ເຈົ້າໜ້າທີ່ຮັບຜິດຊອບໂຄງການ ກໍ່ສ້າງຂົວຂ້າມນ້ຳຂອງ ແຕ່ເມືອງປາກລາຍ ແຂວງໄຊຍະບູລີ ຫາ ເມືອງຊະນະຄາມ ແຂວງວຽງຈັນ, ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະເລັ່ງສ້ອມແປງຂົວແຫ່ງ ດັ່ງກ່າວໃຫ້ສຳເລັດ, ພ້ອມເປີດນຳໃຊ້ ໃນກາງເດືອນກັນຍາ 2017 ນີ້.
ທ່ານ. ບົວວຽງ ຈຳປາພັນ ຫົວໜ້າໂຄງການດັ່ງກ່າວ, ກ່າວວ່າ: ສະພາບການຈັດຕັ້ງປະບັດ ຂອງໂຄງການກໍ່ສ້າງຂົວຂ້າມນ້ຳຂອງ ລະຫວ່າງ ບ້ານນາສັກ, ເມືອງປາກລາຍ, ແຂວງໄຊຍະບູລີ ຫາ ບ້ານຄົກເຂົ້າດໍ, ເມືອງຊະນະຄາມ, ແຂວງວຽງຈັນ ແມ່ນໄດ້ສຳເລັດ 100% ໃນເດືອນເມສາ 2017 ຕາມກຳນົດເວລາໃນສັນຍາ, ແຕ່ເພື່ອຮັບປະກັນ ດ້ານຄວາມປອດໄພ, ຄຸນນະພາບ ແລະ ອາຍຸການໃຊ້ງານ ທາງໂຄງການຈຶ່ງເຫັນວ່າ ມີຄວາມຈຳເປັນຕ້ອງເພີ່ມໜ້າວຽກເຂົ້າຕື່ມ ຄື: ທາສີຄືນໃໝ່, ພ້ອມປູຢາງຂົ້ວ (ອັດສະຟານ) ອີກຊັ້ນໜຶ່ງ ເພື່ອທັບບໍລິເວນໜ້າຂົວ, ຊຶ່ງປັດຈຸບັນວຽກທາສີໄດ້ສຳເລັດທັງໝົດແລ້ວ ແລະ ວຽກປູຢາງບໍລິເວນໜ້າຂົວ ແມ່ນລົງມືປະຕິບັດແລ້ວ.
ທ່ານກ່າວຕື່ມວ່າ: ພວກເຮົາສຸດທີ່ເຫັນໃຈ ປະຊາຊົນທີ່ຂ້າມບັກ ແມ່ນມີຄວາມຫຍຸ້ງຍາກ, ເສຍເວລາ ແລະ
ມີຄວາມສຽງ, ແຕ່ເພື່ອຮັບປະກັນ ຄວາມປອດໄພ ແລະ ການນຳໃຊ້ຂົວ ຈຶ່ງຈຳເປັນຕ້ອງປູອັດສະພານ ທັບໜ້າຂົວຕື່ມ. ດັ່ງນັ້ນ, ຈຶ່ງບໍ່ສາມາດໃຫ້ລົດສັນຈອນຜ່ານຂົວໄດ້, ແຕ່ເຖິງຢ່າງໃດກໍຕາມ ກໍຈະສຸມໃຈວຽກດັ່ງກ່າວ ໃຫ້ສຳເລັດໂດຍໄວ, ຊຶ່ງຄາດວ່າຈະສຳເລັດໃນກາງເດືອນກັນຍານີ້ ແລະ ເປີດນຳໃຊ້ກ່ອນ ຕາມຄວາມຮຽກຮ້ອງຕ້ອງ ການຂອງປະຊາຊົນ, ສ່ວນພິທີມອບ-ຮັບໂຄງການດັ່ງກ່າວ, ຄາດວ່າເດືອນຕຸລາໜ້ານີ້.
Editor: ຕະວັນ ແສງສະຫວັນ