ງານວາງສະແດງສິນຄ້າຈີນ-ອາຊຽນ ຄັ້ງທີ 14 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 12 ກັນຍາ 2017, ຢູ່ທີ່ເມືອງໜານໜິງ ແຂວງກາງຊີ ສປ ຈີນ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຈາງ ກ້າວ ລີ້ ຮອງນາຍົກລັດຖະມົນຕີ ແຫ່ງ ສປ ຈີນ, ມີບັນດາຄະນະຜູ້ແທນຈາກ 10 ປະເທດອາຊຽນ ແລະ ຄະນະຜູ້ແທນຈາກປະເທດພາຍນອກ. ໃນນັ້ນ, ຄະນະຜູ້ແທນລາວ ນຳໂດຍທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມ.
ງານວາງສະແດງສິນຄ້າ ຈີນ-ອາຊຽນ ໃນຄັ້ງນີ້, ພາຍໃຕ້ຫົວຂໍ້ “ຮ່ວມກັນສ້າງເສັ້ນທາງສາຍໄໝ ທາງທະເລແຫ່ງສັດຕະວັດທີ 21, ສົ່ງເສີມການເຊື່ອມໂຍງເສດຖະກິດພາກພື້ນ ຜ່ານວຽກງານການທ່ອງທ່ຽວ”, ໂດຍມີບັນດາຫົວໜ່ວຍທຸລະກິດ ທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຫລາຍກວ່າ 2.700 ກວ່າຫົວໜ່ວຍທຸລະກິດ, ລວມມີ 6.600 ກວ່າຮ້ານ, ໃນນັ້ນ ຈາກບັນດາປະເທດອາຊຽນ 1.700 ກວ່າຮ້ານ ແລະ ຈາກບັນດາປະເທດ ທີ່ມາຈາກນອກເຂດອາຊຽນ. ສິນຄ້າທີ່ນຳມາວາງສະແດງປະກອບ ມີ: ສິນຄ້າກະສິກຳ, ເຟີນີີເຈີ, ເຄື່ອງຕົບແຕ່ງເຮືອນ, ເຄື່ອງຫັດຖະກຳ, ເຄື່ອງປະດັບອັນຍະມະນີ, ສິນຄ້າບໍລິໂພກ, ສິນຄ້າບໍລິການ, ເຄື່ອງຈັກ ແລະ ລົດບັນທຸກສິນຄ້າ, ອາຫານສຳເລັດຮູບ, ຜະລິດຕະພັນຫຸ້ມຫໍ່, ຜະລິດຕະພັນໄຟຟ້າ ແລະ ຜະລິດຕະພັນທີ່ໃຊ້ພະລັງງານ, ເຄື່ອງໃຊ້ໄຟຟ້າເອເລັກໂຕຣນິກ, ເຄື່ອງໃຊ້ວັດສະດຸກໍ່ ສ້າງ ແລະ ອື່ນໆ.
ສຳລັບ ສປປ ລາວ ມີຫົວໜ່ວຍທຸລະກິດ ທັງພາກລັດ ແລະ ເອກະຊົນ ສົ່ງຜະລິດຕະພັນເຂົ້າຮ່ວມ ຫລາຍກວ່າ 50 ກວ່າບໍລິສັດ, ຊຶ່ງປະກອບມີ 6 ໝວດຜະລິດຕະພັນ ເປັນຕົ້ນເຟີນີເຈີ ແລະ ແກະສະຫລັກໄມ້, ເຄື່ອງປະດັບອັນຍະມະນີ, ເຄື່ອງຫັດຖະກຳແຜ່ນແພ, ກະສິກຳປຸງແຕ່ງ, ອາຫານ ແລະ ເຄື່ອງດື່ມ, ການບໍລິການ-ການທ່ອງທ່ຽວ ແລະ ສິນຄ້າໂອດັອບ. ສິ່ງສຳຄັນໃນປີນີ້, ລັດຖະບານລາວ ໄດ້ຄັດເລືອກເອົາແຂວງໄຊຍະບູລີ ເປັນເມືອງສະເໜ່ມານຳສະເໜີເພື່ອດຶງດູດການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ເຜີຍແຜ່ວັດທະນະທຳອັນດີງາມຂອງຊາດລາວ ອອກສູ່ສາກົນ ກໍຄືທົ່ວໂລກໄດ້ຮັບຮູ້.
Editor: ຕະວັນ ແສງສະຫວັນ