ໃນທ້າຍເດືອນສິງຫາຜ່ານມານີ້ ເຈົ້າຫນ້າທີ່ ປກສ ເມືອງຊ່ອນ, ແຂວງຫົວພັນ ໄດ້ກວດຄົ້ນລົດຈັກເປົ້າຫມາຍ ຢູ່ເຂດບ້ານລອ່ງງົວປ່າ, ເມືອງຊ່ອນ, ແຂວງຫົວພັນ ພົບເຫັນຢາບ້າ 3 ພັນເມັດ ພ້ອມທັງກັກຕົວຜູ້ຂັບຂີ່ລົດຈັກໄດ້ສອງຄົນ ໄປສອບສວນຂະຫຍາຍຜົນຫາຜູ້ຮ່ວມຂະບວນການ.
ເຈົ້າຫນ້າທີ່ ປກສ ເມືອງຊ່ອນ ໃຫ້ຮູ້ວ່າ: ຜູ້ຖືກຫາທັງສອງມີ ຊື່ວ່າ: ທ້າວ ເຢຍທໍ່ ອາຍຸ 23 ປີ ປະຊາຊົນບ້ານຫນອງໃສ ແລະ ທ້າວ ຢົງຄືທໍ່ ອາຍຸ 48 ປີ ປະຊາຊົນຢູ່ບ້ານຫ້ວຍເຫມືອຍ ທັງສອງຢູ່ເມືອງຊ່ອນ, ແຂວງຫົວພັນ ຜ່ານສອບສວນເບື້ອງຕົ້ນ ພວກກ່ຽວຮັບສາລະພາບວ່າ ຢາບ້າຈຳນວນດັ່ງກ່າວ ແມ່ນຈະເອົາໄປສົ່ງໃຫ້ຜູ້ສັ່ງຊື້ ຢູ່ເຂດເມືອງຊ່ອນ, ແຕ່ຖືກຈັບຫນ້າທີ່ຈັບຕົວກ່ອນ ພ້ອມຂອງກາງຈຳນວນດັ່ງກ່າວ.
ປະຈຸບັນ, ເຈົ້າຫນ້າທີ ປກສ ເມືອງຊ່ອນ ໄດ້ສົ່ງໃຫ້ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຫົວພັນ ດຳເນີນການສືບສວນ-ສອບສວນຫາກຸ່ມແກັງ ຮ່ວມຂະບວນການດຽວກັນມາດຳເນີນຄະດີຕາມກົດຫມາຍ.
ຂອບໃຈຂໍ້ມູນຫນັງສືພິມຄວາມສະຫງົບ
Editor: ຕະວັນ ແສງສະຫວັນ