ໂດຍປະຕິບັດຕາມຄຳສັ່ງຂອງນາຍົກລັດຖະມົນຕີ ຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນ ແຈ້ງການຂອງກະຊວງແຮງງານ ແລະ ສະຫວັນດີການ-ສັງຄົມ ແລະ ແຈ້ງການຂອງກະຊວງປ້ອງກັນຄວາມສະຫງົບ ເລື່ອງສືບຕໍ່ຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວໃຫ້ຄົນຕ່າງປະເທດ ທີ່ເຄື່ອນໄຫວຢູ່ ສປປ ລາວ ດັ່ງນັ້ນ ພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ ນະຄອນຫຼວງວຽງຈັນ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບຂຶ້ນທະບຽນດັ່ງກ່າວ ເພື່ອເກັບກຳຂໍ້ມູນຂຶ້ນບັນຊີ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວໃຫ້ຄົນຕ່າງປະເທດທີ່ມາອາໄສຢູ່ ນະຄອນຫຼວງວຽງຈັນ ໃຫ້ທົ່ວເຖິງ ທັງເປັນການສ້າງຄວາມເຂົ້າໃຈໃຫ້ຊາວຕ່າງປະເທດໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກົດໝາຍແຮງງານຂອງ ສປປ ລາວ ກ້າວໄປເຖິງການເຄື່ອນໄຫວໃຫ້ຖືກຕ້ອງຕາມລະບຽບກົດໝາຍ ສະນັ້ນ ປີ 2017 ນະຄອນຫຼວງວຽງຈັນ ຈຶ່ງສືບຕໍ່ຈັດຕັ້ງປະຕິບັດຂຶ້ນທະບຽນຕໍ່ ແລະ ປີ 2016 ນະຄອນຫຼວງວຽງຈັນ ສາມາດອອກບັດອະນຸຍາດຊົ່ວຄາວໃຫ້ຄົນຕ່າງປະເທດ ໄດ້ທັງໝົດ 4.397 ຄົນ.
ທ່ານ ນາງ ລຳພອຍ ສີອັກຄະຈັນ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ ນະຄອນຫຼວງວຽງຈັນ ໄດ້ຖະແຫຼ່ງຂ່າວຕໍ່ສື່ມວນຊົນ ໃນອາທິດຜ່ານມາ ທີ່ພະແນກດັ່ງກ່າວວ່າ: ຄະນະຮັບຜິດຊອບຂຶ້ນທະບຽນ ແລະ ອອກບັດອະນຸຍາດ ນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງປະຕິບັດວຽກງານນີ້ ເລີ່ມແຕ່ວັນທີ 1 ກັນຍາ ຫາ 30 ພະຈິກ 2017 ເປົ້າໝາຍແມ່ນຄົນຕ່າງປະເທດທີ່ມາເຄື່ອນໄຫວຢູ່ ນະຄອນຫຼວງວຽງຈັນ ທັງຜູ້ທີ່ຂຶ້ນທະບຽນແລ້ວ ແລະ ຜູ້ທີ່ມາຢູ່ໃໝ່ມີບັດ ແລະ ບໍ່ມີບັດ ຕ້ອງໄດ້ໄປຂຶ້ນທະບຽນ ແຕ່ເພື່ອຄວາມສະດວກໃຫ້ແກ່ຫົວໜ່ວຍແຮງງານ ກໍ່ຄືຫົວໜ່ວຍທຸລະກິດ ແລະ ພາກສ່ວນຕ່າງໆ ທາງຄະນະຈຶ່ງໄດ້ແບ່ງອອກເປັນ 9 ຈຸດຂຶ້ນທະບຽນຄື: ຢູ່ຫ້ອງການແຮງງານ ແລະ ສະຫວັດດີການ-ສັງຄົມ 9 ຕົວເມືອງ ເຊິ່ງການຈັດຕັ້ງປະຕິບັດຂອງຄະນະກຳມະການ ໄດ້ລົງໄປເຜີຍແຜ່ຂໍ້ມູນຢູ່ຕາມບ້ານ ແລະ ຫົວໜ່ວຍທຸລະກິດຕ່າງໆ ເພື່ອໃຫ້ເຂົາເຈົ້າຮັບຮູ້ ແລະ ເຈົ້າໃຈຕໍ່ການຂຶ້ນທະບຽນ ແລ້ວໃຫ້ໄປຫາຄະນະກຳມະການຢູ່ຈຸດບໍລິການທີ່ກຳນົດໄວ້ໃນໂມງລັດຖະການ.
ສະນັ້ນ ຈຶ່ງຮຽກຮ້ອງມາຍັງອຳນາດການປົກຄອງບ້ານ ຫົວໜ້າໜ່ວຍ ບໍລິສັດຫ້າງຮ້ານ ຫົວໜ່ວຍທຸລະກິດ ຜູ້ມີເຮືອນໃຫ້ເຊົ່າ ແລະ ຜູ້ໃຫ້ທີ່ພັກເຊົາອາໄສແກ່ຄົນຕ່າງປະເທດ ກໍ່ຄືປະຊາຊົນ ນະຄອນຫຼວງວຽງຈັນ ຊ່ວຍປຸກລະດົມຊຸກຍູ້ ແລະ ນຳພາຄົນຕ່າງປະເທດ ເຂົ້າມາຂຶ້ນທະບຽນຕາມຈຸດທີ່ກຳນົດໄວ້ ສ່ວນຊາວຕ່າງປະເທດທີ່ເຄື່ອນໄຫວດຳລົງຊີວິດຢູ່ນະຄອນຫຼວງວຽງຈັນ ຈົ່ງໃຫ້ຄວາມຮ່ວມມືເປັນຢ່າງດີ.
Editor: ດາວໄຊ ສີວິໄລ