ໃນໄລຍະ 6 ເດືອນຕົ້ນປີ 2017 ນີ້, ເສດຖະກິດຂອງ ສປປ ລາວ ຍັງສືບຕໍ່ມີການຂະຫຍາຍຕົວ ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ໂດຍສະເພາະແມ່ນດ້ານການຜະລິດກະສິກຳ, ອຸດສາຫະກຳ, ໄຟຟ້າ, ບໍ່ແຮ່, ການຈໍລະຈອນສິນຄ້າ, ການຂົນສົ່ງສິນຄ້າ ແລະ ໂດຍສານ, ການທ່ອງທ່ຽວ ແລະ ຂົງເຂດວັດທະນະທຳ-ສັງຄົມ.
ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີ ກະຂວງແຜນການ ແລະ ການລົງທຶນ ລາຍງານຕໍ່ໃນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ 1 ປີ 2017 ເມື່ອທ້າຍອາທິດຜ່ານມາ. ພ້ອມນີ້, ທ່ານຍັງໃຫ້ຮູ້ວ່າ: ໃນ 6 ເດືອນຕົ້ນປີ 2017, ຕາມການຄາດຄະເນການຄິດໄລ່ເບື້ອງຕົ້ນ ລະດັບການຂະຫຍາຍຕົວ ຂອງລວມຍອດຜະລິດຕະພັນພາຍໃນ (GDP) ຂອງຂະແໜງການ ແລະ ທ້ອງຖິ່ນເພີ່ມຂຶ້ນໃນລະດັບ 6,83%, GDP ສະເລ່ຍຕໍ່ຫົວຄົນ ຈະບັນລຸ 2.472 ໂດລາສະຫະລັດ. ໃນນັ້ນ, ການຂະຫຍາຍຕົວຂອງຂະແໜງກະສິກຳ ເພີ່ມຂຶ້ນ 2,78% ກວມເອົາ 16,34% ຂອງ GDP; ຂະແໜງອຸດສາຫະກຳ ເພີ່ມຂຶ້ນ 9,53% ກວມ 30% ຂອງ GDP; ຂະແໜງບໍລິການ ເພີ່ມຂຶ້ນ 6,15% ກວມ 42,08% ຂອງ GDP ແລະ ພາສີນຳເຂົ້າ ເພີ່ມຂຶ້ນ 6,90% ກວມ 11,53% ຂອງ GDP.
ໃນຂະນະດຽວກັນ ມູນຄ່າການນຳເຂົ້າ ແລະ ສົ່ງອອກສາມາດປະຕິບັດໄດ້ 4.715 ລ້ານໂດລາສະຫະລັດ, ໃນນີ້ ການສົ່ງອອກປະຕິບັດໄດ້ 2.378 ລ້ານໂດລາສະຫະລັດ ຕົ້ນຕໍແມ່ນ ສົ່ງອອກໄຟຟ້າ, ທອງແດງ, ແຮ່ທອງ, ສິນຄ້າກະສິກຳ ແລະ ອຸດສາຫະກຳ. ສ່ວນການນຳເຂົ້າ ປະຕິບັດໄດ້ 2.336 ລ້ານໂດລາສະຫະລັດ.
Editor: ຕະວັນ ແສງສະຫວັນ