ພິທີ ມອບທຶນພັດທະນາຊີວິດການເປັນຢູ່ ຈໍານວນ 735. 400.000 ກວ່າກີບ ( ເຈັດຮ້ອຍສາມສີບຫ້າລ້ານສີ່ແສນກວ່າກີບ) ຂອງໂຄງການຄຸ້ມຄອງປ່າໄມ້ ແບບຍືນຍົງໃຫ້ແກ່ປະຊາຊົນ ຈໍານວນ 23 ບ້ານຈໍານວນ ຂອງເມືອງໝື່ນ ໄດ້ຈັດຂຶ້ນໃນຕອນເຊົ້າ ຂອງວັນທີ 11 ກັນຍາ 2017 ນີ້ ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງໝື່ນ ແຂວງວຽງຈັນ. ມອບໂດຍ ທ່ານ ສົມອົກ ໜໍ່ຈະເລີນ ຮອງຫົວໜ້າພະແນກ ກະສິກໍາ ແລະ ປ່າໄມ້ ຄະນະຊີ້ນໍາ ໂຄງການຄຸ້ມຄອງປ່າໄມ້ ແບບຍືນຍົງຂັ້ນແຂວງ ໂດຍມີ ທ່ານ ພອນເທີດ ສຸຫວັດດີ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງ - ເມືອງໝື່ນ ຫົວໜ້າຄະນະຊີ້ນໍາໂຄງການ ໂຄງການກຸ້ມຄອງປ່າໄມ້ ແບບຍືນຍົງ ຂັ້ນເມືອງ ຕາງໜ້າຂຶ້ນຮັບ ແລ້ວມອບຕໍ່ໃຫ້ ກອງທຶນພັດທະນາບ້ານຈຳນວນ 31. 900.000 ກວ່າກີບ (ສາມສິບເອັດລ້ານກີບ), ມີຄະນະຮັບຜິດຊອບໂຄງການ ຂັ້ນແຂວງ, ເມືອງ, ນາຍບ້ານ, ຜູ້ຮັບຜິດຊອບກອງທຶນຂັ້ນບ້ານ ຂອງບ້ານທີ່ກ່ຽວຂ້ອງເຂົ້າຮ່ວມ ເປັນສັກຂີພິຍານ.
ທ່ານ ສົມອົກ ໜໍ່ຈະເລີນ ກ່າວວ່າ: ໂຄງການຄຸ້ມຄອງປ່າໄມ້ ແບບຍືນຍົງ ໄດ້ຮັບທຶນຊ່ວຍເຫຼືອ ຈາກທະນາຄານໂລກ, ລັດຖະບານແຟງລັງ ແລະ ທຶນສົບທົບຈາກລັດຖະບານລາວ ເຊິ່ງໄດ້ຈັດຕັ້ງປະຕິບັດຢູ່ໃນໄລຍະທີ 3 ກວມເອົາ 6 ເມືອງ ເຊິ່ງເມືອງໝື່ນ ກໍ່ແມ່ນ ເມືອງໜຶ່ງ ທີ່ມີປ່າຜະລິດແຫ່ງຊາດ ( ພູເຍີຍ ) ທີ່ໄດ້ຮັບການຮັບຮອງຈາກລັດຖະບານ ເຊິ່ງມີເນື້ອທີ່ 38. 970 ເຮັກຕ່າ ກວມເອົາ 4 ເຂດຄຸ້ມຄອງຍ່ອຍ ມີ 23 ບ້ານເປົ້າໝາຍ.
ໄລຍະປີ 2010 – 2012 ໂຄງການຄຸ້ມຄອງປ່າໄມ້ ແບບຍືນຍົງ ກໍ່ໄດ້ສະໜັບສະໜູນທຶນພັດທະນາບ້ານ 4. 000 ໂດລ່າສະຫະລັດຕໍ່ບ້ານ ໃຫ້ ປະຊາຊົນຜູ້ທຸກຍາກໄດ້ກູ້ຢືມໃນອັດຕາດອກເບ້ຍ ທີ່ຕໍ່າກວ່າ ທະນາຄານນໍາໃຊ້ເຂົ້າໃນກິດຈະກຳ ດ້ານການປູກຝັງ, ລ້ຽງສັດ, ຫັດຖະກຳ ແລະ ອື່ນໆ ເພື່ອສ້າງອາຊີບຄົງທີ່ ຫຼຸດການຕັດໄມ້ທຳປ່າ, ເຫັນໄດ້ຄວາມສຳຄັນຕໍ່ການຄຸ້ມຄອງ ປົກປັກຮັກສາປ່າໄມ້ ແລະ ຜ່ານການຈັດຕັ້ງປະຕິບັດຜ່ານມາເຫັນວ່າ ໂຄງການນີ້ ສາມາດປະກອບສ່ວນແກ້ໄຂຄວາມທຸກຍາກຂອງປະຊາຊົນໄດ້ຫຼາຍສົມຄວນ ພັກ ແລະ ລັດຖະບານຈຶ່ງຍາດແຍ່ງເອົາທຶນພັດທະນາບ້ານ ມາໃຫ້ຕື່ມອີກບ້ານລະ 4. 000 ໂດລາ ລວມເປັນ 8.000 ໂດລາຕໍ່1ບ້ານ.
Editor: ກຳປານາດ ລັດຖະເຮົ້າ