ທ່ານ ສົມຫວັງ ນິນທະວົງ, ຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ເປີດເຜີຍທີ່ໜານໜິງ ສປ ຈີນ ໃຫ້ຮູ້ວ່າ: ເພື່ອເປັນການຊຸກຍູ້ການຮ່ວມມືດ້ານເສດຖະກິດລະຫວ່າງ ສປປ ລາວ ແລະ ສປ ຈີນ ໂດຍສະເພາະການນຳເອົາສິນຄ້າລາວອອກສູ່ຕະຫຼາດຈີນ ລັດຖະບານລາວແມ່ນໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມໃຫ້ຫົວໜ່ວຍທຸລະກິດລາວ ເຂົ້າມາຮ່ວມວາງສະແດງສິນຄ້າ ຈີນ-ອາຊຽນ ເລີມແຕ່ປີ 2004 ເປັນຕົ້ນມາມາຮອດປີ 2017 ນີ້ລວມແລ້ວແມ່ນ 13 ປີຕິດຕໍ່ກັນ ແລະ ເຫັນວ່າຜູ້ປະກອບການລາວ ແມ່ນມີຄວາມຫ້າວຫັນໃນການເຂົ້າມາຮ່ວມເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະໃນເວລາດຽວກັນປະເທດເຈົ້າພາບກໍໄດ້ອຳນວຍຄວາມສະດວກ ທີ່ເຮັດໃຫ້ຜູ້ເຂົ້າຮ່ວມວາງສະແດງໄດ້ນຳເອົາສິນຄ້າໃໝ່ໆ ເຂົ້າມາເຈາະຕະຫຼາດຈີນໃນທຸກໆປີ ຊຶ່ງໃນປີນີ້ສິນຄ້າຫຼັກ ຂອງລາວແມ່ນປະກອບມີ: ເຄື່ອງຫັດຖະກຳຜ້າໄໝ, ໄມ້ແກະສະຫຼັກ ຊຶ່ງເປັນສິ່ງທີ່ບົ່ງບອກເຖິງວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງລາວ.
ນອກຈາກນີ້ ກໍມີອາຫານ ແລະ ເຄື່ອງດື່ມ ປະກອບມີກາເຟດາວ ຊາຈຳປາຄຳ ແລະອື່ນໆ ພ້ອມນັ້ນ ກໍຍັງມີສະໝຸນໄພ ຊຶ່ງປີນີສິນຄ້າລາວ ທີ່ນຳມາວາງສະແດງປະກອບມີ ຜະລິດຕະພັນປຸງແຕ່ງຈາກກະສິກໍາຜະລິດຕະພັນປຸງແຕ່ງອຸດສາຫະກໍາ ຜະລິດຕະພັນໄມ້ ແກະສະຫຼັກ ຜະລິດຕະພັນຢາພື້ນເມືອງ ເຄື່ອງຝ້າຍໄໝ ແລະເຄື່ອງ ປະດັບອັນຍະມະນີ ໃນນັ້ນສິນຄ້າ
ທີ່ໄດ້ຮັບຄວາມສົນໃຈຈາກຊາວຈີນ ແມ່ນເຄື່ອງເຟີນີເຈີ ແລະ ເຂົ້າສານ ນີ້ຖືວ່າເປັນຜົນສຳເລັດອັນໜຶ່ງທີ່ສະແດງເຖິງໝາກຜົນຂອງການຮ່ວມມືຄື ດັ່ງທີ່ຮັບຊາບວ່າ ປີນີ້ແມ່ນຄົບຮອບ 50 ປີ ແລະ ຄົບຮອບ 20 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ ແລະ ສປ ຈີນ ໄດ້ກາຍມາເປັນຄູ່ ຮ່ວມການຄ້າອັນດັບ 1 ຂອງອາຊຽນ ໃນປີ 2016, ຊຶ່ງມີມູນຄ່າການຄ້າບັນລຸເຖິງ 368 ຕື້ໂດລາສະຫະລັດ ແລະ ການລົງທຶນໂດຍກົງຂອງ ສປ ຈີນ ຢູ່ໃນອາຊຽນ ກໍ່ບັນລຸເຖິງ 9.2 ຕື້ໂດລາສະຫະລັດຈັດ ຢູ່ໃນອັນດັບ 4 ຂອງການລົງທຶນຕ່າງປະເທດອາຊຽນ.
ສິນຄ້າຂອງລາວໃນປະຈຸບັນຕະຫຼາດຈີນ ແມ່ນມີຄວາມຕ້ອງການສູງໂດຍສະເພາະຜະລິດຕະພັນກະສິກຳ ແລະ ໄມ້ເສດ ທີ່ນຳມາປະດິດໃຫ້ເກີດເປັນມູນຄ່າເພີ່ມໄດ້ພິເສດອີກຢ່າງໜຶ່ງ ແມ່ນຜະລິດຕະພັນສະໜຸນໄພ ແລະເຄື່ອງປ່າຂອງດົງ ກໍນັບວ່າເປັນສິນຄ້າທີ່ໄດ້ຮັບຄວາມນີຍົມສູງໃນຕະຫຼາດ ສປ ຈີນ ເນື່ອງຈາກຜູ້ບໍລິໂພກຍັງມີຄວາມເຊື່ອໝັ້ນ ໃນຄວາມສົດ ແລະ ຄວາມເປັນທຳມະຊາດຂອງສິນຄ້າຂອງ ສປປ ລາວ ເຮົາ.
ແນວໃດກໍດີ ສຳລັບໂຮງງານ ເຄແອນບີ ເຟີນິເຈີ ຜູ້ຜະລິດສິນຄ້າເຄື່ອງເຟີນິເຈີຄົບວົງຈອນຄຸນນະພາບດີສົມລາຄາ ບ້ານໂສກປ່າຫຼວງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໜຶ່ງໃນຫົວໜ່ວຍ ທຸລະກິດທີ່ໄດ້ເຂົ້າຮ່ວມ ທ່ານ ກອງມາລາ ພົມມະໄລ ຮອງປະທານສະມາຄົມ ເຟີນິເຈີລາວ ທັງເປັນເຈົ້າຂອງໂຮງງານ ດັ່ງກ່າວເປີດເຜີຍຕໍ່ສື່ດ້ວຍຄວາມດີໃຈວ່າ: ງານຄັ້ງນີ້ແມ່ນເປັນປີທີ 5 ທີ່ໂຮງ ງານໄດ້ນຳສິນຄ້າຫຼາຍກວ່າ 50 ລາຍການທີ່ອອກແບບສວຍງາມທັນສະໄໝຮັກສາໄດ້ເອກະລັກແບບລາວໆ ຮ້ານເຂົ້າຮ່ວມວາງສະແດງຜ່ານການວາງຂາຍ ຕະຫຼອດງານເຫັນວ່າຜູ້ຄົນທີ່ມາເລາະທ່ຽວຊົມ ໄດ້ມີຄວາມສົນໃຈສິນຄ້າທຸກໆລາຍການຂອງເຮົາເປັນຢ່າງຍິ່ງ ອັນໄດ້ເຮັດໃຫ້ຍອດຂາຍຂອງຮ້ານທະລຸໄດ້ຕາມແຜນການທີ່ວາງໄວ້ຄື 70% ຂອງສິນຄ້າທີ່ນຳເຂົ້າຮ່ວມວາງສະແດງມີມູນຄ່າທັງໝົດ 2 ແສນໂດລາສະຫະລັດ.
Editor: ໜັງສືພິມເສດຖະກິດ-ສັງຄົມ