ເພື່ອສ້າງຄວາມອາດສາມາດ ໃຫ້ບຸກຄະລາກອນລາວ ທັງພາກລັດ ແລະ ເອກກະຊົນ ໃຫ້ມີຄວາມຮູ້ຄວາມສາມາດ ແລະ ຄວາມເຂົ້າໃຈຕໍ່ວຽກງານ ຂົນສົ່ງພາຍໃນ ແລະ ຕ່າງປະເທດເຊັ່ນ: ການພັດທະນາ, ການບໍລິຫານຈັດການ ກ່ຽວກັບລະບົບຂົນສົ່ງໃຫ້ມີຄຸນນະພາບ, ວິທີແກ້ໄຂບັນຫາ ກ່ຽວກັບ ລະບົບຂົນສົ່ງລະຫວ່າງປະເທດ, ເຄືອຂ່າຍຂົນສົ່ງໃນພາກພື້ນ ແລະ ສາກົນ.
ສະນັ້ນໃນວັນທີ 12 ກັນຍາ 2017 ທີ່ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ຈຶ່ງໄດ້ຈັດພິທີເປີດການສໍາມະນາ ໃນຫົວຂໍ້: ການຂົນສົ່ງສີນຄ້າ ແລະ ການບໍລິຫານຈັດການຕ່ອງໂສ້ການຂົນສົ່ງສີນຄ້າ (Logistics and Supply Chain Management ) ເຊິງຈະໄດ້ດໍາເນີນໄປເປັນເວລາ 3 ວັນ ເຊິງມີຜູ້ເຂົ້າຮ່ວມທັງພາກລັດ ແລະ ເອກກະຊົນ, ໂດຍການເປັນປະທານຮ່ວມຂອງ ທ່ານ ວັນທອງ ສິດທິກຸນ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ທ່ານ ຊິໂກ ອິເກດະ ຫົວຫນ້າ ຜູ້ຕາງຫນ້າສະມາຄົມ ສົ່ງເສີມການຮ່ວມມືດ້ານວິຊາການແບບຍືນຍົງ ແຫ່ງປະເທດຍີປຸ່ນ(AOTS) ປະຈໍາບາງກອກ, ນອກນັ້ນຍັງມີ ຫົວຫນ້າກົມຂົນສົ່ງ ຈາກກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ຮອງປະທານ ສະມາຄົມຜູ້ຈັດສົ່ງລະຫວ່າງປະເທດ ເຂົ້ານຮ່ວມອີກດ້ວຍ.
ລັດຖະບານ ກໍຄື ກົມຂົນສົ່ງ ໄດ້ເລັ່ງເຫັນເຖິງຄວາມສໍາຄັນຂອງ ການພັດທະນາບຸກຄະລາກອນດ້ານການຄຸ້ມຄອງ ໂລຈິສຕິກ ແລະ ລະບົບຕ່ອງໂສຂອງການສະໜອງ ຫຼື ທີ່ພວກເຮົາຮ້ອງກັນວ່າ: Logistics and Supply Chain ບໍ່ວ່າຈະເປັນການພັດທະນາບຸກລະລາກອນ ທັງພາກລັດ ແລະ ເອກກະຊົນ ແມ່ນມີຄວາມຈໍາເປັນທີ່ສຸດ ໃນຍຸກສະໄໝ ສະຫັດສະຫວັດນີ້ ພວກເຮົາຕ້ອງຮຽນຮູ້ ພັດທະນາ ແລະ ຖອດຖອນບົດຮຽນດ້ານ ໂຣຈິສຕິກ ແລະ ກຽມພ້ອມເພື່ອຍົກລະດັບຕົນເອງ ໃຫ້ສາມາດຮ່ວມມືກັບ ປະເທດອ້ອມຂ້າງໃນພາກພື້ນ ແລະ ສາກົນໄດ້.
ສະນັ້ນການພັດທະນາ ໂຣຈີສຕິກ ຈຶ່ງແມ່ນການສືບຕໍ່ການພັດທະນາຂະແໜ່ງໂຍທາທິການ ແລະ ຂົນສົ່ງ ໃຫ້ເປັນ ຂະແໜງການປາຍແຫຼມ ແລະ ຫັນປະເທດເຮົາ ໃຫ້ເປັນໃຈກາງໃນການບໍລິການຂົນສົ່ງສີນຄ້າຜ່ານ ໃນອານຸພາກພື້ນໃຫ້ເປັນຈິງ ດ້ວຍການປັບປຸງລະບົບພື້ນຖານໂຄງລ່າງ ແລະ ບໍລິການດ້ານຄົມມະນາຄົມ - ຂົນສົ່ງ ໃຫ້ກາຍເປັນແຮງສະໜັບສະໜູນທາງກົງ ແລະ ທາງອ້ອມ ໃຫ້ແກ່ການພະລິດ, ການຄ້າ, ການລົງທືນ, ການທ່ອງທ່ຽວ ແລະ ການດໍາລົງຊີວິດຂອງປະຊາຊົນເວົ້າລວມ ເວົ້າສະເພາະ ການພັດທະນາ ໂຣຈີສຕິກ ແມ່ນການພັດທະນາ ກິດຈະການກ່ຽວກັບ ການຂົນສົ່ງຢູ່ພາຍໃນ ແລະ ຂ້າມແດນຂອງ ສປປລາວ ບົນພື້ນຖານການນໍາໃຊ້ທ່ານແຮງທາງດ້ານ ທີ່ຕັ້ງ - ພູມສາດຂອງປະເທດ ທີ່ ເປັນຈຸດໃຈກາງໃນພາກພື້ນ ໃຫ້ກ້າວໄປສູ່ລະບົບອຸດສາະກໍາ ແລະ ທັນສະໄໝ ມີຄວາມສະດວກ, ປອດໄພ, ວ່ອງໄວ ແລະ ທັນເວລາ ມີປະສິດທິດຜົນສູງ, ຍືນຍົງ ແລະ ເປັນມິດຕໍ່ສິ່ງແວດລ້ອມ ຕິດພັນກັບການສ້າງຄວາມເຂັ້ມແຂງ ໃຫ້ແກ່ກໍາລັງການຂົນສົ່ງພາຍໃນ ເພື່ອຮັບປະກັນຄວາມສາມາດ ໃນການແຂ່ງຂັນ, ເຊື່ອມໂຍງກັບພາກພື້ນ ແລະ ສາກົນ.
Editor: ກຳປານາດ ລັດຖະເຮົ້າ