ເມືອງມໍລະດົກໂລກຫລວງພະບາງ ໄດ້ຮັບລາງວັນເມືອງສິ່ງແວດລ້ອມອາຊຽນຍືນຍົງ ປະຈໍາປີ 2017 ຂະນະທີ່ ອໍານາດການປົກ ແຂວງຫລວງພະບາງ ໄດ້ຈັດ ພິທີຕ້ອນຮັບຢ່າງສົມກຽດ ໃນວັນທີ 14 ກັນຍາ 2017 ນີ້.
ພາຍຫຼັງທີ່ ທ່ານ ສຸກັນ ບຸນຍົງ ເຈົ້າເມືອງຫຼວງພະບາງ ໄດ້ເດີນທາງໄປຮັບເອົາລາງວັນດັ່ງກ່າວ ທີ່ປະເທດບຣູໄນ ດາລູຊະລັມ. ພີທີຕ້ອນຮັບຢ່າງສົມກຽດໄດ້ຈັດຂື້ນທີ່ສະໜາມບີນສາກົນຫຼວງພະບາງ ໂດຍມີການນຳຂອງເມືອງຫຼວງພະບາງ, ການນຳຂອງພະແນກການກົມກອງຂອງແຂວງ ແລະ ມວນຊົນຊາວຫຼວງພະບາງໃຫ້ການຕ້ອນຮັບດ້ວຍຄວາມພາກພູມໃຈ. ທ່ານ ສົມດີ ພອນສະຫວັດ ຮອງປະທານອົງການພັດທະນາ ແລະ ບໍລິຫານຕົວເມືອງຫລວງພະບາງ ໃຫ້ຮູ້ກ່ຽວກັບຈຸດປະສົງ ແລະ ທີ່ມາຂອງລາງວັນດັ່ງກ່າວວ່າ: ລາງວັນເມືອງສິ່ງ ແວດລ້ອມທີ່ຍືນຍົງຂອງ ອາຊຽນເຄີຍ ໄດ້ຮັບມາແລ້ວ 4 ຄັ້ງ ນັບແຕ່ປີ 2008 ໃນນັ້ນເມືອງຫລວງພະບາງ ໄດ້ຮັບ 3 ຄັ້ງ ແລະ ເມືອງຊຳເໜືອ ໄດ້ຮັບ 1 ຄັ້ງ.
ສຳລັບລາງວັນດັ່ງກ່າວນີ້ ແມ່ນຕົວຊີ້ວັດເມືອງສິ່ງແວດລ້ອມ ທີ່ຍືນຍົງປະກອບມີ 3 ເງື່ອນໄຂຄື: ຄຸນນະພາບດິນ, ຄຸນນະພາບນໍ້າ ແລະ ຄຸນນະພາບອາກາດ ໃນນັ້ນແມ່ນໄດ້ເວົ້າເຖິງ ການອານະໄມ ຄວາມສະອາດໃນຕົວເມືອງ, ການສ້າງພື້ນທີ່ສີຂຽວ, ການຄຸ້ມຄອງການບຳບັດນ້ຳເປື້ອນ, ຄຸ້ມຄອງແຫລ່ງນໍ້າທຳມະຊາດ, ການຄຸ້ມຄອງມົນລະຜິດ ທາງອາກາດ ແລະ ອື່ນໆ. ສະເພາະລາງວັນປີ 2017 ນີ້ ແມ່ນລາງວັນທີ່ຢັງຢືນ ເຖີງຄຸນນະພາບ ທາງດ້ານສິ່ງແວດລ້ອມ.
ທ່ານ ຮອງປະທານອົງການພັດທະນາ ແລະ ບໍລິຫານຕົວເມືອງຫລວງພະບາງ ໄດ້ກ່າວວ່າ: ເພື່ອເປັນການຕ້ອນຮັບລາງວັນ ອັງຊົງກຽດດັ່ງກ່າວ ທີ່ໄດ້ເດີນທາງມາເຖີງແລ້ວ ອົງການປົກຄອງເມືອງຫລວງພະບາງ ໄດ້ຈັດພິທີຕ້ອນຮັບຢ່າງຍິ່ງໃຫຍ່ ໂດຍເລີ່ມຂະບວນແຫ່ ຈາກສະໜາມບີນສາກົນ ຫລວງພະບາງ ອ້ອມຮອບ ຕົວເມືອງ ແລະ ຈັດພິທີສູດມຸງຄຸນຢູ່ວັດຊຽງທອງ.
Editor: ກຳປານາດ ລັດຖະເຮົ້າ