ກອງປະຊຸມເລືອກຕັ້ງຄະນະໜ່ວຍພັກຊຸດໃໝ່ຄັ້ງທີ 6 ຂອງຄະນະໜ່ວຍພັກບ້ານ ຢຶບໃໝ່ ເມືອງ ທ່າແຕງ ແຂວງ ເຊກອງ ໄດ້ຈັດຂື້ນ ໃນທ້າຍອາທິດ ຜ່ານມານີ້ ຢູ່ທີ່ໂຮງຮຽນ ມັດທະຍົມຕອນຕົ້ນບ້ານຢຶບໃໝ່, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາສອນ ກອນເຍີ ກໍາມມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງ ທ່າແຕງ,ມີທ່ານ ເພັດສະໝອນ ຈັນທະວີໄຊ ຫົວໜ້າເຂດຈຸດສຸ່ມພັດທະນາທີ 4, ຫົວໜ້າ-ຮອງຫ້ອງການ, ຂະແໜ່ງການກ່ຽວຂ້ອງຂັ້ົ້ນແຂວງ-ເມືອງ, ເລຂາພັກບ້ານ-ນາຍບ້ານ, ແຂກຖືກເຊີນ ພ້ອມດ້ວຍສະມາຊິກພັກສົມບູນ ແລະ ສະມາຊິກພັກສໍາຮອງເຂົ້າຮ່ວມ.
ທ່ານ ບຸນເທ ຕັກອາບອນ ເລຂາໜ່ວຍພັກບ້ານ ຢຶບໃໝ່ ຂື້ນລາຍງານການຊີ້ນໍາ-ນໍາພາຮອບດ້ານໄລຍະ 3 ປີຜ່ານມາໄດ້ມີຜົນສໍາເລັດຫຼາຍດ້ານ ໂດຍສະເພາະ ເອົາໃຈໃສ່ຈັດຕັ້ງປະຕິບັດກອງປະຊຸມໃຫ່ຍຄັ້ງທີ 10 ຂອງພັກ, ມະຕິ 9 ຂອງອົງຄະນະພັກແຂວງ, ມະຕິ V ຂອງອົງຄະນະພັກເມືອງ ໂດຍສຸ່ມໃສ່ໃຫ້ປະຊາຊົນພາຍໃນບ້ານຜະລິດສິນຄ້າ ແລະ ສະບຽງອາຫານດ້ວຍການປູກ-ການລ້ຽງ, ການຫັນປ່ຽນຜະລິດແບບທໍາມະຊາດ ໄປສູ່ການຜະລິດເຄິ່ງທໍາມະຊາດ, ແບບວິທະຍາສາດໃຫ້ຫຼາຍຂື້ນ. ຊຶ່ງສາມາດຂະຫຍາຍເນື້ອທີ່ດິນນາມີທັງໝົດ 36 ເຮັກຕາ, 3 ປີຜະລິດເຂົ້າໄດ້ເກືອບ 155 ໂຕນ, ສະເລ່ຍໃສ່ຫົວຄົນຜູ້ໜຶ່ງໄດ້ 290 ກິໂລ/ຄົນ/ປີ. ນອກນີ້ ເນື້ອທີ່ສວນຜະລິດທົ່ວໄປມີ 11 ເຮັກຕາ, ເນື້ອທີ່ນາທີ່ບຸກເບີກໃໝ່ມີ 85 ເຮັກຕາ ເພື່ອຜະລິດໃນປີຕໍ່ໜ້າ. ຄຽງຄູ່ກັນນັ້ນ ຍັງໄດ້ລະດົມໃຫ້ບັນດາຄອບຄົວ, ບຸກຄົນ ຕາມທ່າແຮງທີ່ມີໄດ້ລ້ຽງສັດເປັນຕົ້ນ: ຄວາຍ, ງົວ, ໝູ ແລະ ສັດປີກ ຊຶ່ງສາມາດແກ້ໄຂຄວາມທຸກຍາກຂອງປະຊາຊົນພາຍໃນບ້ານມີ 101 ຄອບຄົວ ຍັງເຫຼືອຄອບຄົວທຸກຍາກພຽງ 8 ຄອບຄົວ, ບົນພື້ນຖານຄວາມສາມັກຄີຢ່າງແໜ້ນແຟ້ນພາຍໃນບ້ານດັ່ງກ່າວ ພັກ-ລັດ ຈິ່ງໄດ້ຂະຫຍາຍເນື້ອທີ່ດິນການຜະລິດໃຫ້ຕື່ມອີກຈໍານວນ 60 ເຮັກຕາ ມູນຄ່າ 300 ກວ່າລ້ານກີບ, ກໍ່ສ້າງຊົນລະປະທານ ຫ້ວຍວີມີມູນຄ່າ 5 ຕື້ 9 ຮ້ອຍກວ່າລ້ານກີບ ເພື່ອພັດທະນາເສດຖະ
ກິດ-ວັດທະນະທໍາພາຍໃນບ້ານ ໃຫ້ນັນມື້ນັບດີຂື້ນ. ຂະນະດຽວກັນ ກໍ່ໄດ້ປ່ອນບັດເລືອກເອົາຄະນະ ໜ່ວຍພັກຊຸດໃໝ່ມີຜູ້ສະໝັກ 5ທ່ານ, ເລືອກເອົາ 3 ທ່ານຄື: ທ່ານ ບຸນເທ ຕັກອາບອນ ເປັນເລຂາ,ທ່ານ ທອງໃສ ເປັນຮອງ ແລະ ທ່ານ ບຸນສູງ ເປັນປະທານກວດກາ ແລະ ກ່ອນໜ້ານີ້ ກໍ່ໄດ້ປະກາດອົງການຈັດຕັ້ງຊາວໜຸ່ມ, ແມ່ຍິງ,ແນວໂຮມ, ກໍາລັງປອ້ງກັນຊາດ-ປອ້ງກັນຄວາມສະຫງົບ ແລະ ການບົ່ງຕົວເອົານາຍບ້ານ-ຮອງນາຍບ້ານຊຸດໃໝ່ມີທັງໝົດ 5 ທ່ານຄື: ທ່ານ ບຸນເທ ຕັກອາບອນ ເປັນນາຍບ້ານ, ທ່ານ ສີອອນ, ທ່ານ ປຣາ, ທ່ານ ປະສິດ ແລະ ທ່ານ ນາງ ຊັບ ເປັນຮອງນາຍບ້ານ.
ພ້ອມນີ້ ກໍ່ໄດ້ມອບ ອານຫານສໍາເລັດຮູບມີ 50 ແກັດ, ນໍ້າປາມີ 7 ແກັດ, ເຂົ້າສານມີ 2 ສອບ, ມີມູນຄ່າທັງໝົດເກືອບ 2 ລ້ານກີບ ໂດຍກ່າວມອບຂອງທ່ານ ຄໍາສອນ ກອນເຍີ ເຈົ້າເມືອງ-ເມືອງ ທ່າແຕງ ກ່າວຮັບແມ່ນ ທ່ານ ບຸນເທ ຕັກອາບອນ ເລຂາຄະນະໜ່ວຍພັກ ບ້ານ ຢຶບໃໝ່.
ໂອກາດນີ້ ທ່ານ ຄໍາສອນ ກອນເຍີ ກໍາມມະການພັກແຂວງ ເລຂາພັກເມືອງເຈົ້າເມືອງ-ເມືອງ ທ່າແຕງ ໄດ້ສະແດງຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ການຊີ້ນໍາ-ນໍາພາຂອງຄະນະໜ່ວຍພັກບ້ານໄລຍະ 3ປີ ຜ່ານມາ, ພາຍຫຼັງສໍາເລັດການເລືອກຕັ້ງຄະນະໜ່ວຍພັກຊຸດໃໝ່ຄັ້ງນີ້ ບັນດາ ຄະນະພັກ ແລະ ສະມາຊິກພັກທຸກຄົນ ຈົ່ງສືບຕໍ່ຈັດຕັ້ງປະຕິບັດແຜນການສູ້ຊົນ 5 ປີຕໍ່ໜ້າ, ແຕ່ປີ 2017-2022 ດ້ວຍການເອົາໃຈໃສ່ຂຸດຄົ້ນທ່າແຮງທີ່ບົ່ມຊ້ອນ ເຂົ້າໃນການພັດທະນາທຸກຂົງເຂດວຽກງານພາຍໃນບ້ານຢ່າງແຂງແຮງກວ່າເກົ່າ. ໂດຍຖືເອົາການສຶກສາອົບຮົມການເມືອງແນວຄິດ, ເຕົ້າໂຮມຄວາມສາມັກຄີ, ປັບປຸງໜ່ວຍພັກໃຫ້ໜັກແໜ້ນ, ເປັນແບບຢ່າງໃຫ້ປະຊາຊົນ, ຕິດຕາມ-ກວດກາຄົນເຂົ້າ-ອອກ, ການເຊື່ອຖື-ການງົມງວາຍ, ສາດສະໜາ ຕິດພັນກັບວຽກງານປອ້ງກັນຊາດ-ປອ້ງກັນຄວາມສະຫງົບ ເພື່ອຮັບປະກັນໃຫ້ບ້ານມີຄວາມສະຫງົບສຸກໂດຍພື້ນຖານ. ຄຽງຄູ່ກັບການສົ່ງເສີມປະຊາຊົນສ້າງເສດຖະກິດ-ຄອບຄົວ ແລະ ມີວຽກເຮັດງານທໍາໃຫ້ເປັນປົກກະຕິຕໍ່ເນື່ອງ.
Editor: ກຳປານາດ ລັດຖະເຮົ້າ