ການຈັດງານພົບປະນັກທຸລະກິດຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ເກົາຫລີ ຄັ້ງທີ 4 ປະຈຳປີ 2017 ເຊິ່ງໄດ້ຈັດຂຶ້ນ ໃນວັນທີ 14 ກັນຍາ ທີ່ຜ່ານມາ ທີ່ໂຮງແຮມເມືອງແທ່ງ, ນະຄອນຫຼວງວຽງຈັນ ເຊິ່ງໃນງານພົບປະນັກທຸລະກິດຄັ້ງນີ້ ປະກອບມີ 11 ບໍລິສັດ ເປັນຕົ້ນແມ່ນ: ເຄື່ອງສຳອາງຫຼາກຫຼາຍຊະນິດເຊັ່ນ: ເຄື່ອງແຕ່ງໜ້າ, ຜະລິດຕະພັນບຳລຸງຜິວ, ໂຟມລ້າງໜ້າ, ຄຣີມ, ເຊລຳ ແລະ ອື່ນໆ.
ນອກນັ້ນ ຍັງມີປະເພດ ໂຄມໄຟປະເພດຕ່າງໆທີ່ໃຊ້ໃນຫ້ອງຜ່າຕັດ, ຈໍ LCD ທີ່ໃຊ້ໃນການໂຄສະນາ ແລະ ການນຳສະເໜີວຽກງານ, ປະຕູຫຼາກຫຼາຍຮູບແບບທີ່ທັນສະໄໝ ແລະ ເໝາະກັບຫ້ອງທຸກຮູບແບບ, ຜະລິດຕະພັນສຳລັບເດັກນ້ອຍ ເຊັ່ນ: ທິດຊູປຽກ, ສະບູຝຸ່ນ, ນ້ຳຢາປັບຜ້ານຸ້ມ, ແປງຖູແຂ້ວ, ນ້ຳຢາທຳຄວາມສະອາດ ຂວດນົມ ແລະ ອື່ນໆ. ແຜ່ນຮັດບັນເທົາອາການປວດຕາມຮ່າງກາຍ ເຊັ່ນ: ສາຍຮັດແອວ, ສາຍຮັດຫົວເຂົ່າ, ສາຍຮັດແຂນ, ໜ້າກາກກັນຝຸ່ນ, ແລະ ຜ້າອັດປາກແບບພິເສດ. ຜະລິດຕະພັນເພື່ອວຽກງານກະສິກໍາຕ່າງໆ ພ້ອມກັນນັ້ນ ຍັງມີອີກຫຼາຍຜະລິດຕະພັນທີ່ໜ້າສົນໃຈ ແລະ ໃນນັ້ນ ນັກທຸລະກິດ ສ ເກົາຫລີ ຍັງໄດ້ແນະນຳຜະລິດຕະພັນສິນຄ້າ ດ້ວຍຕົນເອງ ພ້ອມທັງໃຫ້ທົດລອງ ແລະ ນຳໃຊ້ຜະລິດຕະພັນດັ່ງກ່າວ.
ດັ່ງນັນ ຈຶ່ງເປັນການຖອດຖອນບົດຮຽນ ແລະ ເປັນໂອກາດທີ່ດີໃນການສ້າງໄມຕີຈິດ ແລະ ຊອກຫາຜະລິດຕະພັນໃໝ່ໆເຂົ້າມາໃນຕະຫຼາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເພື່ອຂະຫຍາຍທຸລະກິດ ສ້າງຄວາມສຳພັນ ຊອກຫາຄູ່ຮ່ວມທຸລະກິດ ການຄ້າ ຫຼື ຫາແນວທາງໃນການປະກອບທຸລະກິດໃໝ່ໆອີກດ້ວຍ.
Editor: ດາວໄຊ ສີວິໄລ