ເພື່ອເຮັດໃຫ້ພໍ່ - ແມ່ປະຊາຊົນບັນດາເຜົ່າ ຮັບຮູ້ເຂົ້າໃຈ ແລະ ຖືເປັນບັນຫາສໍາຄັນ ຕໍ່ວຽກງານໂພສະນາການ, ການສັກຢາກັນພະຍາດ ວຽກງານສຸຂະອານາໄມ, ການຸຄ້າມະນຸດ, ການຕ້ານການໃຊ້ຄວາມຮຸນແຮງຕໍ່ເດັກ ແລະ ການສຶກສາສໍາລັບເດັກກ່ອນໄວຮຽນ ສະນັ້ນ ໃນຕອນເຊົ້າຂອງວັນທີ 11 ກັນຍາ 2017 ທີ່ສູນຝຶກອົບຮົມແນວລາວສ້າງຊາດ ໄດ້ມີການຈັດກອງປະຊຸມປຶກສາຫາລືກ່ຽວກັບການໂຄສະນາບັນຫາຂອງເດັກ ເພື່ອເສີມຂະຫຍາຍ ຄວາມຮັບຮູ້ ແລະ ຄວາມອາດສາມາດໃຫ້ແກ່ພະນັກງານແນວລາວສ້າງຊາດ ໃນການປຸກລະດົມຊຸມຊົນກ່ຽວກັບບັນຫາຕ່າງໆ ທີ່ກ່ຽວຂ້ອງກັບເດັກ, ເສີມຂະຫຍາຍບົດບາດຂອງແນວລາວສ້າງຊາດ ສູນກາງ, ແຂວງ, ເມືອງ ແລະ ບ້ານ ໃນການປຸກລະດົມປະຊາຊົນບັນດາເຜົ່າ ໃນການປັບປຸງບັນຫາສຸຂະພາບຂອງແມ່ຍິງ ແລະ ເດັກ ພ້ອມທັງຊຸກຍູ້ການມີສ່ວນຮ່ວມຂອງຜູ້ນໍາເຜົ່າຕ່າງໆ ໃນການປຸກລະດົມປະຊາຊົນບັນດາເຜົ່າ ເພື່ອໃຫ້ເອົາໃຈໃສປັບປຸງບັນຫາສຸຂະພາບ ໃນຂຸມຊົນຂອງຕົນ ກອງປະຊຸມປືກສາຫາລືຄັ້ງນີ້ ໂດຍການຮ່ວມມືລະຫວ່າງ ສູນກາແນວລາວສ້າງຊາດ ແລະ ອົງການຢູນີເຊັບ ປະຈໍາ ສປປລາວ.
ເຂົ້າຮ່ວມເປັນປະທານໃນໂອກາດດັ່ງກ່າວມີ ທ່ານ ຮອງສາດສະດາຈານ. ດຣ. ສົມອົກ ກິ່ງສະດາ ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ມີໂອ ຊິນຢູນ ຜູ້ຕ່າງຫນ້າອົງການ ຢູນີເຊັບ ປະຈໍາ ສປປລາວ ພ້ອມດ້ວຍບັນດາຜູ້ເຂົ້າຮ່ວມຈາກສູນກາງແນວລາວ ແລະ ພາກສ່ວກກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມປຶກສາຫາລື ກ່ຽວກັບ ການໂຄສະນາບັນຫາຂອງເດັກ ໃນຄັ້ງນີ້ແມ່ນມີຄວາມໝາຍສໍາຄັນຢ່າງຍິ່ງ ເພາະຈະເປັນການຊ່ວຍປຸກລະດົມ, ຊຸກຍູ້ ແລະ ຂົນຂວາຍ ພໍ່ - ແມ່ປະຊາຊົນບັນດາເຜົ່າ ໃນການເຂົ້າຮ່ວມ ຂະບວນການວຽກງານໂພສະນາການ, ການສັກຢາກັນພະຍາດ, ວຽກງານສຸຂະອານາໄມ, ການຄ້າມະນຸດ ແລະ ການຕ້ານການໃຊ້ຄວມຮູນແຮງຕໍ່ເດັກ ແລະ ການສຶກສາສໍລັບເດັກກ່ອນໄວຮຽນ ຢູ່ຂັນຊຸມຊົນ, ເພື່ອເຮັດໃຫ້ພໍ່-ແມ່ປະຊາຊົນ ຮັບຮູ້ - ເຂົ້າໃຈ ແລະ ຖືເອົາບັນຫາດັ່ງກ່າວເປັນວຽກງານສໍາຄັນ ແນ່ໃສ່ເຮັດໃຫ້ປະເທດຂອງພວກເຮົາບັນລຸເປົ້າໝາຍສະຫັດສະຫວັດແຫ່ງການພັດທະນາ ແລະ ຫຼຸດພົ້ນອອກຈາກປະເທດດ້ວຍພັດທະນາ ໃນປີ 2020.
ກອງປະຊຸມແມ່ນຈະໄດ້ດໍາເນີນໄປເປັນເວລາ 3 ວັນ ນັບແຕ່ ວັນທີ 11 – 13 ກັນຍາ 2017 ພ້ອມນັ້ນນັກສໍາມະນາກອນ ທີ່ ເຂົ້າຮ່ວມໃນກອງປະຊຸມ ຍັງຈະໄດ້ລົງໄປທັດສະນາສຶກສາຢູ່ບ້ານໂນນຂີ້ເລັກ, ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ອີກດ້ວຍ.
Editor: ກຳປານາດ ລັດຖະເຮົ້າ