ພະແນກຈະລາຈອນນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການ ແລະ ຂົນສົ່ງ ເປັນເອກະພາບກັນຈັດຝຶກອົບຮົມໃຫ້ກັບບັນດາ ຄູ-ອາຈານ ຢູ່ໂຮງຮຽນສອນຂັບຂີ່ລົດຕ່າງໆໃນນະຄອນຫຼວງວຽງຈັນ
ເມື່ອວັນທີ 16 ມີຖຸນາ ຜ່ານມານີ້ ທີ່ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ຈັດຝຶກອົບຮົບໃຫ້ກັບບັນດາ ຄູ-ອາຈານ ສອນຂັບຂີ່ລົດ. ໂດຍເປັນກຽດເຂົ້າຮ່ວມຂອງ "ທ່ານ ອຸ່ນເນືອ ສີລະວົງ" ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ, ທ່ານ ສີສະນຸກ ພັນທະຈັກ ຮອງຫົວໜ້າພະແນກຄຸ້ມຄອງຈະລາຈອນ ແລະ ການຂັບຂີ່ ກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ, ມີບັນດາຜູ້ຕາງໜ້າຈາກພະແນກຈະລາຈອນນະຄອນຫຼວງວຽງຈັນ, ນັກສຳມະນາກອນຈາກໂຮງຮຽນສອນຂັບຂີ່ລົດຫຼາຍໂຮງຮຽນ ແລະ ພາກສ່ວນທີ່ກຽ່ວຂ້ອງເຂົ້າຮ່ວມ. ເນື້ອໃນການຝຶກອົບຮົມໃນຄັ້ງນີ້ ທ່ານ ສີສະນຸກ ພັນທະຈັກ ໄດ້ຍົກໃຫ້ເຫັນວ່າ: ການຂັບຂີ່ລົດແມ່ນຕ້ອງເຄົາລົບລະບຽບກົດຈະລາຈອນຢ່າງເຄັ່ງຄັດ ເພາະສ່ວນຫຼາຍນັກຂັບຂີ່ລົດແມ່ນພາກັນຖືເບົາຕໍ່ກັບກົດລະບຽບທີ່ວາງໄວ້ ເຊັ່ນວ່າ: ການລະເມີດປ້າຍຫ້າມ, ການຈອດຢຽບທາງມ້າລາຍ, ເສັ້ນທາງມີຂອບສີຂາວ-ແດງ, ຈອດບ່າທາງ, ຫຼື ວ່າປ້າຍຫ້າມຈອດ, ຫ້າມລ້ຽວ, ຕາມໄຟອຳນາດຕ່າງໆ ທີ່ເປັນການກີດຂວາງຕໍ່ການສັນຈອນ ແລະ ສ້າງຄວາມບໍ່ເປັນລະບຽບ, ໃຫ້ກັບສັງຄົມ. ສຳລັບການຝຶກອົບຮົມໃຫ້ກັບບັນດາ ຄູ-ອາຈານ ສອນຂັບຂີ່ລົດຄັ້ງນີ້ກໍ່ເພື່ອຮຽນຮູ້ ແລະ ເຂົ້າໃຈເຖິງບັນຫາດັ່ງກ່າວທີ່ເກີດຂຶ້ນໃນສັງຄົມ ແລະ ລະເມີດຕໍ່ກົດໝາຍຈະລາຈອນ. ດັ່ງນັ້ນ ຈຶ່ງໄດ້ຈັດຝຶກອົບຮົມໃຫ້ກັບບັນດາ ຄູ-ອາຈານ ສອນຂັບຂີ່ລົດຈາກໂຮງຮຽນຕ່າງໆໃຫ້ຮູ້ ແລະ ເຂົ້າໃຈເພື່ອເອົາໄປນຳໃຊ້ ແລະ ປະຕິບັດໃຫ້ຜູ້ທີ່ມາຮຽນຂັບຂີ່ລົດ ຫຼື ນັກຮຽນ ທີ່ກຳລັງຮຽນໃຫ້ເຂົ້າໃຈກັບກົດລະບຽບຈະລາຈອນເພີ່ມຂຶ້ນ ແລະ ເພື່ອໃຫ້ເຂົາເຈົ້າມີສະຕິ ແລະ ຂັບຂີ່ປອດໄພ. ເພື່ອໃຫ້ຫຼຸດຜ່ອນ ແລະ ຫຼີກລຽງຈາກການເກີດອຸບັດເຫດຕາມທ້ອງຖະໜົນ ໃຫ້ຫຼຸດໜ້ອຍຖອຍລົງ ແລະ ສ່ວນຫຼາຍຈະເຫັນວ່າການເກີດອຸປະຕິເຫດຕາມທ້ອງຖະໜົນມີຫຼາຍກໍລະນີສ່ວນໃຫຍ່ແມ່ນເກີດຈາກການບໍ່ປະຕິບັດກົດລະບຽບຈະລາຈອນຢ່າງເຄັ່ງຄັດ.