ແຂວງຫຼວງພະບາງ ຍັງຕິດອັນດັບເປັນເມືອງທາງເລືອກຂອງນັກລົງທຶນຈາກທັງພາຍໃນ ແລະ ຕ່າງປະເທດຢາກຈົກເມັດເງິນມາລົງທຶນໃສ່ໃນຂົງເຂດວຽກງານຕ່າງໆຢູ່ພາຍໃນແຂວງ ຊຶ່ງສະແດງອອກໃນ 6 ເດືອນຕົ້ນປີນີ້ ແຂວງດັ່ງກ່າວມີການລົງທຶນທັງໝົດຈາກພາກລັດ ແລະເອກະຊົນເຖິງ 2.162 ຕື້ກວ່າກີບ.
ທ່ານນາງ ສິລິພອນ ສຸພັນທອງ ຫົວໜ້້າພະແນກແຜນການ ແລະ ການລົງທຶນ ແຂວງຫຼວງພະບາງ ໄດ້ລາຍງານຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ໃຫ້ຮູ້ບໍ່ດົນມານີ້ວ່າ: ສໍາລັບການລົງທຶນ ຂອງນັກທຸລະກິດຈາກທັງພາຍໃນ ແລະຕ່າງປະເທດໃສ່ໃນຂົງເຂດວຽກງານຕ່າງໆຢູ່ພາຍໃນແຂວງຫຼວງພະບາງໃນ 6 ເດືອນ ຕົ້ນປີນີ້ມີມູນຄ່າສູງ ເຖິງ 2.162 ຕື້ກວ່າກີບ ການລົງທຶນ ສ່ວນໃຫຍ່ແມ່ນດ້ານການບໍລິການໆທ່ອງ ທ່ຽວ, ໂຮງແຮມ, ເຮືອນພັກ, ດ້ານກະສິກໍາ ແລະອີກຢ່າງອື່ນຕື່ມອີກ ແລະເມື່ອທຽບໃສ່ແຜນການປີປະຕິບັດໄດ້ 95,94% ກວມເອົາ 69,22% ຂອງຈີດີພີ, ໃນນັ້ນ, ມີການລົງທຶນຂອງລັດ 183 ໂຄງການ ປະຕິບັດໄດ້ 90,14% ມູນຄ່າອະນຸມັດໂຄງການຕົວຈິງ 42 ຕື້ກວ່າກີບ, ມູນຄ່າການຊຳລະຕົວຈິງ 29 ຕື້ກວ່າກີບ ເທົ່າກັບ 70,35% ຂອງມູນຄ່າອະນຸ ມັດໂຄງການທັງໝົດ, ສໍາລັບການຊ່ວຍ ເຫຼືອທາງການເພື່ອພັດທະນາ ລວມທັງການຊ່ວຍເຫຼືອລ້າ ແລະ ກູ້ຢືມປະຕິບັດໄດ້ 41 ໂຄງການ, ມູນຄ່າ 61 ຕື້ກວ່າກີບ, ເທົ່າກັບ 27.2% ແລະການລົງທຶນຂອງ ເອກະຊົນພາຍໃນ ແລະຕ່າງປະເທດອະນຸມັດໄດ້ທັງໝົດ 157 ໂຄງການມູນຄ່າ 374,8 ຕື້ຶ້ກີບ, ເທົ່າກັບ 33,25%, ທຶນ ຈາກລະບົບສິນເຊື່ອທະນາຄານປະຕິບັດໄດ້ 1.682 ລ້ານກວ່າກີບ, ເທົ່າກັບ 80,83% ຂອງແຜນການປີ; ການຊຳລະ ໂຄງການລົງທຶນຂອງລັດບ້ວງຈ່າຍເລື່ອນປະຕິບັດໄດ້ 43 ໂຄງການ ມູນຄ່າ 11 ຕື້ກວ່າກີບ ເທົ່າກັບ 100% ຂອງແຜນການ, ການຊໍາລະໜີ້ສິນໂຄງການລົງທຶນຂອງລັດ (ບ້ວງ 400 ຕື້ກີບ) ປະຕິບັດໄດ້ 61 ໂຄງການ ມູນຄ່າ 5,72 ຕື້ກີບ.
ສະນັ້ນ ຈິ່ງຖືໄດ້ວ່າຫຼວງພະບາງຍັງມີສະເໜແຮງນອກຈາກທີ່ດຶງດູດເອົານັກທ່ອງທ່ຽວເຂົ້າມາທ່ຽວຊົມເມືອງມໍລະ ດົກແຕ່ລະປີນັບຫຼາຍລ້ານຄົນແລ້ວ ຍັງສາມາດດຶງໃຈຂອງນັກລົງທຶນຈາກທັງພາຍໃນ ແລະຕ່າງປະເທດເຂົ້າມາລົງທຶນ ໃສ່ໃນຂະແໜງການຕ່າງໆມີການເພີ່ມຂຶ້ນ ໃນແຕ່ລະປີ ແລະໄດ້ສ້າງຜົນປະໂຫຍດ ໃຫ້ກັບພໍ່ແມ່ປະຊາຊົນທີ່ຢູ່ໃກ້ຄຽງບໍລິເວນການລົງທຶນໄດ້ມີວຽກເຮັດງານທໍາສາມາດສ້າງລາຍຮັບເຂົ້າສູ່ຄອບຄົວ ເຮັດໃຫ້ເສດຖະກິດຄອບກໍ່ຄືຂອງສັງຄົມໄດ້ພັດທະນາດີຂຶ້ນໄປເທື່ອລະກ້າວ.
Editor: ຕະວັນ ແສງສະຫວັນ