ໃນຕົ້ນອາທິດຜ່ານມາ ພະແນກ ແຜນການ ແລະ ການລົງທຶນ ແຂວງ ບໍລິຄໍາໄຊ ໄດ້ຈັດພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈ (MOU)ເພື່ອສຶກສາຄວາມເປັນໄປໄດ້ ໃນການພັດທະນາໂຄງການ ໄຟ້າແສງຕາເວັນ ຢູ່ເຂດບ້ານຫ້ວຍຄົດ ເມືອງ ປາກກະດິງ ແແຂວງ ບໍລິຄຳໄຊ ລະຫວ່າງ ທ່ານ ພອນທິລາດ ສິດສາທອນ ກຳມະການພັກແຂວງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ບໍລິຄຳໄຊ ເຊັນໃນນາມ ຝ່າຍລັດ-ອຳນາດການປົກຄອງແຂວງ ທ່ານ ກິດ ສິມພິການົນ ຕາງໜ້າກູ່ມບໍລິສັດ ພີດີແອວ ຄອນເທັກຊັນ (PDL Construction) ເຊັນໃນາມຜູ້ລົງທຶນພັດທະນາ ທ່ານ ມະນີວັນ ໄຊຍະເພັດ ຫົວໜ້າພະແນກພະລັງ ແລະ ບໍ່ແຮ່, ທ່ານ ສົມສະຫງວນ ສຸວັນນະລາດ ຫົວໜ້າຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ເຊັນໃນນາມຝ່າຍລັດ ໂດຍຊ້ອງໜ້າ ທ່ານ ບຸນມາ ບຸຈະເລີນ ຮອງເຈົ້າແຂວງ ບໍລິຄຳໄຊ ແລະ ພາກສ່ວນທີ່ກຽ່ວຂ້ອງຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມເປັນສັກຂີພິຍານ.
ໂຄງການພັດທະນາສຶກສາຄວາມເປັນໄປໄດ້ ໃນການສ້າງພະລັງງານ ໄຟຟ້າແສງຕາເວັນຢູ່ເຂດບ້ານຫ້ວຍຄົດ ເມືອງ ປາກກະດິງ ແຂວງ ບໍລິຄຳໄຊ ຈະໃຊ້ເວລາ 18 ເດືອນ, ນັບແຕ່ມື້ລົງນາມເປັນຕົ້ນໄປ. ຖ້າສ້າງສຳເລັດຈະມີກຳລັງຕິດຕັ້ງເຖິງ 15 (ເມກາວັດ) ແລະ ຍັງຈະເປັນອີກທ່າແຮງໜຶ່ງໃນການພັດທະນາເສດຖະກິດ-ສັງຄົມຂອງ ແຂວງ ບໍລິຄໍາໄຊຕື່ມອີກ.
Editor: ກຳປານາດ ລັດຖະເຮົ້າ