ຕະຫລາດຈີນ ກໍ່ຄື ຕະຫລາດອາຊຽນ ເຊີ່ງໃນແຕ່ລະປີ ກອງເລຂາຝ່າຍຈີນ ກັບ 10 ປະເທດອາຊຽນ ໄດ້ພ້ອມກັນຄົ້ນຄວ້າ ຫົວຊໍ້ຂອງງານ ທີ່ມີລັກສະນະແຕກຕ່າງກັນ ເຊີ່ງຫົວຂໍ້ ແລະ ກິດຈະກຳຕ່າງໆ ທີ່ຈັດແມ່ນໄປຕາມນະໂຍບາຍ ຫນຶ່ງແລວທາງ-ຫນຶ່ງເສັ້ນທາງ, ສຳລັບ ສປປ ລາວ ແມ່ນໄດ້ປະຕິບັດຕາມທັດສະນະ 4 ດີ ຄື: ເພື່ອນບ້ານທີ່ດີ, ເພື່ອນທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ. ເພື່ອບັນລຸເປົ້າຫມາຍດຽວກັນ.
Editor: ກຳປານາດ ລັດຖະເຮົ້າ