ຟອຍແຂມ ເປັນຜະລິດຕະພັນຫັດຖະກຳ ຊະນິດໜຶ່ງ ທີ່ ປະຊາຊົນໃນຫລາຍທ້ອງຖີ່ນ ນຳໃຊ້ເຂົ້າໃນຊີວິດປະຈຳວັນ ໃນການປັດກວດເຮືອນຊານ ແລະ ຮັບໃຊ້ໃນວຽກອະນາໄມທຳຄວາມສະອາດ ຖ້າເວົ້າເຖີງການຜະລິດແລ້ວ ບໍ່ແມ່ນເລື່ອງງ່າຍ ແຕ່ກະບໍ່ຍາກເກີນໄປ ເຊັ່ນດຽວກັບ ປະຊາຊົນ ບ້ານ ໜື່ນຫລວງ ເມືອງ ບາຈຽງຈະເລີນສຸກ ທີ່ ຖືເອົາອາຊີບການເຮັດຫັດຖະກຳ ຟອຍແຂມ ເປັນອາຊີບຫລັກ ໃນການສ້າງລາຍຮັບແກ່ການລ້ຽງຊີບຂອງຄອບຄົວ .
ທ່ານນາງ ອິດ ມິດປະຊາ ຮອງນາຍບ້ານ ໜື່ນຫລວງ ໄດ້ໃຫ້ຮູ້ວ່າ ການເຮັດຫັດຖະກຳ ຟອຍແຂມນີ້ ແມ່ນມີມາແຕ່ດົນນານ ສຶບທອດກັນມາຈາກ ພໍ່ແມ່ ຮອດລູກຫລານ ແລະ ໄດ້ນຳໃຊ້ວິທີການຜະລິດທີ່ດີຂຶ້ນຈາກເດີມ ແລະ ອີງໃສ່ຄວາມຕ້ອງການຂອງລູກຄ້າທີ່ມາສັ່ງ ຕາມຄວາມຕ້ອງການຂອງຕະຫລາດ, ໃນບ້ານໜື່ນຫລວງ ມີຄອບຄົວທັງໜົດ 220 ຄອບຄົວ, ໃນນັ້ນ ຄອບຄົວທີ່ເຮັດຫັດຖະກຳຟອຍແຂມ ມີເຖີງ 190 ຄອບຄົວ, ສ່ວນວັດຖຸດິບທີ່ນຳມາຜະລິດ ແມ່ນຊື້ມາຈາກ ເມືອງປາກຊ່ອງ ແລະ ສ່ວນໜຶ່ງກໍ່ປູກເອງກັບສວນໃນບ້ານ. ການຜະລິດຫັດຖະກຳ ຟອຍແຂມ ແມ່ນມີຂະບວນການຜະລິດທີ່ບໍ່ຫຍຸ້ງຍາກປານໃດ ຄອບຄົວໜຶ່ງ ສາມາດເຮັດຊ່ວຍກັນໄດ້ທັງຜູ້ນ້ອຍ ແລະ ຜູ້ໃຫ່ຍ ໂດຍສະເລ່ຍ ກ້ານໜຶ່ງ ຈະຂາຍໄດ້ 2.500 ກີບ ຫາ 3.000 ກີບ/ຕໍ່ກ້ານ ສ່ວນການລົງທືນຜະລິດຫັດຖະກຳຟອຍແຂມນີ້ ຈະໄດ້ຮັບຜົນກຳໄລຈາກການລົງທືນ ທົບເຄີ່ງ ເຊິ່ງອາຊີບນີ້ ແມ່ນສາມາດເຮັດໄດ້ໜົດປີ ແລະ ມີລູກຄ້າ ມາເກັບຊື້ຈາກ 4 ແຂວງພາກໄຕ້ ແລະ ສ່ວນໜຶ່ງກໍ່ຂາຍພາຍໃນແຂວງ ຈຳປາສັກ ເຊິ່ງ ຟອຍແຂມ ນີ້ ແມ່ນໄດ້ຮັບການຂຶ້ນທະບຽບເປັນສີນຄ້າ ໂອດອບ ມາໄດ້ 3 ປີແລ້ວ ແລະ ຈັດເຂົ້າເປັນຜະລິດຕະພັນ ທີ່ ມີຍອດຂາຍຫລາຍສົມຄວນ ແລະ ສາມາດແກ້ໄຂຄວາມທຸກຍາກໄດ້.
Editor: ກຳປານາດ ລັດຖະເຮົ້າ