ລັດຖະບານ ສປປ ລາວ ໄດ້ມີແນວທາງນະໂຍບາຍໃນການສົ່ງເສີມ ສະຫນັບສະຫນູນ ການພັດທະນາເຂດນິຄົມອຸດສາຫະກຳ ພາຍໃນປະເທດ ໃຫ້ກ້າວສູ່ການຫັນເປັນອຸດສາຫະກຳ ທີ່ທັນສະໄຫມ ເທື່ອລະກ້າວ, ໂດຍອິງໃສ່ທ່າແຮງບົ່ມຊ້ອນ ແລະ ຄວາມສາມາດ ໃນແຕ່ລະໄລຍະ. ນອກນັ້ນ ລັດຖະບານ ສປປ ລາວ ຍັງໄດ້ມີນະໂຍບາຍສົ່ງເສີມດ້ານພາສີ-ອາກອນ ເຊີ່ງມີ ຢູ່ 3 ຮູບແບບ ໃນການລົງທຶນ ເພື່ອດຶງດູດເອົານັກລົງທຶນ ຈາກ ປະເທດຈີນ ແລະ ບັນດາປະເທດອາຊຽນ ລວມທັງປະເທດອື່ນໆ ເຂົ້າມາລົງທຶນ.
ໃນໂອກາດດັ່ງກ່າວ ທ່ານ ຈຳປາ ຄຳສຸກໃສ ຫົວຫນ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ, ກະຊວງແຜນການ ແລະ ການລົງທຶນ ໄດ້ລາຍງານ ໃນກອງປະຊຸມ ກ່ຽວກັບການຮ່ວມມື ແລະ ລົງທຶນໃນກຸ່ມອາຊຽນ ພາຍໃຕ້ຫົວຂໍ້: ສົ່ງເສີມນິຄົມອຸດສາຫະກຳ ຂີນ-ອາຊຽນ ເຊີ່ງຈັດຂື້ນ ເນື່ອງນໂອກາດຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 14 ທີ່ນະຄອນຫນານຫນິງ, ແຂວງກວາງຊີ, ສາທາລະນະລັດ ປະຊາຊົນຈີນ. ຕໍ່ກັບກອງປະຊູມດັ່ງກ່າວ ທ່ານ ຫົວຫນ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ, ກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວວ່າ: ລັດຖະບານລາວ ໄດ້ມີແນວທາງນະໂຍບາຍສົ່ງເສີມສະຫນັບສະຫນູນ ການພັດທະນາເຂດອຸດສາຫະກຳພາຍໃນປະເທດ ໃຫ້ກ້າວໄປສູ່ອຸດສາຫະກຳທັນສະໄຫມ ເທື່ອລະກ້າວ ໂດຍອິງໃສ່ເງື່ອນໄຂ ແລະ ທ່າແຮງບົ່ມຊ້ອນ, ລວມໄປເຖິງ ຄວາມອາດສາມາດສະເພາະຕົວໃນແຕ່ລະໄລຍະ ເຊີ່ງລັດຖະບານໄດ້ເອົາໃຈໃສ່ການພັດທະນາຂະແຫນງອຸດສາຫະກຳປຸງແຕ່ງທີ່ມີພື້ນຸານປຸງແຕ່ງ ຮັບໃຊ້ພາຍໃນ ແລະ ສົ່ງອອກ.
ໃນປີ 2016 ຂະແຫນງອຸດສາຫະກຳ ກວມເອົາ 28,6 ສ່ວນຮ້ອຍ ຂອງຈີດີພີ ແລະ ອັດຕາການຂະຫຍາຍຕົວຂອງຂະແຫນງການດັ່ງກ່າວ ແມ່ນ 12 ສ່ວນຮ້ອຍ/ປີ. ເພື້່ອຊຸກຍູ້ສົ່ງເສີມຂະແຫນງອຸດສາຫະກຳປຸງແຕ່ງໃຫ້ຂະຫຍາຍຕົວ ແລະ ພັດທະນາແບບມີຈຸດສຸມ. ເລີ່ມຕັ້ງແຕ່ທ້າຍປີ 2010 ເປັນຕົ້ນມາ ລັດຖະບານໄດ້ອະນຸມັດສ້າງເສດຖະກິດພິເສດ ຈໍານວນຫນຶ່ງ ເພື່ອສົ່ງເສີມການລົງທຶນ ຂະແຫນງອຸດສາຫະກຳ ເຊັ່ນ: ເຂດພັດທະນາ ກວມລວມໄຊເສດຖາ, ເຂດເສດຖະກິດພິເສດ ສະຫວັນ-ເຊໂນ, ເຂດນິຄົມອຸດສາຫະກຳ ການຄ້າວຽງຈັນ-ໂນນທອງ, ແລະ ເຂດເສດຖະກິດພິເສດ ແຫ່ງອື່ນໆ. ເພື່ອເປັນການສົ່ງເສີມ ແລະ ພັດທະນາພື້ນຖານໂຄງລ່າງ ຮອງຮັບ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກແກ່ການລົງທຶນຂະແຫນງດັ່ງກ່າວ. ເຊີ່ງລັດຖະບານ ໄດ້ວາງນະໂຍບາຍສົ່ງເສີມ ໂດຍຫັນທີ່ດິນໃຫ້ກາຍເປັນທຶນ ໂດຍບວກກັບນະໂຍບາຍສົ່ງເສີມດ້ານພາສີ-ອາກອນ ເຊີ່ງມີ 3 ຮູບແບບ ໃນການລົງທຶນ ຄື: ລັດລົງທຶນ 100 ສ່ວນຮ້ອຍ, ເອກະຊົນລົງທຶນ 100 ສ່ວນຮ້ອຍ, ແລະ ລັດ ຮ່ວມກັບ ເອກະຊົນ. ມາເຖິງປະຈຸບັນ ເຂດເສດຖະກິດພິເສດ ສາມາດດຶງດູດນັກລົງທຶນ ຈາກ ຈີນ ເຂົ້າມາລົງທຶນແລ້ວ 167 ບໍລິສັດ ເຊີ່ງມີທຶນ ຈົດທະບຽນ 1,55 ພັນລ້ານ ໂດລ້າສະຫາລັດ, ກວມອັດຕາສ່ວນ 23 ສ່ວນຮ້ອຍ, ຂອງການລົງທຶນທັງໝົດ ກວມເອົາອຸດສາຫະກຳ 38 ສ່ວນຮ້ອຍ, ການຄ້າ 38 ສ່ວນຮ້ອຍ, ແລະ ການບໍລິການ 24 ສ່ວນຮ້ອຍ.
ເວົ້າລວມ ສະເພາະ ສປປ ລາວ ແມ່ນຍັງມີທ່າແຮງຫລາຍດ້ານໃນການພັດທະນາເຂດນິຄົມອຸດສາຫະກຳ ເພາະມີໄຟຟ້າ ທີ່ພຽງພໍ, ມີເນື່ອທີ່ໄວ້ຮອງຮັບການລົງທຶນ, ມີແຮງງານລາຄາຖືກ, ມີຊັບພະຍາກອນທຳມະຊາດ, ບໍ່ມີໄພທຳມະຊາດ ອັນຕະລາຍທີ່ຮ້າຍແຮງ, ມີນະໂຍບາຍການສົງເສີມລົງທຶນທີ່ດີ, ມີສະຖານລະພາບທາງດ້ານການເມືອງສູງ ແລະ ອື່ນໆ.
Editor: ກຳປານາດ ລັດຖະເຮົ້າ