ເນື່ອງໃນໂອກາດ ງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 14 ປະຈຳປີ 2017 ທີ່ນະຄອນຫນານຫນີງ, ແຂວງກວາງຊີ, ສາທາລະນະລັດ ປະຊາຊົນຈີນ ຕະຫລອດໄລຍະງານ ແມ່ນໄດ້ມີກອງປະຊຸມຫລາຍຂະແຫນງການ ທີ່ກ່ຽວຂ້ອງຫນູນວຽນ ໃນແຕ່ລະມື້ ແລະ ຫນຶ່ງໃນນັ້ນ ກໍ່ແມ່ນກອງປະຊຸມສົງເສີມການລົງທຶນ ລາວ-ຈີນ ຄັ້ງທີ 14 ກອງປະຊູມດັ່ງກ່າວ ຈັດຂື້ນໂດຍ ກອງເລຂາງານວາງສະແດງສິນຄ້າ ຈີນ-ອາຊຽນ, ຮ່ວມກັບ ກະຊວງແຜນການ ແລະ ການລົງທຶນ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຂອງ ສປປ ລາວ ແລະ ພະແນກການຄ້າແຂວງກວາງຊີ.
ກອງປະຊູມສົ່ງເສີມການລົງທຶນ ລາວ-ຈີນ ດັ່ງກ່າວ ຝ່າຍລາວ ໃຫ້ກຽດເຂົ້າຮ່ວມ ມີ ທ່ານ ຄຳລຽນ ພົນເສນາ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະກອງເລຂາ, ມີຫົວຫນ້າກົມ, ຮອງກົມ ຈາກພາກສ່ວນທີ່ກ່ຽວຂ້ອງ. ຝ່າຍ ຈີນ ມີ ທ່ານ ຢູ ຢຸນ ຫລີນ ຫົວຫນ້າຄະນະຈັດຕັ້ງ ປົກຄອງຕົນເອງ-ເຜົ່າຈວງກວາງຊີ, ພ້ອມດ້ວຍຄະນະເຊັ່ນດຽວກັນ.
ກອງປະຊຸມດັ່ງກ່າວ ຈັດຂື້ນໃນຂອບຂອງງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 14 ແລະ ກອງປະຊຸມສຸດຍອດ ການຄ້າ-ການລົງທຶນ ຈີນ-ອາຊຽນ ຄັ້ງທີ 14 ໂດຍເນັ້ນໃສ່ການສົ່ງເສີມການລົງທຶນໃນເຂດເສດຖະກິດພິເສດ, ສຳລັບ ສປປ ລາວ ແມ່ນໄດ້ຍົກເອົາເຂດກວມລວມ ໄຊເສດຖາ, ການສົ່ງເສີມການລົງທຶນພັດທະນາແຫລ່ງທ່ອງທ່ຽວ ແລະ ການດຶງດູດເອົານັກທ່ອງທ່ຽວ ຈາກ ສປ ຈີນ ເຂົ້າມາທ່ຽວ ສປປ ລາວ ໃຫ້ຫລາຍຂື້ນ. ສະເພາະ ໃນປີ 2018 ແມ່ນເປັນປີ ທ່ອງທ່ຽວ ລາວ, ສປປ ລາວ ຍັງໄດ້ມີການສົ່ງເສີມໃຫ້ມີການລົງທຶນ ໃນຂະແຫນງກະສິກຳ ແລະ ອຸດສາຫະກຳປຸງແຕ່ງ, ເປັນຕົ້ນແມ່ນ ການສົ່ງເສີມໃຫ້ມີການລົງທຶນປູກເຂົ້າ ແລະ ຜະລິດຕະພັນເຂົ້າ ເພຶ່ອສົ່ງອອກຕ່າງປະເທດ ໂດຍສະເພາະ ຕະຫລາດ ສປ ຈີນ, ພ້ອມນັ້ນ ໃນກອງປະຊຸມ ຍັງໄດ້ມີການຖາມຕອບແລກປ່ຽນຂໍ້ມູນ ດ້ານການຄ້າ, ການທ່ອງທ່ຽວ ຈາກນັກລົງທຶນ ຈີນ ຢ່າງກົງໄປ-ກົງມາ ແລະ ສ້າງສັນ.
ໃນພິທີ ທ່ານ ຄຳລຽນ ພົນເສນາ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ກ່າວວ່າ: ປະເທດຈີນ ແລະ ບັນດາປະເທດອາຊຽນ ມີປະຊາກອນ ເຖິງ 1 ຕື້ 900 ລ້ານກວ່າຄົນ ກວມເອົາ 27,1 ສ່ວນຮ້ອຍ ຂອງປະຊາກອນໂລກ, ມີຂະຫນາດເສດຖະກິດ ກວມເອົາ 18,18 ສ່ວນຮ້ອຍ ຂອງເສດຖະກິດໂລກ. ທີ່ສະແດງເຖິງກຳລັງແຮງດ້ານເສດຖະກິດ ຈີນ-ອາຊຽນ ໃນຂອບເຂດທົ່ວໂລກ, ເພື່ອເຮັດໃຫ້ບົດບາດດັ່ງກ່າວພົ້ນເດັ່ນຂື້ນ ສປ ຈີນ ແລະ ບັນດາປະເທດສາມາຊີກອາຊຽນ ຕ້ອງໄດ້ເພີ່ມທະວີພົວພັນການຮ່ວມມື ທາງດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ, ວັດທະນະທຳ-ສັງຄົມ ແລະ ຂະແຫນງການອື່ນໆ. ເຊີ່ງສອດຄ່ອງກັບຂໍ້ລິ່ເລີ່ມ ຫນຶ່ງແລວທາງ-ຫນຶ່ງເສັ້ນທາງ. ເພື່ອເປັນການສົ່ງເສີມ ແລະ ດຶງດູດນັກລົງທຶນ ໃຫ້ເພີ່ມຂື້ນ ທ່ານ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ກ່າວຕື່ມວ່າ: ນັກລົງທຶນ ທີ່ເປັນແຂກພິເສດ ຂອງ ລັດຖະບານລາວ ສົມຄວນທີ່ຈະໄດ້ຮັບການຕ້ອນຮັບເປັນຢ່າງດີ ລັດຖະບານ ແລະ ນັກລົງທຶນ ຕ້ອງໄດ້ຮັບຜົນປະໂຫຍດ ເຊີ່ງກັນ ແລະ ກັນ ບັນຫາຂອງນັກລົງທອນ ກໍ່ແມ່ນບັນຫາ ຂອງລັດຖະບານ ເຊັ່ນດຽວກັນ, ສະນັ້ນ ຈິ່ງຕ້ອງຮິບຮ້ອນແກ້ໄຂບັນຫາທີ່ນັກລົງທຶນສະເຫນີຂື້ນມາໃນການດຳເນີນທຸລະກິດ ແລະ ພາລະບົດບາດ ຈອງຄະນະກຳມະການສົ່ງເສີມການລົງທຶນ.
Editor: ກຳປານາດ ລັດຖະເຮົ້າ