ຊຸດຝຶກອົບຮົມ ຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ຢູ່ເມືອງລະຄອນເພັງ ໄດ້ຈັດຂຶ້ນໃນເມື່ອບໍ່ດົນນີ້ ຢູ່ທີ່ ສະໂມສອນຂອງເມືອງ ໂດຍເປັນປະທານຮ່ວມ ຂອງທ່ານ ແກ້ວຜາ ສີລາດວງໃຈ ຮັກສາການເລຂາພັກ ເຈົ້າເມືອງໆ ລະຄອນເພັງ, ທ່ານ ສົມພອນ ແກ້ວມະນີ ຮອງຫົວໜ້າພະແນກຍຸຕິທໍາແຂວງ ສາລະວັນ. ມີຫົວໜ້າຫ້ອງການຍຸຕິທໍາເມືອງ, ພ້ອມດ້ວຍວິຊາການກຽວຂ້ອງຂັ້ນແຂວງ-ເມືອງ ແລະ ຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ 19 ບ້ານເປົ້າໝາຍເຂົ້າຮ່ວມ 122 ຄົນ, ຍິງ 18 ຄົນ. ໃນໂອກາດກ່າວ ທ່ານ ສົມພອນ ແກ້ວມະນີ ຮອງຫົວໜ້າພະແນກຍຸດຕິທໍາແຂວງ ສາລະວັນ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນ ຂອງວຽກງານແກ້ໄຂຂໍ້ຂັດແຍ່ງຢູ່ຂັ້ນບ້ານ, ພ້ອມທັງຍົກໃຫ້ເຫັນຈຸດປະສົງ ແລະ ລະດັບຄາດໝາຍຂອງຊຸດຝຶກອົບຮົມ. ເຊິ່ງການເຝິກອົບຮົມໃນຄັ້ງນີ້ ແມ່ນເປັນການຍົກລະດັບຄວາມຮູ້,ຄວາມສາມາດ ໃຫ້ແກ່ຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ໃນການເຮັດໜ້າທີ່ໄກ່ເກັ່ຍຂໍ້ຂັດແຍ່ງຕ່າງໆ ທີ່ເກີດຂຶ້ນພາຍໃນບ້ານ ແນ່ໃສ່ເສີມຂະຫຍາຍຄວາມສາມັກຄີປອງດອງຂອງປະຊາຊົນພາຍໃນບ້ານ, ຫຼຸດຜ່ອນການຮ້ອງຟ້ອງຄະດີຂຶ້ນໄປຫາສານ, ປະກອບສ່ວນປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມຍຸຕິທໍາໃນສັງຄົມ.
ໃນໂອກາດດຽວກັນນີ້ ທ່ານ ແກ້ວຜາ ສີລາດວງໃຈ ຮັກສາການເລຂາພັກ ເຈົ້າເມືອງໆ ລະຄອນເພັງ ໄດ້ມີຄໍາເຫັນຊີ້ນໍາຕື່ມ ໂດຍໄດ້ເນັ້ນໃຫ້ນັກຝຶກອົບຮົມທຸກຄົນ ເອົາໃຈໃສ່ຕິດຕາມ, ສົນທະນາແລກປ່ຽນຄວາມຄິດເຫັນ ເພື່ອສ້າງຄວາມຮັບເຂົ້າໃຈ ແລະ ເກັບກໍາບົດຮຽນໃຫ້ໄດ້ຫຼາຍທີ່ສຸດ ເພື່ອໄປໝູນໃຊ້ໃນການຈັດຕັ້ງປະຕິບັດຕົວຈິງ ໃນການໄກ່ເກ່ຍ ຂໍ້ຂັດແຍ່ງຕ່າງໆ ພາຍໃນບ້ານຕົນ ໃຫ້ມີຄວາມສອດຄ່ອງ ແລະ ຍຸຕິທໍາ.
ສໍາລັບ ເອກະສານ ແລະ ບົດຮຽນທີ່ນໍາມາເຜີຍ ແລະ ຝຶກອົບຮົມຄັ້ງນີ້ປະກອບມີ: ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ວ່າດ້ວຍ: ການສ້າງຕັ້ງຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ, ຂໍ້ຕົກລົງຂອງລັດຖະມົນຕີ ກະຊວງຍຸຕິທໍາວ່າດ້ວຍ: ການຈັດຕັ້ງ ແລະ ເຄື່ອນໄຫວຂອງຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ, ກົດໝາຍທີ່ກ່ຽວຂ້ອງກັບການແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ, ວິທີການໄກ່ເກ່ຍຂໍ້ຂັດແຍ່ງ,ວການຂຽນບົດບັນທຶກໄກ່ເກ່ຍຂໍ້ຂັດແຍ່ງ,ການເກັບສະຖິຕິການໄກ່ເກ່ຍຂໍ້ຂັດແຍ່ງ ແລະ ແບບແຜນວິທີເຮັດວຽກ ຂອງຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ.
Editor: ດາວໄຊ ສີວິໄລ