ເຂົ້າສານລາວ ໄດ້ໂຄຕາການສົ່ງອອກໄປຕະຫລາດຈີນ ຈໍານວນ 20 ພັນໂຕນຕໍ່ປີ, ໂດຍມອບໃຫ້ ລັດວິສາຫະກິດ Cofco ເປັນຜູ້ນຳເຂົ້າ ໂດຍເລັ່ງໃສ່ເຂົ້າໜຽວເປັນຫລັກ. ປັດຈຸບັນ ລັດຖະບານ ແຫ່ງ ສປປ ລາວ ໄດ້ມີນະໂຍບາຍສົ່ງເສີມໃຫ້ປະຊາຊົນຜະລິດເຂົ້າ ໃຫ້ກາຍເປັນສິນຄ້າເພື່ອການສົ່ງອອກ ແລະ ອື່ນໆ.
ທ່ານ ສົມຫວັງ ນິນທະວົງ ຫົວໜ້າກົມສົ່ງເສີມການຄ້າ ແລະ ພັດທະນາສິນຄ້າ, ກະຊວງອຸດສະຫະກໍາ ແລະ ການຄ້າ ໄດ້ລາຍງານໃຫ້ຮູ້ ໃນໂອກາດຮ່ວມງານວາງສະແດງສິນຄ້າຈີນ-ອາຊຽນ ຄັ້ງທີ 14 ຢູ່ເມືອງໜານໜິງ ແຂວງກວາງຊີ ສປ ຈີນ, ໃນວັນທີ 14 ກັນຍາ 2017 ນີ້ວ່າ: ໃນງານວາງສະແດງສິນຄ້າຈີນ-ອາຊຽນ ຄັ້ງນີ້, ລັດຖະບານ ແຫ່ງ ສປປ ລາວ ໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມ ແລະ ຄັດເລືອກເອົາຫົວໜ່ວຍທຸລະກິດ ນໍາເອົາສິນຄ້າປະເພດຕ່າງໆ ທີ່ເປັນທ່າແຮງຂອງລາວ ເຂົ້າເຈາະຕະຫລາດຈີນ, ເຊິ່ງມີຫົວໜ່ວຍທຸລະກິດ ທັງພາກລັດ ແລະ ເອກະຊົນ ສົ່ງຜະລິດຕະພັນ ເຂົ້າຮ່ວມຫລາຍກວ່າ 60 ບໍລິສັດ, ລວມມີ 122 ຮ້ານ, ເຊິ່ງຜະລິດຕະພັນ ທີ່ນຳມາວາງສະແດງ ປະກອບມີ ເຄື່ອງເຟີນີເຈີ, ໄມ້ແກະສະລັກ, ເຄື່ອງປະດັບອັນຍະມະນີ, ເຄື່ອງຫັດຖະກຳແຜ່ນແພ, ກະສິກຳປຸງແຕ່ງ, ອາຫານ-ເຄື່ອງດື່ມ, ການບໍລິການ-ການທ່ອງທ່ຽວ ແລະ ສິນຄ້າໂອດັອບ. ໃນນັ້ນ, ສິນຄ້າທີ່ໄດ້ຮັບຄວາມສົນໃຈ ຈາກຊາວຈີນ ແມ່ນເຄື່ອງເຟີນີເຈີ ແລະ ເຂົ້າສານ, ເຊິ່ງປີນີ້ ລັດຖະບານລາວ ໄດ້ມອບໂກຕາ ການສົ່ງອອກເຂົ້າ ໄປຕະຫລາດຈີນ ຈຳນວນ 20 ພັນໂຕນ, ໂດຍມອບໃຫ້ລັດວິສາຫະກິດ Cofco ເປັນຜູ້ນຳເຂົ້າ.
ທ່ານ ສົມຫວັງ ນິນທະວົງ ໄດ້ໃຫ້ຮູ້ຕື່ມວ່າ: ໃນງານວາງສະແດງສິນຄ້າຈີນ-ອາຊຽນ ຄັ້ງນີ້, ລັດຖະບານລາວ ໄດ້ຄັດເລືອກເອົາແຂວງໄຊຍະບູລີ ເປັນເມືອງແຫ່ງສະເໜ່ມານຳສະເໜີ ເພື່ອດຶງດູດການຄ້າການລົງທຶນ, ການທ່ອງທ່ຽວ ແລະ ເຜີຍແຜ່ວັດທະນະທຳອັນດີງາມຂອງຊາດລາວ ອອກສູ່ສາກົນ ກໍຄື ທົ່ວໂລກ ໃຫ້ໄດ້ຮັບຮູ້ ແລະ ອື່ນໆ.
Editor: ຕະວັນ ແສງສະຫວັນ