ສູນກາງສະຫະພັນກຳມະບານລາວ ຈັດກອງປະຊຸມເຜີຍແຜ່ເອກະສານແຈ້ງຊັບສິນຮອບທີ 2 ຂຶ້ນໃນເມື່ອບໍ່ດົນນີ້ ໂດຍການເຂົ້າຮ່ວມຂອງທ່ານ ສີມູນ ອຸ່ນລາສີ ຮອງປະທານສູນກາງສະຫະພັນກຳມະບານລາວ, ບັນດາຮອງປະທານສູນກາງສະຫະພັນກຳມະບານລາວ, ມີຫົວໜ້າກົມ, ຮອງກົມ, ມີຕາງໜ້າຄະນະຮັບຜິດຊອບການແຈ້ງຊັບສິນ ຂອງຄະນະກວດກາສູນກາງພັກ, ມີຫົວໜ້າພະແນກ ແລະ ຮອງພະແນກ ແລະ ພະນັກງານເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ຮັບຟັງການເຜີຍແຜ່ດຳລັດວ່າດ້ວຍການແຈ້ງຊັບສິນ ສະບັບ ເລກທີ 159/ລບ, ລົງວັນທີ 4 ມິຖຸນາ 2013 ເຊິ່ງສະເໜີໂດຍທ່ານ ສີມູນ ອຸ່ນລາສີ ຮອງປະທານສູນກາງສະຫະພັນກຳມະບານລາວ. ຈຸດປະສົງການເຜີຍແຜ່ໃນຄັ້ງນີ້ ເພື່ອຜັນຂະຫຍາຍດໍາລັດຂອງລັດຖະບານ ວ່າດ້ວຍການແຈ້ງຊັບສິນໃຫ້ຖືກຕ້ອງ ເປັນເອກະພາບມີປະສິດທິຜົນໃຫ້ທົ່ວເຖິງທຸກເປົ້າໝາຍຕາມທີ່ໄດ້ກຳນົດໄວ້ໃນດຳລັດສະບັບດັ່ງກ່າວ ແລະ ພ້ອມທັງເປັນບ່ອນອີງໃຫ້ຄະນະພັກ, ອົງການປົກຄອງ, ອົງການກວດກາລັດ, ແລະ ຕ້ານການສໍ້ລາດບັງຫຼວງຂອງແຕ່ລະຂັ້ນ. ໃນການຈັດຕັ້ງປະຕິບັດກ່ຽວກັບການດຳເນີນການແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານ-ລັດຖະກອນ ທະຫານ, ຕ່ຳຫຼວດ ໃນທົ່ວປະເທດ.
ໃນໂອກາດດຽວກັນນີ້ ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ຮັບຟັງການເຜີຍແຜ່ວຽກງານກະກຽມກອງປະຊຸມເປີດກ້ວາງຄົບຄະນະການບໍລິຫານງານສູນກາງສະຫະພັນກຳມະບານລາວ ຄັ້ງທີ 3 ສະໄໝທີ 7 ພ້ອມນີ້ຍັງໄດ້ຜ່ານຂໍ້ຕົກລົງກ່ຽວກັບອານຸກຳມະການທີ່ຈະໄດ້ປະຕິບັດໃນແຕ່ລະໜ້າວຽກ ເຊິ່ງສະເໜີໂດຍທ່ານ ວັນຄຳ ໄຊຍາຮັກ ຫົວໜ້າກົມຈັດຕັ້ງສູນກາງສະຫະພັນກຳມະບານລາວ ຈາກນັ້ນ ທ່ານຮອງປະທານຍັງໄດ້ເນັ້ນໃຫ້ແຕ່ລະອານຸກຳມະ ການຈົ່ງພ້ອມກັນກະກຽມໃນການຈັດຕັ້ງປະຕິບັດຕົວຈິງຕາມວຽກທີ່ໄດ້ມອບໝາຍໃຫ້ສຳເລັດ.
Editor: ດາວໄຊ ສີວິໄລ