ພິທີເປີດງານງານວາງສະແດງ ແລະ ຈໍາໜ່າຍສິນຄ້າ ເຊື່ອມສາຍສໍາພັນ 3 ປະເທດ 9 ແຂວງ. ລາວ - ຫວຽດນາມ ແລະ ໄທ. ໄດ້ໄຂຂຶ້ນຢ່າງເປັນທາງການ ໃນ ວັນທີ 6 ກັນຍາ 2017 ຢູ່ທີ ເດີນກິລາແຂວງ ບໍລິຄໍາໄຊ. ເປັນກຽດເຂົ້າຮ່ວມໂດຍມີ ທ່ານ ປະລິນຍາເອກ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ. ທ່ານ ເຈີນ ແອງ ເຊີນ ປະທານສະມາຄົມທຸລະກິດແຂວງ ເຫງະອານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ທ່ານ ປະລິນຍາເອກ ຫງຽນ ທິ ຕຽດ ຮອງປະທານສະມາຄົມທຸລະກິດ ຮົງລາມຮາໂນ້ຍ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ມີທ່ານ ຊານຍຸດ ວັນດີ ຫົວໜ້າການຄ້າແຂວງບຶງການ, ພ້ອມນີ້ຍັງມີຄະນະປະທານສະພາການຄ້າ ແລະ ອຸດສາຫະກຳແຂວງ. ບັນດາຫົວໜ້າພະແນກການທີ່ກ່ຽວຂອງ ຕ່າງໜ້າຈາກຫົວໜ່ວຍທຸລະກິດ, ບັນດາພໍ່ຄ້າຊາວຂາຍ ທັງພາຍໃນ ແລະ ຕ່າງປະເທດ. ຕະຫຼອດຮອດມ່ວນຊົນຊາວແຂວງບໍລິຄໍາໄຊເຂົ້າຮ່ວມຢ່າງພ້ອມພຽງ
ເພຶ່ອເປັນການສ້າງສີສັນພາຍໃນງານ. ກ່ອນພິທີຈະເລີມຂຶ້ນ ຜູ້ເຂົ້າຮ່ວມຍັງໄດ້ຮັບຊົມການສະແດງລະຄອນສັ້ນ ແລະ ສີລະປະ - ວັນນະດີ. ຈາກນ້ອງນ້ອຍສູນວັດທະນະທໍາເດັກແຂວງ ບໍລິຄຳໄຊ ຫລັງຈາກນັ້ນ ທ່ານ ກະເສີມສັກ ແກ້ວໄຊຍະວົງ ປະທານສະພາການຄ້າ ແລະ ອຸດສະຫະກໍາ ແຂວງບໍລິຄໍາໄຊ. ກໍ່ໄດ້ຂຶ້ນລາຍງານການກະກຽມວຽກງານໃນດ້ານຕ່າງໆຕໍ່ພິທີ, ຈຸດປະສົງໃນການເປີດງານງານວາງສະແດງ ແລະ ຈໍາໜ່າຍສິນຄ້າ ເຊື່ອມສາຍສໍາພັນ 3 ປະເທດ 9 ແຂວງ . ລາວ-ຫວຽດນາມ ແລະ ໄທ ໃນຄັ້ງນີ້, ກໍ່ເພຶ່ອເປັນການກະຕຸກຊຸກຍູ້ເສດຖະກິດພາຍໃນ ແລະ ຕ່າງປະເທດ ຕາມແລວເສດຖະກິດ ທີນໍາໃຊ້ເສັ້ນທາງ ເລກ 8 ແລະ ເລກ 12 .ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວ, ກ້າວສູ່ລວງເລິກ ແລະ ຫຼາກຫຼາຍສີສັນ ຫຼາຍທາງເລືອກ. ເຊິງເປັນໂອກາດໃຫ້ພາກທຸລະກິດ ແລະ ຜູ້ປະກອບການໄດ້ມີໂອກາດພົບປະແລກປ່ຽນບົດຮຽນ ນໍາເອົາຜະລິດຕະພັນສິນຄ້າຂອງຕົນມາວາງສະແດງ ແລະ ນໍາເປີດໂຕໃຫ້ຕ່າງຖິ່ນໄດ້ຮັບຮູ້ ເປັນການເປີດກວ້າງການຄ້າທາງດ້ານຕະຫຼາດ, ນອກຈາກນີ້ແລ້ວ. ກໍ່ຍັງເປັນການສະເຫຼີມສະຫຼອງ 2 ວັນ ປະຫວັດສາດ 2 ຊາດ ລາວ - ຫວຽນາມ ປະຈໍາປີ 2017. ຄື: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ລາວ - ຫວຽດນາມ ຄົບຮອບ 40 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ - ຫວຽດນາມ ຄົບຮອບ 55 ປີ.
ຈາກນັ້ນ ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ ກໍ່ໄດ້ໃຫ້ກຽດກ່າວເປີດພິທີຢ່າງເປັນທາງການ. ພ້ອມນີ້ບັນດາຄະນະປະທານພ້ອມດ້ວຍແຂກທີເຂົ້າຮ່ວມ ກໍ່ໄດ້ພ້ອມກັນຕັດແຖບຜ່າ ເພຶ່ອເປັນສັນຍາລັກ ໃນການເປີດງານງານວາງສະແດງ ແລະ ຈໍາໜ່າຍສິນຄ້າ ເຊື່ອມສາຍສໍາພັນ 3 ປະເທດ 9 ແຂວງ . ລາວ- ຫວຽດນາມ ແລະ ໄທ ຂຶ້ນຢາງເປັນທາງການ. ສໍາລັບບັນດາຫ້າງຮ້ານ ທີນໍາເອົາສິນຄ້າເຂົ້າມາຈໍາໜ່າຍ ແລະ ສາງສະແດງໃນງານຄັ້ງນີ້ ລວມມີທັງໝົດ ຈໍານວນ 400 ກວ່າຮ້ານ. ໃນນັ້ນມີກຸ່ມສິນຄ້າ ປະເພດ ໂອທ໋ອບ - ໂອດ໋ອບ. ຜະລິດຕະພັນຮ້ານອາຫານ, ສິນຄ້າພະຫະນະກົນຈັກ, ເຄື່ອງໃຊ້ໄຟຟ້າ ເອັກເລັກໂຕນິກ ເຟີນິເຈີ. ແລະ ກຸ່ມສິນຄ້າປະເພດອື່ນໆ. ເຊິ່ງຈະດໍາເນີນການວາງສະແດງ ແລະ ຈໍາໜ່າຍສິນຄ້າໄປຈົນເຖິງວັນທີ 12 ກັນຍາ 2017 ຈຶ່ງຈະປິດລົງ.
ຂອບໃຈ ທີມຂ່າວ ແຂວງບໍລິຄຳໄຊ
Editor: ກຳປານາດ ລັດຖະເຮົ້າ