ວັນທີ 11 ກັນຍາ 2017 ນີ້ ທີ່ ນະຄອນຫລວງວຽງຈັນ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງ ນະຄອນຫລວງວຽງຈັນ ຮ່ວມກັບ ສະມາຄົມກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ໄດ້ຈັດພິທີຖະແຫລງຂ່າວ ການກະກຽມເປີດງານວາງສະແດງສິນຄ້າ ດ້ານການກໍ່ສ້າງ, ວັດສະດຸກໍ່ສ້າງແລະອຸປະກອນໄຟຟ້າ ຄັ້ງທີ່I ຂຶ້ນ, ໂດຍການເປັນປະທານຂອງ ທ່ານ ສັງຄົມ ຈັນສຸກ ປະທານສະພາການຄ້າ ແລະ ອຸດສາຫະກໍາ ນະຄອນຫລວງວຽງຈັນ,ມີບັນດາແຂກຖືກເຊີນ ແລະ ສື່ມ່ວນຊົນເຂົ້າຮ່ວມ.
ງານວາງສະແດງສີນຄ້າໃນຄັ້ງນີ້, ຈະຈັດຂຶ້ນໃນວັນທີ 20-24 ກັນຍາ 2017 ທີ່ ສູນການຄ້າ ລາວ-ໄອເຕັກ (ຕຶກເກົ່າ) ພາຍໃນງານ ທ່ານຈະໄດ້ພົບກັບວັດສະດຸກໍ່ສ້າງ ແລະ ເຄື່ອງໃຊ້ໄຟຟ້າ ທີ່ມາຈາກພາຍໃນ ແລະ ຕ່າງປະເທດ. ພິເສດ ໃນງານດັ່ງກ່າວ ຍັງຈະມີການໃຫ້ຄໍາປຶກສາໃນການສ້າງບ້ານ, ຈັດສວນ ແລະ ອື່ນໆຕື່ມອີກ.
ທ່ານ ສັງຄົມ ຈັນສຸກ ກ່າວວ່າ: ເພື່ອເປັນການເປີດຕະຫລາດຈໍາໜ່າຍສິນຄ້າ ໃຫ້ແກ່ຫົວໜ່ວຍ ທຸລະກິດດ້ານການກໍ່ສ້າງ, ວັດສະດຸກໍ່ສ້າງ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ ໃຫ້ກ້ວາງຂວາງອອກ ແລະ ເປັນທີ່ຍອມຮັບຂອງສັງຄົມ ຜູ້ປະກອບການ ໄດ້ມີການພັດທະນາດ້ານການຕະຫລາດ ແລະ ຄຸນນະພາບຂອງສິນຄ້າ ພ້ອມທັງເປັນການສ້າງລາຍຮັບ ແລະ ສ້າງຄວາມເຂັ້ມແຂງ ໃຫ້ແກ່ຫົວໜ່ວຍທຸລະກິດດ້ານການກໍ່ສ້າງ ແລະ ອຸປະກອນໄຟຟ້າ. ນອກຈາກນັ້ນ ຍັງເປັນການແລກປ່ຽນບົດຮຽນ ລະຫວ່າງ ພາກທຸລະກິດການກໍ່ສ້າງ ແລະ ຜູ້ປະກອບການເຄື່ອງໃຊ້ໄຟຟ້າພາຍໃນ ແລະ ຕ່າງປະເທດ ໃນຍຸກເຊື່ອມໂຍງປະຊາຄົມເສດຖະກິດອາຊຽນ (AEC) ຕື່ມອີກ.
Editor: ກຳປານາດ ລັດຖະເຮົ້າ