ງານວາງສະແດງ ສິນຄ້າ ຈີນ-ອາຊຽນ ຄັ້ງທີ 14 ທີ່ນະຄອນຫນານຫນິງ, ແຂວງກວາງຊີ ສາທາລະນະລັດ ປະຊາຊົນຈີນ ໄດ້ຈັດຂື້ນ ໃນລະຫວ່າງ ວັນທີ 12-15 ກັນຍາ 2017 ທີ່ຜ່ານມາ ເປັນເວລາ 4 ວັນເຕັມ, ແລະ ໄດ້ປິດລົງດ້ວຍຜົນສຳເລັດ ໃນວັນທີ 15 ກັນຍາ ທີ່ຜ່ານມາ, ເຊິ່ງຝ່າຍລາວ ໂດຍມີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະ ນອກຈາກນັ້ນ ແຕ່ລະປະເທດ ກໍ່ມີບັນດາການນຳລະດັບສູງ ເຂົ້າຮ່ວມ.
ຕາມການລາຍງານຕົວເລກວ່າ: ປີ 2017 ນີ້ ງານວາງສະແດງ ມີຫ້ອງວາງສະແດງທັງໝົດ 6,600 ກວ່າຫ້ອງ ເພີ່ມຂື້ນ 12,4 ສ່ວນຮ້ອຍ ແລະ ໃນນັ້ນ ຫ້ອງວາງສະແດງຂອງບັນດາປະເທດອາຊຽນ ມີທັງໝົດ 1,700 ກວ່າຫ້ອງ. ສຳລັບ ສປປ ລາວເຮົາ ເຂົ້າຮ່ວມທັງໝົດ 53 ພາກສ່ວນ, ມີ 120 ກວ່າຫ້ອງ ໂດຍໄດ້ນໍາເອົາ 6 ກຸ່ມ ສິນຄ້າຫລັກໆ ເຂົ້າຮ່ວມງານວາງສະແດງ ເຊີ່ງປະກອບມີ: ເຟີນີເຈີໄມ້ແກະສະຫລັກ, ເຄື່ອງປະດັບອັນຍະມະນີ, ເຄື່ອງຫັດຖະກຳແຜ່ນແພ, ກະສິກຳປຸງແຕ່ງອາຫານ. ເຄື່ອງດື່ມ ແລະ ການບໍລິການ-ການທ່ອງທ່ຽວ, ນອກຈາກນັ້ນ ຍັງມີສິນຄ້າປະເພດໂອດອບ. ພ້ອມນັ້ນ ໃນປີ 2017 ນີ້ ສປປ ລາວ ຍັງໄດ້ເລຶອກເອົາ ແຂວງໄຊຍະບູລີ ເປັນເມືອງແຫ່ງສະເຫນ່ ເພື່ອດຶງດູດນັກລົງທຶນ ເຂົ້າມາລົງທຶນ ໃນ ສປປ ລາວ ກໍຄື ແຂວງໄຊຍະບູລີ.
ສຳລັບງານວາງສະແດງ ສິນຄ້າ ຈີນ-ອາຊຽນ ຄັ້ງທີ 14 ປີ 2017 ນີ້ ພາຍໃຕ້ຫົວຂໍ້ງານ: ຮ່ວມກັນສ້າງເສັ້ນທາງສາຍໄຫມທາງທະເລ ແຫ່ງສັດຕະວັດທີ 21, ສົ່ງເສີມການເຊື່ອມໂຍງເສດຖະກິດໃນພາກພື້ນ ຜ່ານວຽກງານການທ່ອງທ່ຽວ.
ໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກ່າວໃນງານປີນີ້ວ່າ: ແມ່ນເປັນປີທີ່ມີຄວາມຫມາຍສຳຄັນສຳລັບອາຊຽນ, ເພາະເປັນປີສ້າງຕັ້ງຄອບຮອບ 50 ປີ, ແລະ ຄອບຮອບ 20 ປີ ທີ່ສປປ ລາວ ເຂົ້າເປັນສະມາຊິກ. ແລະ ສາທາລະນະລັດ ປະຊາຊົນຈີນ ໄດ້ເຂົ້າມາເປັນຄູ່ຮ່ວມທາງດ້ານການຄ້າ ອັນດັບ 1 ຂອງອາຊຽນ ໃນປີ 2016, ເຊີ່ງມີມູນຄ່າການຄ້າ ບັນລຸ ເຖິງ 368 ຕື້ໂດລ້າສະຫາລັດ, ແລະ ການລົງທຶນໂດຍກົງ ຂອງ ສປ ຈີນ ຢູ່ໃນອາຊຽນ ກໍ່ບັນລຸເຖິງ 9,2 ຕື້ໂດລາສະຫາລັດ, ຈັດເປັນອັນດັບ 4 ຂອງການລົງທຶນຕ່າງປະເທດ ໃນອາຊຽນ. ສຳລັບກົນໄກຂອງງານວາງສະແດງສິນຄ້າດັ່ງກ່າວ ແມ່ນເປັນອີກເງື່ອນໄຂ ໃນການຂັບເຄື່ອນ ແລະ ເຮັດໃຫ້ ສປ ຈີນ ແລະ ອາຊຽນ ສາມາດບັນລຸເປົ້າຫມາຍການຄ້າຮ່ວມກັນ, ພ້ອມກັນນັ້ນ ໃນປີ 2017 ຍັງເປັນປີແຫ່ງການທ່ອງທ່ຽວ ຈິນ-ອາຊຽນ ເຊິ່ງເຫັນວ່າ ມີຄວາມສອດຄ່ອງ ແລະ ມີຄວາມແທດເຫມາະກັບເນື້ອໃນຄຳຂວັນ ຂອງງານວາງສະແດງໃນປີນີ້.
Editor: ກຳປານາດ ລັດຖະເຮົ້າ