ພິທີເຊັບບົດບັນທືກຄວາມເຂົ້າໃຈ ລະຫວ່າງ ພະແນກແຜນການ ແລະ ການລົງທືນຂອງ ແຂວງ ຈຳປາສັກ ຮ່ວມກັບ ບໍລິສັດ ໄດ້ຈັດຂື້ນໃນ ທ້າຍອາທິດຜ່ານມາ ໂດຍການເຂົ້າຮ່ວມຂອງ ທ່ານ ບົວສອນ ວົງສອງຄອນ ຮອງເຈົ້າແຂວງ ຈຳປາສັກ, ທ່ານ ສາຍທອງ ໄຊຍະວົງ ຫົວໜ້າພະແນກ ແຜນການ ແລະ ການລົງທືນຂອງແຂວງ, ພ້ອມດ້ວຍບໍລິສັດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເພື່ອເຮັດໃຫ້ປະຊາຊົນໄດ້ຮັບການຊົມໃຊ້ນໍ້າທີ່ສະອາດ ແລະ ໄດ້ຮັບການບໍລິການທີ່ເຂົ້າເຖິງປະຊາຊົນ ໃນເຂດເທດສະບານຂອງ ເມືອງ ຈຳປາສັກ ແຂວງ ຈຳປາສັກ ຈິ່ງໄດ້ອະນຸຍາດໃຫ້ ບໍລິສັດ ໄດ້ເຮັດບົດສຶກສາສຳຫລວດ ຄວາມເປັນໄປໄດ້ ໃນການດຳເນີນການກໍ່ສ້າງ ລະບົບ ນໍ້າປະປາຢູ່ເຂດ ເທດສະບານ ເມືອງ ຈຳປາສັກ ຈຳນວນ 38 ບ້ານ ໂດຍໄດ້ວ່າຈ້າງເອົາບໍລິສັດ ວິສະວະກຳນໍ້າ ແລະ ສິ່ງແວດລ້ອມ ຈາກ ນະຄອນຫລວງວຽງຈັນ ມາສຶກສາຄວາມເປັນໄປໄດ້ໃນການລົງທືນກໍ່ສ້າງ ລະບົບນໍ້າປະປາ ຢູ່ເມືອງ ຈຳປາສັກ ໃນນີ້ ໄດ້ສຳຫລວດສືກສາເກັບກຳດ້ານ ພູມີສາດ, ສຳຫລວດອອກແບບລະບົບປໍ້ານໍ້າ, ສໍາຫລວດອອກແບບທີ່ຕັ້ງ, ໂຮງງານ, ອອກແບບລະບົບທໍ່ສົ່ງ ໂດຍມີກຳລັງເຄື່ອງໃນການຜະລິດ 7.500 ແມັດກ້ອນຕໍ່ວັນ . ເພື່ອເຮັດໃຫ້ການດຳເນີນການສຳຫລວດເປັນທາງການ ຈິ່ງໄດ້ມີພິທີເຊັນສັນຍາບົດບັນທືກຄວາມເຂົ້າໃຈ ລະຫວ່າງ ອໍານາດການປົກຄອງແຂວງ ແລະບໍລິສັດກ່ຽວຂ້ອງ ລະຫວ່າງ ທ່ານ ສາຍທອງ ໄຊຍະວົງ ຫົວໜ້າພະແນກ ແຜນການແລະ ການລົງທືນຂອງແຂວງ ແລະ ທ່ານ ໄພບູນ ພົມມະສີນ ອຳນວຍການບໍລິສັດ ໂດຍຊ່ອງໜ້າທ່ານ ຮອງເຈົ້າແຂວງ ,ເຈົ້າເມືອງ ແລະ ພາກສ່າວທີ່ກ່ຽວຂ້ອງເຂົ້າຮ່ວມເປັນພິຍານ.
Editor: ກຳປານາດ ລັດຖະເຮົ້າ