ຖືວ່າເປັນຂ່າວດີ ແລະ ຫນ້າດີໃຈແທ່ນປະຊາຊົນ ເມືອງປາກລາຍ, ແຂວງໄຊຍະບູລີ ແລະ ເມືອງຊະນະຄາມ,ແຂວງວຽງຈັນ ແລະ ບັນດາແຂວງໃກ້ຄ່ຽງ ເມື່ອການກໍ່ສ້າງຂົວຂ້າມນ້ໍາຂອງ ລະຫວ່າງບ້ານນາສັກ, ເມືອງປາກລາຍ,ແຂວງໄຊຍະບູລີ ຫາ ບ້ານຄົກເຂົ້າດໍ, ເມືອງຊະນະຄາມ, ແຂວງວຽງຈັນ ໄດ້ເປີດນໍາໃຊ້ຢ່າງເປັນທາງການແລ້ວ ໃນວັນທີ 13 ກັນຍາ 2017 ຜ່ານມາ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ເພັງນິລັນ ຄຳວັນເພັນ, ຮອງເຈົ້າແຂວງໄຊຍະບູລີ, ມີບັນດາເຈົ້າເມືອງ, ການນໍາອ້ອມຂ້າງ 4 ເມືອງເຂົ້າຮ່ວມ.
ທ່ານ ບົວວຽງ ຈຳປາພັນ, ຫົວຫນ້າໂຄງການຂົວຂ້າມນ້ຳຂອງ ຈຸດ ບ້ານນາສັກ, ເມືອງປາກລາຍ, ແຂວງໄຊຍະບູລີ ຫາ ບ້ານຄົກເຂົ້າດໍ, ເມືອງຊະນະຄາມ, ແຂວງວຽງຈັນ ລາຍງານວ່າ: ຂົວດັ່ງກ່າວແມ່ນສ້າງສຳເລັດ ຮ້ອຍສ່ວນຮ້ອຍໃນເດືອນເມສາ 2017 ຕາມສັນຍາ, ແຕ່ເພື່ອຮັບປະກັນດ້ານຄວາມປອດໄພ, ດ້ານຄຸນນະພາບ ແລະ ອາຍຸການໃຊ້ງານ ທາງໂຄງການຈຶ່ງເຫັນວ່າມີຄວາມຈຳເປັນຕ້ອງເພີ່ມອີກ 2 ຫນ້າວຽກເຂົ້າອີກ ຄື: 1 ທາສີຄືນໃຫມ່ ແລະ 2 ສະເຫນີປູຢາງຂົ້ວ ຫລື ຢາງອັດສະຟານ ອີກຊັ້ນຫນຶ່ງທັບຫນ້າຂົວ ຊຶ່ງທັງສອງວຽກເພີ່ມແມ່ນສຳເລັດຮ້ອຍສ່ວນຮ້ອຍໄປແລ້ວ ສ່ວນວຽກຕໍ່ໄປແມ່ນສືບຕໍ່ປະຕິບັດແຕ້ມເສັ້ນແບ່ງທາງ ແລະ ຕິດຕັ້ງປ້າຍຊີ້ບອກສັນຍານຈາລະຈອນ ຄາດຈະສຳເລັດໃນວັນທີ 17 ກັນຍານີ້, ຂະນະທີ່ພິທີມອບ-ຮັບຢ່າງເປັນທາງການ ຈະຈັດຂື້ນໃນເດືອນຕຸລາ 2017 ທີ່ຈະມາເຖິງນີ້.
Editor: ຕະວັນ ແສງສະຫວັນ