ທ່າມກາງຄວາມແຕກຕື່ນຂອງປະຊາຊົນເຂດເມືຶອງທ່າໂທມແຂວງໄຊສົມບູນ ທີ່ຢູ່ໆກໍມີກະແສນໍ້າ ມະຫາສານໄຫລມາຈົນປົບຫນີເດືອບບໍ່ທັນເມື່ອຕອນບ່າຍວັນທີ 11 ກັນຍາ2017
+ກ່ອນທີ່ ຕອນເຊົ້າ ວັນທີ12 ກັນຍາ ຈະມີຄຳຢຶນຢັນຈາກເມືອງຜາໄຊ ແລະ ເມືອງທ່າໂທມ ວ່າເຫດການດັ່ງກ່າວມາຈາກເຂື່ອນນໍ້າເອົ້າທີ່ກຳລັງກໍ່ສ້າງຢູ່ນັ້ນແຕກຫັກ.
+ມາໃນຕອນແລງວັນທີ 12ກັນຍາ2017ນີ້ ທ່ານ ຄຳປາວ ມົວ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງໆຊຽງ ຂວາງ ພ້ອມດ້ວຍຄະນະກໍ່ໄດ້ລົງກວດກາເຂື່ອນໄຟຟ້າດັ່ງກ່າວ ເຊິ່ງພົບວ່າສັນເຂື່ອນຂາດປະມານ 200ແມັດ ເຮັດໃຫ້ສັນເຂື່ອນເສຍຫາຍ, ນ້ຳເຂົ້າເຮືອນຈັກ ແລະ ຖ້ວມອຸປະກອນເຮືອນ ຈັກເຂື່ອນນ້ຳອ້າວ(ເອົ້າ), ນ້ຳເຂົ້າເຮືອນຈັກນ້ຳງຽບ2.
ເວລາເຂື່ອນແຕກຫັກມີນ້ຳໃນເຂື່ອນ5ແສນ ແມັດກ້ອນໄຫຼອອກຈາກເຂື່ອນ ພາຫະນະ ກົນຈັກຖືກດິນຖົມ ໄຮ່ນາ ສວນ ບ້ານເຮືອນ ຫົນທາງມີຜົນກະທົບ ເປັນຕົ້ນແມ່ນບ້ານຊຽງຄົງ, ບ້ານທ່າວຽງ, ໂຮງເລື່ອຍ ແລະ ເຂດ ອື່ນໆຕາມແລວທາງນ້ຳຢູ່ແຂວງໄຊສົມບູນ,ສ່ວນມູນຄ່າຜົນເສຍຫາຍ ແລະ ສາເຫດຂອງ ເຫດການໃນຄັ້ງນີ້ ຍັງກຳລັງກວດກາຢູ່.
ທ່ານຮອງເຈົ້າແຂວງ ໄດ້ກ່າວຕໍ່ບໍລິສັດຜູ້ສຳປະທານ ໃຫ້ຮີບຮ້ອນເກັບອຸປະກອນຕ່າງໆ ແລະ ກົນຈັກໄວ້ ໃຫ້ທຸ່ນທ່ຽງ ຮ່ວມມືກັບຄະນະ ກວດກາ ລົງກວດກາຕາມຈຸດເສຍຫາຍຕ່າງໆ ເພື່ອປະເມີນຜົນເສຍຫາຍຈະໄດ້ຊ່ວຍເຫຼືອທັນການ
ເຂື່ອນໄຟຟ້ານ້ຳອ້າວ(ເອົ້າ) ເມືອງຜາໄຊ ແຂວງຊຽງຂວາງຫັກ ຕັ້ງຢູ່ບ້ານພາ ເມືອງຜາໄຊ ແຂວງ ຊຽງຂວາງ ເປັນເຂື່ອນຖົມດິນ ສັ້ນເຂື່ອນມີຄວາມສູງ20ແມັດ ຍາວ200ແມັດ ກ້ວາງ 20ແມັດ ມີກຳລັງຜະລິດກະແສໄຟຟ້າ15ເມກາວັດ(MW)ໂດຍບໍລິສັດບໍ່ທອງອິນເຕີກຼຸບຈຳ ກັດເປັນເຈົ້າຂອງໂຄງການ ການກໍ່ສ້າງ23ເດືອນ ອາຍຸສັນຍາ70ປີ ການກໍ່ສ້າງເຂື່ອນສຳ ເລັດ80%.
Editor: ກຳປານາດ ລັດຖະເຮົ້າ