ກະຊວງຊັບພະຍາກອນທຳມະຊາດ ແລະ ສິງແວດລ້ອມ, ຮ່ວມກັບ ອຳນາດການປົກຄອງເມືອງຫີນເຫີບ ແຂວງວຽງຈັນ ແລະ ບໍລິສັດ ບົວລະພາກະສິກຳ ແລະ ປ່າໄມ້ ໄດ້ລົງເຜີຍແຜ່ແຜນທີ່ຈະສ້າງຕັ້ງ ໂຮງງານໄມ້ອັດ ແລະ ໄມ້ຝານ ໃຫ້ປະຊາຊົນຮັບຮູ້ ພ້ອມດຽວກັນກໍ່ຍັງເປັນການທາບທາມ ຄວາມຄິດເຫັນຂອງປະຊາຊົນ ຕໍ່ກັບຜົນກະທົບດ້ານສິ່ງແວດລ້ອມ.
ທ່ານນາງ ສຸໄພວັນ ທ່ຽງຈັນໄຊ, ຮອງຜູ້ອຳນວຍການບໍລິສັດ ບົວລະພາ ກະສິກຳ-ປ່າໄມ້ ຈຳກັດ ໄດ້ກ່າວວ່າ: ກອງປະຊຸມໃນຄັ້ງນີ້ ມີຄວາມສຳຄັນຫຼາຍ ເພາະເມືອງຫີນເຫີບ ເປັນເມືອງທີ່ມີຄວາມເໝາະສົມໃນການສ້າງຕັ້ງໂຮງງານໄມ້ອັດ-ໄມ້ຝານ ເນື່ອງຈາກມີເນື້ອທີ່ສ່ວນປູກເປັນຈໍານວນຫຼາຍ. ຈຸດປະສົງ ຫຼັກໃນກອງປະຊຸມຄັ້ງນີ້ ແມ່ນເພື່ອຈະໄດ້ເຜີຍແຜ່ຂໍ້ມູນທີ່ລະອຽດຕ່າງໆ ກ່ຽວກັບແຜນການຈັດຕັ້ງປະຕິບັດຂອງບໍລິສັດ ບົວລະພາ ກະສິກຳ- ປ່າໄມ້ ຈໍາກັດ ໃຫ້ເຈົ້າໜ້າທີ່ພາກລັດກ່ຽວຂ້ອງ, ອຳນາດປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ໄດ້ຮັບຮູ້ຢ່າງທົ່ວເຖິງ, ພ້ອມດຽວກັນກໍ່ເປັນການຮັບຟັງບັນດາຂໍ້ຄວາມຄິດເຫັນຂອງພໍ່ແມ່ປະຊາຊົນ ຕໍ່ກັບກິດຈະການຂອງບໍລິສັດບົວລະພາ ກະສິກຳ-ປ່າໄມ້ ຈຳກັດ.
ບໍລິສັດ ບົວລະພາ ກະສິກຳ-ປ່າໄມ້ ຈຳກັດ ສ້າງຕັ້ງ ມາໄດ້ 20 ກວ່າປີແລ້ວ ປັດຈຸບັນ ແມ່ນນັກລົງທຶນ ລາວຖືຮຸ້ນ 5% ແລະ ນັກລົງທຶນປະເທດສະວີເດັນຖືຮຸ້ນ 95%. ບໍລິສັດມີເນື້ອທີ່ປູກໄມ້ ທັງໝົດປະມານ 3,000 ເຮັກຕາ, ບໍລິສັດ ມີໂຮງງານເຟີນີເຈີ ທີ່ສາມາດຜະລິດສິນຄ້າສົ່ງຂາຍພາຍໃນປະເທດ ແລະ ຕ່າງປະເທດ ຫຼາຍກວ່າ 20 ປະເທດ, ມູນຄ່າສົ່ງອອກສະເລ່ຍ 7 ແສນໂດລາສະຫະລັດຕໍ່ປີ ເຊິ່ງສາມາດ ສ້າງວຽກເຮັກງານທຳໃຫ້ປະຊາຊົນໃນທ້ອງຖິ້ນ ທີ່ປູກໄມ້ໄດ້ຫຼາຍພໍສົມຄວນ ໃນໄລຍະຜ່ານມາ ຍ້ອນວ່າ ປະຊາຊົນມີສ່ວນຮ່ວມໃນການດຳເນີນທຸລະກິດນໍາບໍລິສັດ.
ທາງດ້ານທ່ານ ນາງ ບົວແກ້ວ ພູນສະຫວັດ, ຮອງຫົວໜ້າສູນຂ່າວສານ ແລະ ປະຊາສຳພັນ, ກອງປະເມີນຜົນກະທົບ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ກ່າວວ່າ: ສປປ ລາວ ຂອງປະເທດເຮົາ ມີວິໄສທັດ ໃນການປູກໄມ້ໃຫ້ເປັນປ່າ ແລະ ອະນຸລັກປ່າໄມ້ ແຕ່ນີ້ຮອດປີ 2020 ແມ່ນໃຫ້ເນື້ອທີ່ປົກຫຸ້ມປ່າໄມ້ 70% ຂອງພື້ນທີ່. ໃນນັ້ນ ເພື່ອຈັດຕັ້ງປະຕິບັດໃຫ້ໄດ້ຕາມແຜນການ ນອກຈາກຂະແໜງການຕ່າງໆຂອງລັດແລ້ວ ພໍ່ແມ່ປະຊາຊົນແມ່ນມີຄວາມສຳຄັນຫຼາຍ ເພື່ອຊ່ວຍພັກດັນ ໃຫ້ແຜນຍຸດທະສາດ ດັ່ງກ່າວບັນລຸເປົ້າໝາຍ ໂດຍສະເພາະ ມີສ່ວນຮ່ວມໃນການປູກໄມ້ ແລະ ຮ່ວມສົ່ງເສີມເນື້ອທີ່ປົກຫຸ້ມຂອງປ່າໄມ້.
ໃນການດຳເນີນທຸລະກິດບໍ່ວ່າທຸລະກິດໃດກໍ່ຕາມ ເພື່ອຢາກໃຫ້ທຸລະກິດມີຄວາມຍືນຍົງ ສິ່ງທີ່ຂາດບໍ່ໄດ້ ແມ່ນ ການປ້ອງກັນບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມ, ສຳລັບ ບໍລິສັດ ບົວລະພາ ກະສິກຳ-ປ່າໄມ້ ຈຳກັດ ກໍ່ເຊັ່ນດຽວກັນ ຕະຫຼອດໄລຍະ 20 ປີຜ່ານມາ ເຫັນວ່າການດຳເນີນທຸລະກິດຂອງເຂົາເຈົ້າ ແມ່ນຕິດພັນກັບສິ່ງແວດລ້ອມເປັນຫຼັກ ແລະ ມື້ນີ້ ບໍລິສັດ ມີແຜນການທີ່ຈະຕັ້ງໂຮງງານ ປຸງແຕ່ງໄມ້ ຂຶ້ນທີ່ເມືອງຫີນເຫີບ ແຂວງວຽງຈັນ ແລະ ການລົງມາເຜີຍແຜ່ຂໍ້ມູນ ແລະ ຮ່ວມກັບປະຊາຊົນ ຫາລືໃນການປ້ອງກັນຜົນກະທົບຕໍ່ສິ່ງແວດລ້ອມມີຄວາມສຳຄັນຫຼາຍ ເພາະນອກຈາກບໍລິສັດ ຈະມີແຜນການປະເມີນຜົນກະທົບດ້ານສິ່ງແວດລ້ອມມາກ່ອນແລ້ວ ຍັງເປີດໂອກາດ ໃຫ້ປະຊາຊົນໄດ້ສະແດງຄວາມຄິດເຫັນ ເພື່ອປະກອບສ່ວນສຳຄັນເຮັດໃຫ້ ການຮັກສາສະພາບແວດລ້ອມໃນໂຮງງານ ແລະ ເຮັດໃຫ້ການດຳເນີນທຸລະກິດມີຄວາມ ກ້່າວໜ້າ ແລະ ຍືນຍົງ.
ກອງປະຊຸມດັ່ງກ່າວ ຈັດຂຶ້ນໃນວັນທີ 6 ກັນຍາ 2017 ທີ່ສຳນັກງານປົກຄອງເມືອງຫີນເຫີບ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບຸນຮຽງ ໄຊຍະແສງ ຮອງຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງວຽງຈັນ, ທ່ານ ຖາວອນ ວົງໂພສີ, ຮອງຫົວໜ້າ ກອງປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ທ່ານ ວອນ ວໍລະສານ, ຮອງເຈົ້າເມືອງຫີນເຫີບ, ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ ພ້ອມດ້ວຍເຈົ້າໜ້າທີ່ກ່ຽວຂ້ອງຈາກພາກລັດ, ຕ່າງໜ້າອຳນາດປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ທີ່ມີສ່ວນຮ່ວມໃນການປູກໄມ້ ກັບບໍລິສັດເຂົ້າຮ່ວມ
Editor: ຕະວັນ ແສງສະຫວັນ