ແຫລ່ງຂ່າວຈາກຫ້ອງການສາທາລະນະສຸກ ເມືອງແມດ, ແຂວງວຽງຈັນ ລາຍງານວ່າ: ເຫດດິນເຈື່ອນລະຫວ່າງ ບ້ານນໍ້າຍອນ ຫາ ບ້ານຫາດຍາວ, ເມືອງແມດ, ແຂວງວຽງຈັນ ເມື່ອເວລາປະມານ 14:00 ໂມງ ວັນທີ 18 ກັນຍາ 2017 ນັ້ນ ມີຜູ້ສູນຫາຍ 3 ຄົນ ໃນນີ້ ເປັນປະຊາຊົນ 1 ຄົນ ແລະ ເຈົ້າຫນ້າທີ່ຕໍາຫລວດ 2 ຄົນ.
ແຫລ່ງຂ່າວໄດ້ລາຍງານວ່າ ການຄົ້ນຫາແມ່ນໄປດ້ວຍຄວາມລຳບາກ ເນື່ອງຈາກມີລົດພຽງຄັ້ງດຽວ ເຊິ່ງເລີ່ມຄົ້ນຫາມາແຕ່ເວລາ 15 ໂມງ ຈົນຮອດ ເວລາ 22 ໂມງ ຂອງວັນທີ 18 ກັນຍາ 2017 ພົບແລ້ວ 2 ຄົນ ເປັນເຈົ້າຫນ້າທີຫນຶ່ງຄົນ ແລະ ປະຊາຊົນຫນຶ່ງຄົນ ທັງສອງແມ່ນເສຍຊີວິດແລ້ວ. ຂະນະນີ້ກຳລັງຄົ້ນຫາອີກຫນຶ່ງຄົນ ແຕ່ຄາດວ່າຈະເສຍຊີວິດແລ້ວເຊັນກັນ
ອີງຕາມ ປະຊາຊົນເລົ່າສູ່ຟັງ ວ່າ ເກີດເຫດທຳອິດແມ່ນ ດິນເຈື່ອນລົງຕັນທາງຫນ້ອຍໜື່ງ, ແລ້ວມີປະຊາຊົນຂີ່ລົດມາພໍ້ ແລ້ວພາກັນບຸກໄປ ໂດຍບໍ່ຄາດຄິດວ່າດິນສິເຈື່ອນລົງມາອີກ ທຳອິດມານຳກັນ ປະມານ 4-5 ຄົນ ແຕ່ວ່າຕອນດິນເຈື່ອນລົງມາແມ່ນແລ່ນອອກທັນ ສ່ວນອີກ 3 ຄົນແມ່ນອອກບໍ່ທັນ.
Editor: ຕະວັນ ແສງສະຫວັນ