ໃນອາທິດຜ່ານມາ ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ຈັດກອງປະຊຸມເປີດກວ້າງປະກອບຄຳເຫັນໃສ່ຮ່າງດຳລັດວ່າດ້ວຍການຂື້ນທະບຽນເລກໝາຍໂທລະສັບ ໃນທ້າຍອາທິດຜ່ານມານີ້, ທີ່ສະຖາບັນເຕັກໂນໂລຊີຂໍ້ມູນຂ່າວສານ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງ ທ່ານ ວັນເພັງ ໄຊຍະກອນ ຫົວໜ້າອົງການດັດສົມໂທລະຄົມມະນາຄົມ ມີຜູ້ຕາງໜ້າຈາກບັນດາກະຊວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນການຈັດກອງປະຊຸມຄັ້ງນີ້ ແມ່ນເພື່ອຄົ້ນຄ້ວາ ແລະ ປະກອບຄຳເຫັນໃສ່ຮ່າງດຳລັດ ວ່າດ້ວຍການຂື້ນທະບຽນເລກໝາຍໂທລະສັບ ຊື່ງຮ່າງດຳລັດດັ່ງກ່າວປະກອບມີ ທັງໝົດ 11 ໝວດ ແລະ 50 ມາດຕາ ເນື້ອໃນສຳຄັນແມ່ນ ທຸກຄົນທີ່ນຳໃຊ້ເລກໝາຍໂທລະສັບຈະຕ້ອງຂື້ນທະບຽນເລກໝາຍໂທລະສັບຂອງຕົນໃຫ້ຖືກຕ້ອງຊັດເຈນ ເພື່ອກຳນົດນະໂຍບາຍ ຫຼັກການ, ເງື່ອນໄຂການເປັນຕົວແທນຈຳໜ່າຍ ແລະ ຜູ້ນຳໃຊ້ເລກໝາຍໂທລະສັບ, ວິທີການຂື້ນທະບຽນ, ການຮັກສາຂໍ້ມູນ, ການກວດກາ, ລາຍງານຂໍ້ມູນ, ກຳນົດສິດ ແລະ ພັນທະຂອງຜູ້ໃຫ້ບໍລິການ ແລະ ຜູ້ໃຊ້ບໍລິການ, ພ້ອມທັງກຳນົດຂໍ້ຫ້າມ ແລະ ມາດຕະການຕໍ່ຜູ້ລະເມີດຕ່າງໆ. ຊຶ່ງໄລຍະຜ່ານມາ ວຽກງານຂື້ນທະບຽນເລກໝາຍໂທລະສັບ ແມ່ນມີແຈ້ງການຂອງ ຫ້ອງວ່າການລັດຖະບານ, ໃນປີ 2011, ແມ່ນຈັດຕັ້ງປະຕິບັດການຄຸ້ມຄອງເລກໝາຍໂທລະສັບ ກໍ່ຄື ການຂື້ນທະບຽນຜູ້ນໍາໃຊ້ເລກໝາຍໂທລະສັບ ແມ່ນຍັງບໍ່ສອດຄ່ອງກັບສະພາບຄວາມເປັນ ຕົວຈິງ ແລະ ບໍ່ມີລະບົບເຕັກນິກນຳໃຊ້ໃນການຂື້ນທະບຽນ. ຖ້າອີງໃສ່ໃນດ້ານຕິກຳ ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ອອກຂໍ້ນໍານົດ ວ່າດ້ວຍ ການຄຸ້ມຄອງ ຊິມກາດໂທລະສັບແບບຕື່ມເງີນ ເພື່ອຄຸ້ມຄອງເລກໝາຍໂທລະສັບແບບຕື່ມເງີນເທົ່ານັ້ນ ສ່ວນປະເພດອື່ນໆແມ່ນຍັງບໍ່ທັນມີນິຕິກໍາຄຸ້ມຄອງແບບລວມສູນ, ສະນັ້ນ, ຈື່ງມີຄວາມຈຳເປັນໃນການສ້າງນິຕິກຳໃຫ້ເປັນລະບົບ ແລະ ຄຸ້ມຄອງເລກ ໝາຍໂທລະສັບ ໃນ ສປປ ລາວ ແລະ ຄຽງຄູ່ກັນກັບການນຳໃຊ້ລະບົບເຕັກນິກ ການລົງທະບຽນໃນຮູບແບບໃໝ່ທີ່ທັນສະໄໝ ຊື່ງກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ກະກຽມຄວາມພ້ອມຂອງລະບົບດັ່ງກ່າວແລ້ວ. ເມື່ອດຳລັດວ່າດ້ວຍ ການຂື້ນທະບຽນເລກໝາຍໂທລະສັບສະບັບນີ້ສຳເລັດກໍ່ຈະສາມາດເປີດນໍໍາໃຊ້ໄດ້ໃນຂອບເຂດທົ່ວປະເທດ ແລະ ຈະເປັນຜົນດີໃຫ້ແກ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບອີກດ້ວຍ.
Editor: ກຳປານາດ ລັດຖະເຮົ້າ