ສະມາຄົມນັກປະພັນລາວ ໄດ້ຈັດງານຊົມເຊີຍຜົນສໍາເລັດ ນັກປະພັນວັນນະກໍາແມ່ນໍ້າຂອງ ປະຈໍາປີ 2017, ເປັນກຽດເຂົ້າຮ່ວມຂອງ ທ່ານ ທອງໃບ ໂພທິສານ ຫົວໜ້າກົມມໍລະດົກໂລກ, ທັງເປັນປະທານ ສະມາຄົມນັກປະພັນລາວ, ທ່ານນາງ ດາລີວັນ ສິດພະໄຊ ແລະ ທ່ານ ແກ້ວບຸນທັນ ແກ້ວປະກາສິດ ນັກປະພັນລາງວັນ ວັນນະກໍາ ແມ່ນໍ້າຂອງ 2017, ມີບັນດາສະມາຊິກ ນັກປະພັນລາວ, ຄູອາຈານແຂກຖືກເຊີນ ແລະ ສື່ມວນຊົນລາວເຂົ້າຮ່ວມ.
ລາງວັນວັນນະກໍາແມ່ນໍ້າຂອງໄດ້ຮັບການສ້າງຕັ້ງຂຶ້ນ ເມື່ອປີ 2007 ປະກອບມີປະເທດທີ່ມີຊາຍແດນຕິດກັບ ແມ່ນໍ້າຂອງ ເຂົ້າຮ່ວມເປັນສະມາຊິກຄົບທັງໝົດ 6 ປະເທດ ໄດ້ແກ່ ສປປ ລາວ, ຫວຽດນາມ, ກໍາປູເຈຍ, ໄທ, ມຽນມາ ແລະສປ ຈີນ; ລາງວັນນະກໍາແມ່ນໍ້າຂອງເປັນລາງວັນ ໜຶ່ງທີ່ມີຄວາມໝາຍ ແລະ ຄວາມສໍາຄັນ ໃນການເສີມສ້າງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືທາງດ້ານການປະພັນວັນນະຄະດີໃນຂົງເຂດ, ທັງເປັນເວທີໃນການພົບປະສົນທະນາ ເສີມສ້າງຄວາມເຂົ້າອົກເຂົ້າໃຈກັນລະຫວ່າງ ນັກປະພັນ, ນັກກະວີດ້ວຍກັນ ໃຫ້ນັບມື້ນັບກວ້າງ ແລະ ເລິກເຊິ່ງກວ່າເກົ່າ ເພື່ອພ້ອມກັນກ້າວໄປຂ້າງໜ້າ ດ້ວຍອະນາຄົດອັນສົດໃສ ແລະ ໝັ້ນຄົງ, ພ້ອມນັ້ນ ກໍເສີມສ້າງອາລິຍະທໍາທາງດ້ານຈິດໃຈ ຄວາມຮັ່ງມີທາງດ້ານສິລະປະວັນນະຄະດີ ໃຫ້ແກ່ປະຊາຊົນບັນດາເຜົ່າຂອງຕົນຢູ່ໃນແຕ່ລະປະເທດ ໃຫ້ນັບມື້ອຸດົມສົມບູນຢ່າງບໍ່ຢຸດຢັ້ງ.
ຜູ້ທີ່ໄດ້ຮັບລາງວັນວັນນະກໍາແມ່ນໍ້າຂອງ 2017 ນີ້ ແມ່ນ ທ່ານນາງ ດາລີວັນ ສິດພະໄຊ ນັກປະພັນບົດບັນທຶກ “ໄປນໍາຫາພໍ່” ເປັນບົດເລື່ອງທີ່ຜູ້ຂຽນອີງໃສ່ ເລື່ອງຈິງຂອງຄອບຄົວ ແລະ ແມ່ນບັ້ນໜຶ່ງຂອງຊິີວິດທີ່ມີຄວາມສ່ຽງທີ່ສຸດ ເພາະຜູ້ເປັນແມ່ໄດ້ຫອບລູກສາມຄົນໄປຫາພໍ່ ຊຶ່ງຕ້ອງຜ່ານຜ່າຄວາມຫຍຸ້ງຍາກລໍາບາກ ອັນໂຫດຮ້າຍ ແລະສະເທືອນໃຈຂົ່ມຂູ່ຊີວິດຂອງເພື່ອນຮ່ວມຊາດ, ເລື່ອງນີ້ໄດ້ສະທ້ອນໃຫ້ເຫັນ ຄວາມສູນເສຍຂອງມະນຸດ ຄວາມເຈັບປວດ ຄວາມທຸກທໍລະມານອັນເກີດຈາກສົງຄາມທໍາຮ້າຍກັນເອງ. ສ່ວນບົດກະວີ “ເມືອງມຸນ-ເມືອງແມ່” ຂອງ ທ່ານ ແກ້ວບຸນທັນ ແກ້ວປະກາສິດ ນັກປະພັນລາງວັນວັນນະກໍາແມ່ນໍ້າຂອງ 2017 ແມ່ນເປັນບົດກາວີທີຜູ້ຂຽນ ໄດ້ເວົ້າເຖິງບ້ານເກີດເມືອງນອນ. ລວມແລ້ວຜົນງານຂອງທັງສອງທ່ານຖືເປັນບົດປະພັນທີ່ໂດດເດັ່ນຂອງ ສປປ ລາວ ໂດຍ ໄດ້ບອກກ່າວ ວິຖີຊີວິດຄວາມມຸ່ງໝັ້ນ ແລະ ຄວາມງາມຂອງດວງອັກສອນ ໃນອຸທິຍານແຫ່ງປາຍປາກກາ ທີ່ ຖືກຕີແຜ່ດ້ວຍຈິນຕະນາການ ທີ່ ຫຼາກຫຼາຍໃຫ້ສັງຄົມ ໄດ້ຮັບຮູ້. ຊຶ່ງປີນີ້ແມ່ນຣາຊະອານາຈັກໄທ ເປັນເຈົ້າພາບຈັດງານຂຶ້ນທີ່ ບາງກອກ ເມື່ອວັນທີ 25-28 ສິງຫາ ທີ່ຜ່ານມາ ແລະ ຄາດວ່າໃນປີ 2018 ປະເທດ ສສ ຫວຽດນາມ ຈະເປັນເຈົ້າພາບ.
ງານຊົມເຊີຍນັກປະພັນລາວ ທີ່ໄດ້ຮັບ ລາງວັນນະກຳແມ່ນໍ້າຂອງປີ 2017 ຄັ້ງນີ້, ໄດ້ຈັດຂຶ້ນໃນວັນທີ 13 ກັນຍາ 2017 ຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍມີຈຸດປະສົງເພື່ອຊົມເຊີຍຜົນສໍາເລັດ ຂອງການເຂົ້າຮ່ວມການຮັບລາງວັນບົດວັນນະກໍາຕ່າງໆ ຂອງບັນດານັກປະພັນ ແລະ ນັກກະວີລາວ. ນອກຈາກນີ້ບັນດານັກປະພັນ ແຕ່ລະທ່ານໄດ້ກ່າວປະສົບການ ຂອງຕົນເອງພ້ອມທັງເປີດໂອກາດໃຫ້ຜູ້ທີ່ເຂົ້າຮ່ວມ ໄດ້ສະແດງຄວາມຄິດເຫັນ ແລະ ແລກປ່ຽນເອົາປະສົບການຕ່າງໆ ເຊິ່ງກັນ ແລະ ກັນ.
Editor: ກຳປານາດ ລັດຖະເຮົ້າ