ເພື່ອສ້າງຄວາມສົນໃຈ ແລະ ດຶງດູດນັກທ່ອງທ່ຽວທີ່ມາທ່ຽວຊົມ ແລະ ຊື້ສິນຄ້າໃນງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 14 ທີ່ນະຄອນໜານໜິງ ແຂວງກວາງຊີ ສປຈີນ, ລັດຖະບານ ສປປ ລາວ ໄດ້ເລືອກແຂວງໄຊຍະບູລີ ເປັນເມືອງແຫ່ງສະເໜ່ ໂດຍນໍາເອົາການຈຳລອງກອງເຂົ້າໃຫຍ່ ທີ່ເປັນເອກະລັກສະເພາະ ງານບຸນປະເພນີ ວັດທະນະທຳ ຂອງແຂວງໄຊຍະບູລີ ເຂົ້າຮ່ວມ ເຊິ່ງສະແດງໃຫ້ເຫັນເຖິງຄວາມອຸດົມສົມບູນ ທາງດ້ານການຜະລິດ ການກະສິກໍາ, ການປຸງແຕ່ງ ຄວາມສາມັກຄີຮັກແພງ, ພູມປັນຍາ, ວັດທະນະທຳ-ຮິດຄອງປະເພນີ ແລະ ອື່ນໆ.
ພາຍໃນງານວາງສະແດງ ຄັ້ງນີ້ ທີມຂ່າວລາຍການໄດ້ມີໂອກາດສຳພາດ ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໄຊຍະບູລີ ເຊິ່ງທ່ານໄດ້ໃຫ້ສໍາພາດວ່າ: ແຂວງໄຊຍະບູລີ ແມ່ນເປັນກຽດທີ່ສຸດທີ່ລັດຖະບານຂອງ ສປປ ລາວ ໄດ້ຕົກລົງໃຫ້ແຂວງດັ່ງກ່າວເປັນເມືອງແຫ່ງສະເໜ່ ເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງນີ້ ແລະ ແຂວງໄຊຍະບູລີ ໄດ້ເລືອກເອົາກອງເຂົ້າໃຫຍ່ທີ່ເປັນເອກະລັກສະເພາະ ງານບຸນວັດທະນະທຳ ຂອງແຂວງໄຊຍະບູລີ ມາຈຳລອງ ໃຫ້ບັນດາແຂກ ແລະ ນັກທ່ອງທ່ຽວ ຄົນຈີນ ແລະ ອາຊຽນ ໄດ້ເຫັນ, ເຊິ່ງໄດ້ຮັບຄວາມສົນໃຈ ພ້ອມທັງໄດ້ຮັບຄວາມນິຍົມຊົມຊອບ ຄໍາຊົມເຊີຍຈາກການນໍາ ແລະ ບັນດານັກທ່ອງທ່ຽວທັງພາຍໃນ-ຕ່າງປະເທດ ທີ່ເຂົ້າມາທ່ຽວຊົມເປັນຢ່າງດີ. ພ້ອມທັງຖ່າຍຮູບເປັນທີ່ລະນຶກພາຍໃນງານອີກດ້ວຍ.
ປີ 2018 ທີ່ຍັບມໍ່ໃກ້ເຂົ້າມາ ແມ່ນເປັນປີທ່ອງທ່ຽວລາວ ສະເພາະແຂວງໄຊຍະບູລີ ແມ່ນໄດ້ມີການກະກຽມຫຼາຍກິດຈະກໍາທີ່ພົ້ນເດັ່ນ ຂຶ້ນຊື່ລືນາມເປັນຕົ້ນແມ່ນບຸນກອງເຂົ້າໃຫຍ່ ທີ່ຈັດຂຶ້ນໃນທຸກໆປີ, ງານມະຫະກໍາບຸນຊ້າງໄຊຍະບູລີ ຈະຈັດຂຶ້ນ ລະຫວ່າງ ວັນທີ 6-18 ກຸມພາ 2018 ທີ່ຈະມາເຖິງ ແລະ ກິດຈະງານບຸນຊ່ວງເຮືອປະຈໍາປີອີກດ້ວຍ ນອກຈາກນີ້, ບັນດາເມືອງຕ່າງໆໃນທົ່ວແຂວງໄຊຍະບູລີ ຍັງປະກອບມີກິດຈະກໍາອື່ນໆທີ່ຫນ້າສົນໃຈຢ່າງຫລວງຫລາຍອີກດ້ວຍ.
ທ່ານຮອງເຂົ້າແຂວງໄຊຍະບູລີ ກ່າວຕື່ມອີກວ່າ: ເພື່ອເປັນການຮອງຮັບນັກທ່ອງທ່ຽວ ທີ່ຈະເຂົ້າມາທ່ຽວ ສປປ ລາວ 2018 ນີ້, ແຂວງໄຊຍະບູລີ ຍັງໄດ້ມີການປຶກສາຫາລືບັນດາເອກະສານ, ນະໂຍບາຍຕ່າງໆທີ່ມີຫຼາຍຂັ້ນຕອນ ເພື່ອອໍານວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວຕ່າງປະເທດ ໃຫ້ມີຄວາມສະດວກຫລາຍຂື້ນກວ່າເກົ່າ ໂດຍສະເພາະ ການເດີນທາງເຂົ້າ-ອອກເມືອງ ເຊີ່ງປະກອບມີ 3 ດ່ານທີ່ເຊື່ອມຈອດຄື: ດ່ານແຂວງໄຊຍະບູລີ ຫາ ແຂວງເລີຍ ( ປະເທດໄທ) ດ່ານ ໄຊຍະບູລີ ຫາ ແຂວງອຸຕຣາດິດ ແລະ ດ່ານເມືອງເງິນ ຫາ ແຂວງນ່ານ (ປະເທດໄທ) , ດ່ານໄຊຍະບູລີ ຫາ ແຂວງພະເຍົາ (ປະເທດໄທ) ທີ່ກຳລັງກະກຽມເປີດດ່ານສາກົນໃນໄວໆນີ້ ແລະ ໄດ້ກະກຽມຄະນະກໍາມະການຮັບຜິດຊອບ ນັບທັງສະມາຄົມເຮືອນພັກ-ໂຮງແຮມ, ຮ້ານອາຫານ ແລະ ແຫລ່ງທ່ອງທ່ຽວທີ່ສຳຄັນພາຍໃນແຂວງ ແລະ ອື່ນໆ, ປັດຈຸບັນໄດ້ສໍາເລັດການກະກຽມໃນເບື້ອງຕົ້ນ.
Editor: ກຳປານາດ ລັດຖະເຮົ້າ