ໃນວັນທີ 1 ກັນຍາ 2017 ເຈົ້າຫນ້າທີ່ພະແນກຕຳຫລວດສະກັດກັ້ນ ແລະ ຕ້ານຢາສີບຕິດແຂວງຄຳມ່ວນ ໄດ້ກວດຄົ້ນຮ້ານແປງລົດຈັກຂອງທ້າວ ສຳລານ ອາຍຸ 57 ປີ ແລະ ນາງ ຂັນ ອາຍຸ 50 ປີ ທັງສອງເປັນຜົວເມຍກັນ ຢູ່ບ້ານຫນອງບົວຄຳ, ເມືອງທ່າແຂກ, ແຂວງຄຳມ່ວນ ພົບເຫັນຢາເສບຕິດ ປະເພດກັນຊາ ປະມານ 950 ກາມ ພ້ອມອຸປະກອນເສບ.
ຜ່ານສືບສວນ-ສອບສວນ ພວກກ່ຽວຮັບສາລະພາບວ່າ: ຢາເສບຕິດປະເພດກັນຊາ ຈຳນວນດັ່ງກ່າວ ແມ່ນຊື້ໄວເສບເອງ ແລະ ແບ່ງຂາຍໃຫ້ໄວລຸ້ນທີ່ຕ້ອງການເສບ ພ້ອມທັງອຳນວຍຄວາມສະດວກ ທີ່ຕ້ອງການເສບຢູ່ຮ້ານ ແລ້ວຈຶ່ງກັບບ້ານ. ກັນຊາ ດັ່ງກ່າວແມ່ນຊື້ຈາກຜູ້ຮ່ວມຂະບວນການນຳກັນ ທີ່ມາສົ່ງໃຫ້ຢູ່ຮ້ານເປັນປະຈຳ ຄັ້ງລະ 1 ກິໂລກາມ. ຈາກນັ້ນ ແບ່ງໃສ່ຖົງນ້ອຍໄວ້ຂາຍຍ່ອຍ, ແຕ່ກໍ່ຖືກເຈົ້າຫນ້າທີ່ກວດຄົ້ນພ້ອມຂອງກາງຈຳນວນດັ່ງກ່າວ.
ປະຈຸບັນ, ເຈົ້າຫນ້າທີ່ກຳລັງຂະຫຍາຍຜົນຫາກຸ່ມແກັງ ທີ່ຮ່ວມຂະບວນການມາດຳເນີນຄະດີຕາມກົດຫມາຍ.
ຂອບໃຈຂໍ້ມູນຈາຫນັງສືພິມຄວາມສະຫງົບ
Editor: ຕະວັນ ແສງສະຫວັນ