ທ່ານ ເສີມສີ ສຸລິຕະ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງເຊກອງ ໃຫ້ຮູ້ວ່າ: ໃນ 3 ປີມານີ້ (2015-2017) ຂະບວນການຜະລິດກະສິກໍາ (ປູກຝັງ-ລ້ຽງສັດ) ເປັນສິນຄ້າຂອງປະຊາຊົນພາຍໃນແຂວງ ເຫັນວາມີທ່າອ່ຽງຂະຫຍາຍຕົວເພີມຂຶ້ນ, ສະແດງອອກໃນທົວແຂວງ ມີສັດລ້ຽງປະເພດຕ່າງໆ 2 ລ້ານກວ່າໂຕ ທຽບໃສ 2 ປີຜ່ານມາ ເພີ່ມຂຶ້ນ 12,6 ສ່ວນຮ່ອຍ ໃນນີ້, ມີຄວາຍ 3 ຫມື່ນ 770 ໂຕ ເພີມຂຶ້ນ 1,20 ສ່ວນຮ່ອຍ; ງົວ 3 ຫມື່ນ 605 ໂຕ ເພີ່ມຂຶ້ນ 14 ສ່ວນຮ່ອຍ, ໜູ 1 ແສນ 5 ຫມື່ນ 3 ພັນ 431 ໂຕ, ເພີ່ມຂຶ້ນ 5 ສ່ວນຮ່ອຍ; ແບ້ 3 ຫມື່ນ 3 ພັນ 860 ໂຕ ເພີ່ມຂຶ້ນ 16 ສ່ວນຮ່ອຍ, ນອກນັ້ນຍັງມີສັດປີກແລະປາອີກ. ຂະນະດຽວກັນ ຂະບວນການປູກພືດເປັນສິນຄ້າ ໂດຍສະເພາະແມ່ນພືດ ທີ່ເປັນທ່າແຮງຂອງແຂວງ ກໍ່ເຫັນວາມີການຂະຫຍາຍຕົວໄວເປັນຕົ້ນແມ່ນກາເຟ, ພືດ-ຜັກ, ໜໍາໄມ້ຝຣັ່ງ, ໜາກແໜ່ງ, ມັນຕົ້ນ, ສາລີແຂງ,ຢາງພາລາ, ໂສມ, ກ້ວຍ,ຖົ່ວດິ່ນ.
ປັດຈຸບັນທົ່ວແຂວງ ມີເນື້ອທີການປູກກາເຟທັງໜົດ 1 ຫມື່ນ 3 ພັນ 183 ເຮັກຕາ. ໃນນີ້,ເນື້ອທີໃຫ້ໜາກ 1 ຫມື່ນ 1 ພັນ 243 ເຮັກຕາ, ຜົນຜະລິດໄດ້ 4 ຫມື່ນ 730 ໂຕນ, ຜັກກາດຫໍ່-ກະລຳປີ 1 ແສນ 3 ຫມື່ນ 4 ພັນ 855 ໂຕນ, ໜໍ່ໄມ້ຝຣັ່ງ 8 ຫມື່ນ 9 ພັນ 168 ໂຕນ, ໜາກ ແໜ່ງປ່າ 455 ໂຕນ, ສາລີແຂງ 2 ຫມື່ນ 8 ພັນ 374 ໂຕນ, ມັນຕົ້ນ 3 ພັນ 801ໂຕນ, ກ້ວຍ 2 ພັນ 961 ໂຕນ, ຖົ່ວດິນ 907 ໂຕນ... ເຊິ່ງເຮັດໃຫ້ກວມເອົາຍອດການສົ່ງອອກສິນຄ້າຂອງແຂວງໃນ 6 ເດືອນຕົ້ນປີ 201 7ເຖິງ 32 ສ່ວນຮ່ອຍ, ຂອງມູນີຄ່າສົ່ງອອກ ທັງໜົດ 8,18ລ້ານໂດລາ. ສ່ວນທິດທາງແຜນການແຕ່ນີ້ຮອດ ປີ 2020 .
ທ່ານ ເສີມສີ ສຸລິຕະ ກາວວ່າ: ຈະສຸມໃສພັດທະນາຂະແໜງກະສິກຳຕິດພັນກັບອຸດສາຫະກຳປຸງແຕ່ງເພື່ອການຜະລິດເປັນສິຄ້າ, ຫັນການຜະລິດແບບທໍາມະຊາດໄປສູ່ການຜະລິດ ທີນໍາໃຊ້ເຕັກນິກ-ເຕັກໂນໂລຊີແບບໃໜ່, ພັດທະນາພື້ນຖານໂຄງລ່າງລະບົບ ຊົນລະປະທານ ບ່ອນທີມີເງື່ອນໄຂເພື່ອສະໜອງນໍ້າແກ່ການຜະລິດ ຂອງປະຊາຊົນໃຫ້ຫຼາຍຂຶ້ນ, ພັດທະນາບຸກຂະລາກອນ,ຫັນພະນັກງານທີມີຄວາມຮູ້ຄວາມສາມາດຊຳນານງານ ລົງແນະນຳ ແລະ ຊ່ວຍເຫຼືອປະຊາຊົນໂດຍໃຫ້ກຸ່ມບ້ານໜຶ່ງ 3-5 ຄົນ, ເພື່ອນໍາພາປະຊາຊົນ ປະຕິບັດຕົວຈິງ ຢູ່ຮາກຖານ.
Editor: ກຳປານາດ ລັດຖະເຮົ້າ