ເຈົ້າຫນ້າທີ່ ວິຊາສະເພາະ ປກສ ແຂວງຫລວງນ້ຳທາ ເປີດເຜີຍວ່າ: ພາຍຫລັງ ໄດ້ຮັບແຈ້ງຈາກພົນລະເມືອງດີ ວ່າ: ວັນທີ 4 ກັນຍາ 2017 ຈະມີກຸ່ມຄົນບໍ່ດີຈຳນວນຫນຶ່ງ ລັກລອບເຄື່ອນໄຫວຄ້າຂາຍ ແລະ ຂົນສົ່ງຢາເສບຕິດ ປະເພດຢາບ້າ ຢູ່ຂອບເຂດສວນຫລັກເມືອງ, ເມືອງສິງ, ແຂວງຫລວງນ້ຳທາ. ຈາກນັ້ນ ຈຶ່ງຈັດກຳລັງວິຊາສະເພາະ ຕິດຕາມເກັບກຳຂໍ້ມູນແຫລງຂ່າວ.
ຜ່ານການຕິດຕາມຕົວຈິງເຫັນວ່າ ມີມູນຄວາມຈິງ ຈຶ່ງວາງແຜນມ້າງຄະດີດັ່ງກ່າວ ຈົນມາຮອດເວລາ 12 ໂມງຂອງວັນດຽວກັນ ຈຶ່ງເຫັນເປົ້າຫມາຍ 2 ຄົນ ຂີ່ລົດຈັກໄປຈອດຢູ່ສວນຫລັກເມືອງ ຈາກນັ້ນ ເຈົ້າຫນ້າທີ່ ຈຶ່ງສະແດງຕົວເຂົ້າກວດຄົ້ນ ແລະ ຈັບກຸມ ທ້າວ ສອນຄຳ ອາຍຸ 24 ປີ ຢູ່ບ້ານຈອມຫມອກ ແລະ ທ້າວ ອາລີ ອາຍຸ 22 ປີ ຢູ່ບ້ານພະຍາຫລວງ ທັງສອງຄົນຢູ່ເມືອງລອງ, ແຂວງຫລວງນ້ຳທາ ພ້ອມທັງ ກວດຄົ້ນພົບເຫັນຢາບ້າ 43 ມັດ ເທົ່າກັບ 86 ພັນເມັດ ຊຸກເຊື່ອງໄວໃນກະເປົາ, ໂທລະສັບມືຖື 3 ຫນ່ວຍ ແລະ ລົດຈັກ 2 ຄັນ.
ຜ່ານການສືບສວນ-ສອບສວນຂອງເຈົ້າຫນ້າທີ ທັງສອງຮັບສາລະພາບ ວ່າ: ຢາບ້າຈຳນວນດັ່ງກ່າວແມ່ນຂອງພວກຕົນແທ້ ຊຶ່ງໄດ້ສັ່ງຊື້ມາຈາກປະເທດເພື່ອບ້ານ ຈຳນວນ 43 ມັດ ເທົ່າກັບ 86 ພັນເມັດ ແລ້ວຈະນຳໄປຂາຍໃຫ້ຜູ້ສັ່ງຊື້ຕໍ່ອີກຢູ່ເມືອງສິງ ໂດຍນັດສົ່ງຢູ່ສວນຫລັກເມືອງ ແຕ່ໄປບໍ່ລອດມາຖືກເຈົ້າຫນ້າທີ່ຈັບໄດ້ກ່ອນ ປະຈຸບັນ, ເຈົ້າຫນ້າທີ່ ຍັງສືບສວນ-ສອບສວນຂະຫຍາຍຜົນຫາກຸ່ມແກັງທີ່ຮ່ວມຂະບວນການຕໍ່ໄປ.
ຂອບໃຈຂໍ້ມູນຫນັງສືພິມຄວາມສະຫງົບ
Editor: ຕະວັນ ແສງສະຫວັນ