ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ສາລະວັນ ໄດ້ຈັດພິທີພົບປະແລກປ່ຽນບົດຮຽນຮ່ວມມືກັນ ກັບພະແນກຖະແຫຼງຂ່າວ ແລະ ການສື່ສານ ແຂວງບິງດິ້ງ, ສສ ຫວຽດນາມ. ຈັດຂຶ້ນໃນເມື່ອບໍ່ດົນນີ້ ຢູ່ພັດຕາຄານສິນສະໄໝ, ໂດຍການຕ້ອນຮັບຂອງ ທ່ານ ສົມໃຈ ອຸ່ນຈິດ ກຳມະການພັກແຂວງ ຫົວໜ້າພະແນກ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ ສາລະວັນ ພ້ອມຄະນະ, ຝ່າຍ ສສ ຫວຽດນາມ ນຳໂດຍ: ທ່ານ ເຈີນ ກິມຄາ ກຳມະການພັກແຂວງ ຫົວໜ້າພະແນກຖະແຫຼງຂ່າວ ແລະ ການສື່ສານແຂວງບິງດິ້ງ ພ້ອມຄະນະ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ການພົບປະຄັ້ງນີ້ ທັງສອງຝ່າຍກໍ່ໄດ້ຜັດປ່ຽນກັນລາຍງານກ່ຽວກັບສະພາບລວມຈຸດພິເສດຂອງແຂວງ ແລະ ການຈັດຕັ້ງປະຕິບັດວຽກງານຂອງສອງພະແນກໄລຍະຜ່ານມາ ໃນວຽກງານຖະແຫຼງຂ່າວ-ຂ່າວສານການພິມ, ທັງດ້ານດີ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບົດຮຽນທີ່ຖອດຖອນໄດ້ໃນການຈັດຕັ້ງປະຕິບັດ. ເຊີ່ງກອງປະຊຸມຄັ້ງນີ້ ກໍ່ໄດ້ເປັນເອກະພາບກັນໃນການເຊັນບົດບັນທຶກຮ່ວມມື ລະຫວ່າງ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງສາລະວັນ ກັບ ພະແນກຖະແຫຼງຂ່າວ ແລະ ການສື່ສານແຂວງບິງດິ້ງ ສສ ຫວຽດນາມ ເຊີ່ງເປັນຄັ້ງທໍາອິດທີ່ຈະຮ່ວມມືໃນວຽກງານຖະແຫຼງຂ່າວສື່ມວນຊົນ ແລະ ການພິມຈຳໜ່າຍເປັນຕົ້ນ: ທັງສອງຝ່າຍແລກປ່ຽນຂໍ້ມູນຂ່າວສານເປັນປົກກະຕິ, ແລກປ່ຽນປະສົບການໃນວຽກຄຸ້ມຄອງຖະແຫຼງຂ່າວຄື: ຂໍ້ມູນພາຍນອກ, ການໂຄສະນາ ແລະ ຂ່າວສານ, ການພິມ ແລະ ຈຳໜ່າຍຜະລິດຕະພັນສື່ສິ່ງພິມອື່ນໆ. ສ້າງຄວາມເຂັ້ມແຂງວຽກງານໂຄສະນາຊວນເຊື່ອກ່ຽວກັບສາຍພົວພັນສອງປະເທດ ລາວ-ຫວຽດນາມຄື: ສົ່ງເສີມຮູບພາບ, ປະຫວັດສາດ, ວັດທະນະທຳ, ການທ່ອງທ່ຽວ ແລະ ການລົງທຶນເຮັດທຸລະກິດຂອງແຂວງບິງດິ້ງ. ແລກປ່ຽນບົດຮຽນການສື່ສານ, ປະສົບການເຄື່ອນໄຫວວຽກງານສື່ມວນຊົນເຊັ່ນ: ການສົມທົບໃນການຜະລິດລາຍການວິທະຍຸ, ໂທລະພາບ ເປັນພາສາຫວຽດນາມ ແລະ ພາສາລາວ, ການສ້າງເວັບໄຊຮ່ວມກັນ, ເພື່ອເປັນການອັບເດດຂໍ້ມູນຂ່າວສານໃໝ່, ໂຄສະນາຮູບພາບໃນການເຄື່ອນໄຫວວຽກງານຕ່າງໆຂອງແຂວງ ສາລະວັນ ແລະ ແຂວງບິງດິ້ງ. ປະສານສົມທົບການຈຳໜ່າຍຜະລິດຕະພັນເອກະສານຕ່າງໆ, ເພື່ອໂຄສະນາກັບທ່າແຮງ, ຄວາມສາມາດບົ່ມຊ້ອນທີ່ເປັນຈຸດເດັ່ນຂອງ 2 ແຂວງ ດ້ວຍພາສາລາວ ແລະ ພາສາຫວຽດນາມ. ຮ່ວມມືກັນຈັດຕັ້ງບຳລຸງຍົກລະດັບບຸກຄະລາກອນເຊັ່ນ: ຈັດຝຶກອົບຮົມດ້ານວິຊາການໃນວຽກວິຊາສະເພາະໃຫ້ພະນັກງານ, ເຂົ້າຮ່ວມກອງປະຊຸມ, ສຳມະນາໂຄສະນາຮູບພາບ ແລະ ສອງຝ່າຍສືບຕໍ່ສະໜອງຂໍ້ມູນຂ່າວສານທີ່ເປັນທ່າແຮງບົ່ມຊ້ອນ ແລະ ໂອກາດລົງທຶນໃນການດຳເນີນທຸລະກິດ, ກົນໄກ, ນະໂຍບາຍ ແລະ ວິທິການດຶງດູດການລົງທຶນຂອງນັກທຸລະກິດຂອງ 2 ຝ່າຍໃນຂົງເຂດ: ຖະແຫຼງຂ່າວ, ຂ່າວສານ, ການພິມ ແລະ ການຈຳໜ່າຍຜະລິດຕະພັນສື່ສິ່ງພິມອື່ນໆ.
ຈາກນັ້ນທັງສອງຝ່າຍ ກໍ່ໄດ້ລົງນາມເຊັນບົດບັນທຶກການຮ່ວມມືໃນວຽກງານຖະແຫຼງຂ່າວ, ສື່ມວນຊົນ, ເຊີ່ງຝ່າຍແຂວງ ສາລະວັນ ເຊັນໂດຍ: ທ່ານ ສົມໃຈ ອຸ່ນຈິດ ຫົວໜ້າພະແນກ ຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ແຂວງ ສາລະວັນ, ຝ່າຍແຂວງບິງດີ້ງ ສສ ຫວຽດນາມ ເຊັນໂດຍ: ທ່ານ ເຈີນ ກິມຄາ ຫົວໜ້າພະແນກຖະແຫຼງຂ່າວ ແລະ ການສື່ສານແຂວງ ພ້ອມດ້ວຍຄະນະເຂົ້າຮ່ວມເປັນສັກຂິພິຍານ.
Editor: ດາວໄຊ ສີວິໄລ