ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໃນການສໍາຫຼວດເກັບກໍາຂໍ້ມູນ ແລະ ກາານສຶກສາຄວາມເປັນໄປໃດ້ ໂຄງການພະລັງງານໄຟຟ້າແສງຕາເວັນ ຢູ່ບ້ານນາພົງ, ເມືອງປາກກະດິງ, ແຂວງບໍລິຄຳໄຊ ໄດ້ຈັດຂື້ນໃນຕົ້ນເດືອນ ກັນຍາ 2017 ຜ່ານມານີ້ ຢູ່ທີ່ພະແນກແຜນການ ແລະ ການລົງທຶນແຂວງບໍລິຄຳໄຊ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງໆບໍລິຄຳໄຊ , ທ່ານ ພອນທິລາດ ສິດສາທອນ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ທ່ານ ພູໂຂງ ພູວິໄລພອນ ປະທານບໍລິສັດ ຈີພີ ໂຮນດິ່ງ ຄໍເປີເລຊັນ ຈຳກັດ ມີບັນດາຫົວໜ້າພະແນກການອ້ອມຂ້າງ ທີ່ກຽ່ວຂ້ອງ ແລະ ຝ່າຍບໍລິສັດເຂົ້າຮ່ວມ
ໂຄງການສຶກສາສໍາຫຼວດ ຄວາມເປັນໄປໄດ້ ໃນການພັດທະນາກໍ່ສ້າງໄຟຟ້າ ແສງຕາເວັນ ຢູ່ບ້ານນາພົງ, ເມືອງປາກກະດິງ, ແຂວງບໍລິຄຳໄຊ ໂຄງການນີ້ນອນຢູ່ໃນແຜນການກໍ່ສ້າງພະລັງງານທົດແທນທີ່ລັດຖະບານລາວ ໄດ້ກຳນົດໄວ້ ໂດຍແມ່ນບໍລິສັດ ຈີພີ ໂຮນດິ່ງ ຄໍເປີເລຊັນຈຳກັດ, ເປັນຜູ້ລົງທຶນສໍາຫຼວດເກັບກຳຂໍ້ມູນທາງດ້ານພູມີສາດ ອຸທົກກະສາດ-ສັງຄົມ ແລະ ຄິດໄລຜົນຕອບແທນທາງດ້ານເສດຖະຖິດ ຖ້າມີຄວາມເປັນໄປໄດ້ບໍລິສັດ ຈິ່ງຈະສືບຕໍ່ລົງທຶນພັດທະນາ ໃນການກໍ່ສ້າງຕໍ່ໄປ ໃນກຳລັງຕິດຕັ້ງ 5 ເມັກກາວັດ ໃນໄລຍະເວລາ 18 ເດືອນ, ທັງນີ້ກໍ່ເພື່ອແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໄດ້ດໍາເນີນໄປຢ່າງຖືກຕ້ອງຕາມລະບຽບກົດ ໝາຍ ແລະ ທວງທັນທັນຕາມກຳນົດເວລາ ໃນການສຶກສາສຳຫຼວດ ໃຫ້ປະກົດຜົນເປັນຈິງ ລົງນາມເຊັນບົດບັນທຶກໃນຄັ້ງນີ້ ໂດຍ ທ່ານ ພອນທິລາດ ສິດສາທອນ ຫົວໜ້າພະແນກແຜນການ-ການລົງທຶນແຂວງບໍລິຄຳໄຊ ເຊັນໃນນາມຕາງໜ້າ ໃຫ້ແກ່ອໍານາດການປົກຄອງແຂວງບໍລິຄໍາໄຊ ແລະ ທ່ານ ພູໂຂງ ພູວິໄລພອນ ປະທານ ບໍລິສັດ ເຊັນໃນນາມບໍລິສັດ ຜູ້ລົງທຶນພັດທະນາ, ແລະ ທ່ານ ຄຳສິງ ສາຍພູວົງ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ທ່ານ ອຸທອນ ສິງຫາດວງປັນຍາ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ເຊັນໃນນາມພະຍານຝ່າຍລັດ ທ່ານ ກອນ ມຸງຈະເລີນພອນ ເຊັນໃນນາມພະຍານຝ່າຍບໍລິສັດ ໂດຍຊ່ອງໜ້າ ທ່ານ ບຸນເສັງ ປະທໍາມະວົງ ຮອງເຈົ້າແຂວງໆບໍລິຄຳໄຊ ແລະ ພາກສວ່ນກຽ່ວຂ້ອງແຂກຖືກເຊີນເຂົ້າຮ່ວມເປັນສັນຂີພິຍານ.
ທີມຂ່າວ ແຂວງບໍລິຄຳໄຊ
Editor: ກຳປານາດ ລັດຖະເຮົ້າ