ສໍາລັບງານວາງສະແດງ ຈີນ-ອາຊຽນ ຄັ້ງທີ 14 ຫລື CAEXPO ປະຈໍາປີ 2017 ນີ້ ແມ່ນຈະໄດ້ເປີດຂື້ນຢ່າງເປັນທາງການ ໃນລະຫວ່າງ 12-15 ກັນຍາ 2017 ທີ່ນະຄອນຫນານຫນິງ, ເຂດປົກຄອງຕົນເອງ ເຜົ່າຈວ້າງ,ແຂວງກວາງຊີ, ສາທາລະນະລັດ ປະຊາຊົນຈີນ. ເຊີ່ງງານວາງສະແດງສິນຄ້າ ຈີນ-ອາຊຽນ ດັ່ງກ່າວ ເປັນງານທີ່ຍິງໃຫຍ່ ໃນລະດັບພາກພື້ນ ແລະ ຍັງເປັນການເຊື່ອມໂຍງພາກພື້ນ ໃນການສ້າງເຂດການຄ້າເສລີ ຂີນ-ອາຊຽນ, ເປັນຫນື່ງໃນເງື່ອນໄຂພື້ນຖານການເຊື່ອມໂຍງ ລະຫວ່າງກູ່ມປະເທດສະມາຊີກອາຊຽນ- ສປຈີນ. ງານວາງສະແດງສິນຄ້າ ກາເອັກໂປ (CAEXPO ) ເລີ່ມຈັດຂື້ນມາໃນປີທໍາອິດ 2003 ເປັນຕົ້ນມາ, ແລະ ປີ 2017 ນີ້ ກໍ່ເປັນຄັ້ງທີ 14 ງານດັ່ງກ່າວ ໃນແຕ່ລະປີແມ່ນມີຫົວຂໍ້ທີ່ແຕກຕ່າງກັນໄປ ແລະ ແຕ່ລະປະເທດ ຍັງໄດ້ຄັດເລຶອກເອົາແຂວງ ຫລື ເມືອງແຫ່ງສະເຫນ່ ເພື່ອຮ່ວມໃນງານ ໃນການເປັນທ່າແຮງດຶງດູດນັກລົງທຶນ ແລະ ນັກທ່ອງທ່ຽວ, ພາຍໃນງານຈະປະກອບມີ 4 ກິດຈະກຳຫລັກ ຄື:
1/ ການເຂົ້າຮ່ວມພິທີເປີດງານຂອງຄະນະການນໍາ ຂັ້ນສູງ ໃນ 10 ປະເທດອາຊຽນ ແລະ ສປ ຈີນ
2/ ການສ້າງຮ້ານວາງສະແດງແຫ່ງຊາດ ( ການຈໍາລອງເມືອງສະເຫນ່ ຂອງແຕ່ລະປະເທດທີ່ຜ່ານການຄັດເລຶອກຂອງລັດຖະບານ ) ສ່ວນວ່າ ສປປ ລາວ ໃນປີນີ້ ແມ່ນເລືອກເອົາແຂວງໄຊຍະບູລີ ເປັນເມືອງແຫ່ງສະເຫນ່. ເພື່ອເປັນບ່ອນໂຄສະນາ ດຶງດູດການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ເຜີຍແຜ່ວັດທະນະທຳອັນດີງາມຂອງຊາດ ສູ່ສາກົນ ໂດຍສະເພາະ ຊາວຈີນ.
3/ ການວາງສະແດງສິນຄ້າຂອງພາກທຸລະກິດ ຈີນ ແລະ ອາຊຽນ. ສໍາລັບພາກທຸລະກິດລາວ ຜ່ານການຄັດເລືອກທຸລະກິດທີ່ມີທ່າແຮງ ແລະ ພົ້ນເດັ່ນໃນຂອບເຂດທົ່ວປະເທດ ເພື່ອເຂົ້າຮ່ວມວາງສະແດງໃນຄັ້ງນີ້ ລວມທັງໝົດ 53 ພາກສ່ວນ ໃນຈຳນວນ 122 ຫ້ອງ. ໃນນັ້ນ ປະກອບມີປະເພດສິນຄ້າ ເຊັ່ນ: ປະເພດເຟີນີເຈີ ແລະ ແກະສະຫລັກໄມ້. ປະເພດເຄື່ອງປະດັບອັນຍະມະນີ, ປະເພດຫັດຖະກຳແຜ່ນແພ, ປະເພດກະສິກຳປຸງແຕ່ງ, ປະເພດອາຫານ ແລະ ເຄື່ອງດື່ມ, ປະເພດການບໍລິການ ແລະ ທ່ອງທ່ຽວ, ນອກຈາກນັ້ນ ຍັງມີສິນຄ້າໂອດ໋ອບ(ODOP). ເຊີ່ງສິນຄ້າທີ່ນຳໄປວາງສະແດງໃນຄັ້ງນີ້ ລວມມູນຄ່າ ຫລາຍກວ່າ 9 ແສນ 4 ຫມື່ນ 6 ພັນກວ່າ ໂດລ້າສະຫາລັດ, ແລະ ຄາດຄະເນຂາຍໄດ້ ມູນຄ່າ 1 ລ້ານ 8 ແສນ 6 ຫມື່ນ ໂດລ້າສະຫາລັດ, ສ້າງເງີນຕາເຂົ້າປະເທດຫລາຍສົມຄວນ.
ສຳລັບພິທີເປີງານ ວາງສະແດງ ຈີນນ-ອາຊຽນ CAEXPO ຄັ້ງທີ 14 ທີ່ນະຄອນຫນານຫນິງ, ແຂວງກວາງຊີ, ສາທາລະນະລັດ ປະຊາຊົນຈີນ ແມ່ນຈະເປີດຂື້ນຢ່າງເປັນທາງການ ໃນວັນທີ 12 ກັນຍາ ຈົນເຖີງ 15 ກັນຍາ 2017 ເຊີ່ງແຕ່ລະປີ ແມ່ນຈະມີຫົວຂໍ້ທີ່ແຕກຕ່າງກັນ ແລະ ສໍາລັບປີ 2017 ມີຫົວຂໍ້ງານວ່າ: ຮ່ວມກັນສ້າງເສັ້ນທາງສາຍໄຫມ ທາງທະເລແຫ່ງສັດຕະວັດທີ 21 ເພື່ອສົ່ງເສີມການເຊື່ອມໂຍງເສດຖະກິດພາກພື້ນ ຜ່ານການທ່ອງທ່ຽວ).
Editor: ກຳປານາດ ລັດຖະເຮົ້າ