ແຂວງ ສາລະວັນ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມ ແລະ ແນະນຳການຂຽນເອກະສານແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານ-ລັດຖະກອນ ຮອບທີ II ຂຶ້ນຢູ່ສະໂມສອນໃຫຍ່ແຂວງ ໃນທ້າຍອາທິດຜ່ານມານີ້ ໂດຍການເປັນປະທານຂອງ ທ່ານ ຄຳຈັນ ແຈ່ມສະໝອນ, ຄະນະປະຈຳພັກແຂວງ ປະທານກວດກາແຂວງ, ມີບັນດາຄະນະກວດກາ 8 ຕົວເມືອງ, ພະແນກການອ້ອມຂ້າງແຂວງ, ລັດວິສາຫະກິດ ແລະ ພະນັກງານວິຊາການເຂົ້າຮ່ວມ.
ກອງປະຊຸມໄດ້ເຜີຍແຜ່ດຳລັດສະບັບເລກທີ 159/ລບ, ລົງວັນທີ 4 ມີຖຸນາ 2013 ວ່າດ້ວຍ ການແຈ້ງຊັບສິນ ເຊີ່ງມີ 7 ໝວດ, 27 ມາດຕາ ແລະ ຄຳແນະນຳຂອງອົງການກວດກາລັດຖະບານ ສະບັບເລກທີ 46/ອກລ, ລົງວັນທີ 20 ກຸມພາ 2017 ວ່າດ້ວຍການຈັດຕັ້ງປະຕິບັດດຳລັດວ່າດ້ວຍການແຈ້ງຊັບສິນ ພ້ອມທັງມີການເຜີຍແຜ່ ແລະ ແນະນຳເຕັກນິກການຂຽນແບບພິມແຈ້ງຊັບສິນ ຕາມເອກະສານຮັບແຈ້ງຊັບສິນ ແລະ ລາຍຮັບທີ່ອົງການກວດກາລັດຖະບານ ແລະ ອົງການຕ້ານການສໍ້ລາດບັງຫຼວງກຳນົດໄວ້, ແນໃສ່ເພື່ອຜັນຂະຫຍາຍດຳລັດຂອງລັດຖະບານວ່າດ້ວຍການແຈ້ງຊັບສິນໃຫ້ຖືກຕ້ອງ, ເປັນເອກະພາບ, ມີປະສິດທິຜົນ ແລະ ທົ່ວເຖີງທຸກເປົ້າໝາຍ, ເປັນບ່ອນອີງໃຫ້ອົງການກວດກາລັດ ແລະ ການຕ້ານການສໍ້ລາດບັງຫຼວງແຕ່ລະຂັ້ນໃນການຈັດຕັ້ງປະຕິບັດລະອຽດກ່ຽວກັບການແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານລັດຖະກອນ, ທະຫານ, ຕຳຫຼວດ, ເຮັດໃຫ້ລັດຖະກອນ ໃໝ່ ແລະ ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຮູ້ ແລະເຂົ້າໃຈ, ມີຄວາມເປັນເອກະພາບກັນ ແລະເປັນເຈົ້າການຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບສູງ, ມີປະສິດທິຜົນ, ດຳເນີນຢ່າງ ຖືກຕ້ອງ, ຈະແຈ້ງ ແລະ ມີຄວາມໂປ່ງໃສ, ແນໃສ່ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຢູ່ໃນການຈັດຕັ້ງພັກ-ລັດ. ໂດຍສະເພາະປະເພດຊັບສິນ ແລະ ລາຍຮັບຕ່າງໆເຊັ່ນ: ປະເພດທີ່ດິນ, ສິ່ງປຸກສ້າງ, ພາຫະນະ ແລະ ກົນຈັກການຜະລິດຕ່າງໆ, ວັດຖຸມີຄ່າ, ພັນທະບັດ,ເງິນຝາກ ແລະ ອື່ນໆ ທີ່ຈະຕ້ອງແຈ້ງເປັນອັນລະອຽດ ແລະຖືກຕ້ອງຊັດເຈນ.
Editor: ດາວໄຊ ສີວິໄລ