ສະມາຄົມຫັດຖະກຳລາວ ໄດ້ກະກຽມຄວາມພ້ອມງານມະຫາກຳສີມືຫັດຖະກຳລາວ ຄັ້ງທີ 16 ປະຈຳປີ 2017 ໃນລະຫວ່າງ ວັນທີ 14 ຫາ 22 ຕຸລານີ້ ທີ່ສູນການຄ້າ ລາວ-ໄອເຕັກ ເພື່ອເປັນການສົ່ງເສີມການຕະຫລາດໃຫ້ແກ້ສ້າງຫັດຖະກຳລາວໃນເຂດຊົນນະບົດ ທັງເປັນການເຕົ້າໂຮມຄວາມສາມັກຄີ ຊ່າງຫັດຖະກຳທຸກໆທ້ອງຖິ່ນໃນທົ່ວປະເທດ. ພ້ອມກັນນັ້ນ, ຍັງເປັນການອະນຸລັກຮັກສາ ສົ່ງເສີມຫັດຖະກຳລາວ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ທາງດ້ານປະລິມານ ແລະ ຄຸນນະພາບ ທັງເປັນການຂຸດຄົ້ນທ້າແຮງດ້ານຫັດຖະກຳຢູ່ທ້ອງຖີ່ນ.
ທ່ານ ຫານຊະນະ ສີສານ, ປະທານສະມາຄົມຫັດຖະກຳລາວ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ໃນວັນທີ 5 ກັນຍາ ຜ່ານມາວ່າ: ງານວາງສະແດງຂາຍສິນຄ້າຫັດຖະກຳລາວ ໃນຄັ້ງນີ້ ຈະມີຜະລິດຕະພັນແຜນແພຜ້າໄຫມ, ຜ້າຝ້າຍ, ແພພື້ນເມືອງ ຜະລິດຕະພັນເຄື່ອງປ່າຂອງດົງ, ໄມ້ປ່ອງ, ຫວາຍ ແລະ ໃຍພືດຕ່າງໆ ຜະລິດຕະພັນເສດໄມ້, ຜະລິດຕະພັນເຄື່ອງເງິນ-ວັດຖຸມີຄ່າ, ຜະລິດຕະພັນເຄື່ອງປັ້ນດິນເຜົາ, ຜະລິດຕະພັນວັດທະນາທຳ, ສິນຄ້າກະສິກຳ, ໂອດ໋ອບ ແລະ ສິນຄ້າອຸປະໂພກ-ບໍລິໂພກ.
ໃນລະຫວ່າງການຈັດງານຈະມີການເດີນແບບເສື້ອຜ່າອາພອນລາວ, ການປະກວດແຂ່ງຂັນຜະລິດຕະພັນດີເດັ່ນ ປະເພດເຄື່ອງທີ່ລະນຶກ, ກິດຈະກຳສາທິດການຜະລິດ, ການສຳມະນາຍຸດທະສາດການພັດທະນາຫັດຖະກຳ ແລະ ອື່ນໆ.
Editor: ຕະວັນ ແສງສະຫວັນ